ຫາລືດ້ານການເມືອງ ຂັ້ນລັດຖະມົນຕີ

ຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 11

ຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 11
ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 11 ໃນລະຫວ່າງວັນທີ 16-18 ທັນວາ 2024, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 11 ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ທັນວາ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຊຶ່ງສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການສະຫຼຸບຕີລາຄາຄືນການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນໃນຫຼາຍບັນຫາຮ່ວມກັນ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມນີ້, ສອງຝ່າຍ ເຫັນດີເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ໃນນັ້ນ ຄະນະຜູ້ແທນສອງປະເທດໄດ້ມີການແລກປ່ຽນການພົບປະຢ້ຽມຢາມຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ດ້ານທິດສະດີ, ຂໍ້ມູນຂ່າວສານ, ປະສົບການວຽກງານກໍ່ສ້າງພັກ, ລະບົບການເມືອງ, ການສ້າງກົດໝາຍ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ ທີ່ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງ, ໃນນັ້ນ ມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນຕົ້ນປີ 2024 ບັນລຸໄດ້ 1.7 ຕື້ໂດລາ ແລະ ຄາດວ່າຈະບັນລຸ 2 ຕື້ໂດລາ ໃນທ້າຍປີ 2024, ປັດຈຸບັນ ວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ສປປ ລາວ ມີ 256 ໂຄງການ ລວມມູນຄ່າ 5.5 ຕື້ໂດລາ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ເອົາໃຈໃສ່ຊີ້ນຳບັນດາກະຊວງ-ຂະແໜງການຂອງຕົນ ຈັດຕັ້ງປະຕິບັດບັນດາໂຄງການລົງທຶນທີ່ເປັນຈຸດສຸມ ແລະ ສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ສຳເລັດຕາມກຳນົດເວລາ ເປັນຕົ້ນໂຄງການສະໜາມບິນໜອງຄ້າງ, ໂຄງການເຂື່ອນໄຟຟ້າເຊຂະໝານ 3, ໂຄງການກໍ່ສ້າງສູນບຳບັດຢາເສບຕິດ, ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ-ບັດປະຈຳຕົວ ແລະ ອື່ນໆ, ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກ ວ່າດ້ວຍຍຸດທະສາດການຮ່ວມມື ດ້ານຄົມມະນາຄົມ-ຂົນສົ່ງ ໄລຍະ 2016-2025 ແລະ ວິໄສທັດຮອດປີ 2030, ສືບຕໍ່ປະສານສົມທົບໃນການຊອກຫາແຫຼ່ງທຶນ ເພື່ອຈັດຕັ້ງປະຕິບັດໂຄງການທີ່ເປັນຈຸດສຸມ ແລະ ເປັນຍຸດທະສາດຂອງສອງປະເທດ ເຊັ່ນ: ເສັ້ນທາງດ່ວນເຊື່ອມຕໍ່ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ເຕີນເອີບ-ຫວຸ້ງອ່າງ ແລະ ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທີ່ສຳຄັນອື່ນໆ; ຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ລາວ-ຫວຽດນາມ ຊຶ່ງປັດຈຸບັນ ມີນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສສ ຫວຽດນາມ 14,050 ຄົນ ແລະ ບັນດານັກສຶກສາຫວຽດນາມ ທີ່ກໍາລັງສຶກສາຢູ່ ສປປ ລາວ ກໍມີຈຳນວນຫຼາຍ, ໃນນັ້ນ ສອງຝ່າຍ ໄດ້ໃຫ້ການຊຸກຍູ້ເພື່ອເອົາເນື້ອໃນກ່ຽວກັບປະຫວັດສາດການພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ບັນຈຸເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຂອງສອງປະເທດອີກດ້ວຍ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຈາກ ລັດຖະບານຫວຽດນາມ ຊຶ່ງໄດ້ຖືກນໍາໃຊ້ເຂົ້າໃນວຽກງານບໍາລຸງກໍ່ສ້າງ ແລະ ດໍາເນີນບັນດາກິດຈະການ, ໂຄງການຕ່າງໆທີ່ຄົບເງື່ອນໄຂຂອງຫວຽດນາມ ໃນນັ້ນ ຫຼາຍໂຄງການແມ່ນມີຄວາມຄືບໜ້າ ແລະ ດຳເນີນໄປຕາມແຜນການ.
ສຳລັບການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນສະໜິດແໜ້ນ ໂດຍສະເພາະການເປັນເສນາທິການແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ອັນພົ້ນເດັ່ນ ສອງກະຊວງມີການແລກປ່ຽນ ຂໍ້ມູນຂ່າວສານນຳກັນເປັນປົກກະຕິ. ປັດຈຸບັນ, ສອງກະຊວງ ກຳລັງສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມື ໄລຍະ 2021-2025 ແລະ ແຜນຈັດຕັ້ງປະຕິບັດການທູດເສດຖະກິດ ໄລຍະ 2020-2025 ໂດຍເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມື ທີ່ໄດ້ລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຮູບປະທຳ ແລະ ມີປະສິດທິຜົນສູງສຸດ ເປັນຕົ້ນການຮ່ວມມືກັນຄົ້ນຄວ້າບັນດາເອກະສານສຳຄັນຕ່າງໆ, ການສ້າງນາຍແປພາສາ, ການຝຶກອົບຮົມນັກການທູດ, ການຍົກລະດັບບຸກຄະລາກອນກະຊວງການຕ່າງປະເທດ, ການປະສານສົມທົບກັນຂອງສະຖານທູດ ແລະ ຫ້ອງການຜູ້ຕາງໜ້າຂອງສອງປະເທດຢູ່ປະເທດທີ 3, ຍົກສູງປະສິດທິພາບການເປັນເສນາທິການຂອງຕົນໃຫ້ດີຂຶ້ນ, ຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກຂອງການຮ່ວມມືສອງຝ່າຍ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ, ເພີ່ມທະວີການຮ່ວມມືວຽກງານກົງສູນ, ວຽກງານການຂ່າວ ເຊັ່ນ: ວຽກໂຄສົກ-ຖະແຫຼງຂ່າວ, ຄົ້ນຄວ້າວິໄຈຂ່າວ, ການຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ແລະ ວຽກຕອບໂຕ້ຂ່າວໃສ່ຮ້າຍປ້າຍສີຕໍ່ສອງປະເທດ ແລະ ອື່ນໆ; ສືບຕໍ່ການຮ່ວມມືດ້ານການທູດເສດຖະກິດ, ວຽກງານຊາຍແດນ ລາວ-ຫວຽດນາມ ເປັນຕົ້ນການບູລະນະຫຼັກໝາຍຊາຍແດນທີ່ເປ່ເພ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນຊາຍແດນ ແລະ ການຊຸກຍູ້ໃຫ້ປະຊາຊົນຢູ່ບໍລິເວນຊາຍແດນ ໃຫ້ມີການໄປມາຫາສູ່ກັນ ແລະ ຮ່ວມມືໃຫ້ຫຼາຍຂຶ້ນໃນຕໍ່ໜ້າ, ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ, ຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 11 ນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ໄດ້ກວມເອົາທຸກບັນຫາຂອງການພົວພັນຮ່ວມມືສອງປະເທດ ຊຶ່ງຝ່າຍຫວຽດນາມ ສະແດງຄວາມຍິນດີຈະສືບຕໍ່ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ ໃນປີ 2025.
ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ ແຫ່ງ ສສ ຫວຽດນາມ ມອບໃຫ້ກົມກອງລວມໝູ່ ແລະ ບຸກຄົນຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງເຂົ້າໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຜ່ານມາ ຊຶ່ງຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ກຽດປະດັບໃນຄັ້ງນີ້ໂດຍ ສະຫາຍ ບຸຍ ແທັງ ເຊີນປະກອບມີຫຼຽນໄຊເອກະລາດ ຊັ້ນ III ໃຫ້ 3 ສະຫາຍ ແລະ 2 ກົມກອງ, ຫຼຽນໄຊແຮງງານ ຊັ້ນ I ໃຫ້ 4 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ໃຫ້ 6 ກົມກອງ ແລະ 2 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ໃຫ້ 1 ສະຫາຍ, ຫຼຽນໄຊມິດຕະພາບ ໃຫ້ 5 ສະຫາຍ ແລະ ຫຼຽນກາມິດຕະພາບ ໃຫ້ 5 ສະຫາຍ.
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ