ຫາ​ລື​ການ​ສົ່ງ​ເສີມ​ທຸ​ລະ​ກິດ​ກະ​ສິ​ກຳ ເພື່ອ​ສ້າງ​ໂອ​ກາດ​ການ​ຮ່ວມ​ມື

ຫາ​ລື​ການ​ສົ່ງ​ເສີມ​ທຸ​ລະ​ກິດ​ກະ​ສິ​ກຳ ເພື່ອ​ສ້າງ​ໂອ​ກາດ​ການ​ຮ່ວມ​ມື
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊູມ ໃນຫົວຂໍ້ “ ຮ່ວມມືກັນເພື່ອສ້າງໂອກາດທີ່ດີກ່ວາ ” ຂຶ້ນໃນວັນທີ 20 ກັນຍາຜ່ານມາ ທີ່ສໍານັກງານດັ່່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວ, ທັງເປັນຄະນະບໍລິຫານກອງທຶນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME). ມີບັນດາຜູ້ປະກອບການ ຈາກຫຼາຍກຸ່ມການຜະລິດ, ກຸ່ມຕະຫຼາດ, ກຸ່ມຜູ້ສະໜອງ ແລະ ບໍລິການ ພ້ອມທັງປັດໄຈການຜະລິດຕ່າງໆ ພ້ອມດ້ວຍ ສະຖາບັນການເງີນ ແລະ ທະນາຄານທຸລະກິດ ໃນ ສປປລ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການ ສົ່່ງເສີມທຸລະກິດ ກະສິກຳ ຊຶ່ງເປັນການ ຜັນຂະຫຍາຍນະໂຍບາຍ ກົນໄກການຮ່ວມມື ຫຼາຍຝ່າຍ ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນທຸລະກິດ ກະສິກຳຢູ່ ສປປ ລາວ ໂດຍແມ່ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເປັນເຈົ້າການນຳພາຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕົວຈິງ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການນຳສະເໜີ ກົນໄກ ແລະ ຮູບແບບການຮ່ວມມື ຫຼາຍຝ່າຍ ແບບໃໝ່, ທີ່ມີສ່ວນກ່ຽວຂ້ອງໂດຍສະເພາະເປັນຕົ້ນແມ່ນການຜະລິດທຸລະກິດກະສິກຳ ທີ່ ສປປ ລາວ ທີ່ມີທ່າແຮງ ໃນການສະໜອງທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ໃນສະພາະໜ້າ ແລະ ຍາວນານ.
ນອກຈາກນີ້ກອງປະຊູມຍັງໄດ້ສົນທະນາ ເພື່ອກ້າວໄປເຖິງການສ້າງໂອກາດ ການຮ່ວມມື ທີ່ເປັນຮູບປະທຳຂອງໂຄງການ ທົດລອງທີ່ເປັນຕົວແບບ ລະຫວ່າງ ຜູ້ຜະລິດ ແລະ ຜູ້ຊື້ ໂດຍການຮ່ວມມືຈາກ ຜູ້ສະໜອງປັດໄຈການຜະລິດ ແລະ ສະໜອງແຫຼ່ງທຶນ ຈາກທະນາຄານທີ່ເຫັນວ່າໂຄງການທີ່ມີປະສິດທິຜົນ ເພື່ອຊອກຮູ້ບັນຫາຂໍ້ຄົງຄ້າງທີ່ຍັງເປັນ ອຸປະສັກ ແລະ ສີ່ງອຸດຕັນໃນການດຳເນີນທຸລະກິດກະສິກຳເພື່ອໃຫ້ກ້າວໄປເຖິງ ການຮ່ວມມືທີ່ຄົບອົງປະກອບ ແລະ ປັດໄຈຕ່າງໆ ຂອງການສົ່ງເສີມການຜະລິດ ແລະ ການປຸງແຕ່ງ ແລະ ແປຮູບ ສິນຄ້າກະສິກຳ ລວມເຖິງການຈັດຈຳໜ່າຍ ທີ່ຕອບສະໜອງໄດ້ ປະລິມານ ແລະ ຄຸນນະພາບແບບຍືນຍົງ. ພ້ອມນີ້ກໍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການສ້າງຄວາມເຂັ້ມແຂງຂອງກຸ່ມການຜະລິດສິນຄ້າກະສິກຳຂອງສະຫະກອນ ແລະ ສະມາຄົມກະສິກຳ ທີ່ເຄື່ອນໄຫວພາຍໃຕ້ການຊີ້ນໍາຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວອີກດ້ວຍ.
ໃນໂອກາດດັ່ງກ່າວກໍໄດ້ມີພິທີເຊັນສັນຍາ ຜູກພັນການຄ້ານໍາກັນຂອງ 3 ບໍລິສັດຄື: ບໍລິສັດຟາມລາວພັດທະນາ; ບໍລິສັດຈະເລີນຊັບ ແລະ ບໍລິສັດຕະຫລາດລາວ ເພື່ອຊຸກຍຸ້ທຸລະກິດກະສິກຳໃຫ້ສາມາດທຳການຜະລິດໃຫ້ມີປະສິດທິພາບ ແລະ ສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫລາດຢ່າງສະໝໍ່າສະເໝີຕະຫລອດໄປ.
ຂ່າວ: ສ​ຄອ​ຊ

ຄໍາເຫັນ

ຂ່າວເສດຖະກິດ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ເພີ່ມເຕີມ