ກອງປະຊຸມພັດທະນາຕ່ອງໂສ້ອຸດສາຫະກຳເກືອໂປຕາສ ຂອງຈີນ

ຫາລືພັດທະນາຕ່ອງໂສ້ອຸດສາຫະກຳເກືອໂປຕາສ

ຫາລືພັດທະນາຕ່ອງໂສ້ອຸດສາຫະກຳເກືອໂປຕາສ
ກອງປະຊຸມພັດທະນາຕ່ອງໂສ້ອຸດສາຫະກຳເກືອໂປຕາສ ຂອງຈີນ ສົກປີ 2024 ຈັດຂຶ້ນໃນວັນທີ 3 ພະຈິກ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສະແຫວງ ບຸນຍົງ

 

 ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຢົາປິ່ນ ປະທານສະພາການຄ້າຊາວຈີນຕ່າງດ້າວ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຢົາປິ່ນ ໄດ້ໃຫ້ຮູ້ວ່າ: ຄວາມຕ້ອງການປຸ໋ຍໂປຕາສ ໃນທົ່ວໂລກແມ່ນຄ່ອຍໆເພີ່ມຂຶ້ນໃນແຕ່ລະປີ, ຄວາມຕ້ອງການປະຈໍາປີ ສະເລ່ຍ 60-70 ລ້ານໂຕນ ເນື່ອງຈາກຊັບພະຍາກອນປຸ໋ຍໂປຕາສ ທີ່ກະຈາຍຕົວໃນທົ່ວໂລກບໍ່ສົມດຸນກັນ, ໃນເຂດອາຊີປາຊີຟິກ ກາຍເປັນເຂດນໍາເຂົ້າເກືອໂປຕາສຕົ້ນຕໍ (ຜະລິດເປັນ ປຸ໋ຍໂປຕາສ). ໃນນັ້ນ, ຈີນເປັນປະເທດທີ່ນຳໃຊ້ ປຸ໋ຍໂປຕາສຫຼາຍທີ່ສຸດ. ປີ 2023 ປະເທດຈີນ ໄດ້ນຳໃຊ້ປຸ່ຍໂປຕາສເປັນ 1878.66 ລ້ານໂຕນ ເຂົ້າໃນວຽກງານກະສິກຳ, ໄດ້ນຳເຂົ້າໂພແທັດຊຽມຄຣໍລາຍ (potassium chloride) 1, 157 ລ້ານໂຕນ. ປະເທດລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເກືອໂປຕາສ ໂດຍການຄາດຄະເນໃນເບື້ອງຕົ້ນ ມີປະລິມານໂພແທັດຊຽມຄຣໍລາຍ 133.62 ຕື້ໂຕນ. ການເປີດເສັ້ນທາງລົດໄຟລາວ-ຈີນ ໄດ້ສ້າງທ່າແຮງດ້ານພູມສາດ ແລະ ການຕະຫຼາດສະເພາະໃຫ້ແກ່ການພັດທະນາເກືອໂປຕາສ, ການພັດທະນາຢ່າງຮອບດ້ານສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມຂອງຊັບພະຍາກອນແຮ່ເກືອໂປຕາສ ບໍ່ພຽງແຕ່ສາມາດຕອບສະໜອງຄວາມຕ້ອງການ ຂອງຕະຫຼາດ ປຸ໋ຍໂປຕາສ ໃຫ້ການຂະຫຍາຍຕົວຂຶ້ນເທົ່ານັ້ນ, ແຕ່ຍັງຈະສົ່ງເສີມການພັດທະນາເສດຖະກິດຂອງລາວ ແລະ ເສີມຂະຫຍາຍອິດທິພົນສາກົນຂອງລາວອີກດ້ວຍ. ໃນອະນາຄົດ, ລາວຈະກາຍເປັນສູນກາງຂອງຕະຫຼາດປຸ໋ຍໂປຕາສໃນອາຊີ ແລະ ປຸ໋ຍໂປຕາສ ທີ່ຜະລິດຢູ່ໃນລາວ ສາມາດຂົນສົ່ງໂດຍກົງໄປຍັງບັນດາປະເທດ ໃນພາກພື້ນອາຊີປາຊີຟິກ ໂດຍຜ່ານເສັ້ນທາງລົດໄຟ. ປຸ໋ຍໂປຕາສຂອງລາວຈະກາຍເປັນອຸດສາຫະກໍາປຸ໋ຍໂປຕາສ ທີ່ໃຫຍ່ທີ່ສຸດ ອັນດັບ 3 ຂອງໂລກ ຖັດຈາກຣັດເຊຍ ແລະ ການາດາ.

ໂອກາດນີ້, ທ່ານ ຈັນສະແຫວງ ບຸນຍົງ ໄດ້ກ່າວວ່າ: ສປປ ລາວ ມີຊັບພະຍາກອນແຮ່ທາດທີ່ອຸດົມສົມບູນ ໂດຍສະເພາະທ່າແຮງທາງດ້ານເກືອໂປຕາສ ທີ່ມີພາຍໃນປະເທດ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ແຮ່ເກືອໂປຕາສເປັນແຮ່ທາດທີ່ສຳຄັນ ເພື່ອສະໜອງໃຫ້ແກ່ການພັດທະນາເປັນອຸດສາຫະກຳຕໍ່ເນື່ອງ ເປັນຕົ້ນ ແມ່ນການຜະລິດປຸ໋ຍຮັບໃຊ້ກະສິກໍາ ແລະ ເປັນສ່ວນປະກອບຂອງວັດຖຸດິບຮັບໃຊ້ໃຫ້ແກ່ອຸດສາຫະກໍາອື່ນໆ. ອີງຕາມວິໄສທັດຮອດ ປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ໄດ້ກໍານົດແຜນການສ້າງໂຮງງານຜະລິດປຸ໋ຍ (NPK) ຈຳນວນ 3 ແຫ່ງ (ນະຄອນຫຼວງວຽງຈັນ 1 ແຫ່ງ ແລະ ແຂວງຄໍາມ່ວນ 2 ແຫ່ງ), ໂຮງງານຜະລິດເກືອໂບຣມ ເພີ່ມຕື່ມຢ່າງໜ້ອຍ 2 ແຫ່ງ. ປັດຈຸບັນ ລັດຖະບານ ກຳລັງສຶກສາຄົ້ນຄວ້າທ່າແຮງຂອງແຫຼ່ງວັດຖຸດິບ ທີ່ຈະມາຮັບໃຊ້ໂຮງງານ ແລະ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ.

ທ່ານ ຈັນສະແຫວງ ບຸນຍົງ ໃຫ້ຮູ້ອີກວ່າ: ປັດຈຸບັນ, ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດ ດຳເນີນການຊອກຄົ້ນ-ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ທັງໝົດ 18 ບໍລິສັດ, 20 ກິດຈະການ. ໃນນັ້ນ, ບໍລິສັດທີ່ຢູ່ໃນໄລຍະຊອກຄົ້ນ-ສຳຫຼວດ 5 ບໍລິສັດ, 5 ກິດຈະການ, ກໍາລັງດໍາເນີນການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ 4 ບໍລິສັດ, 4 ກິດຈະການ, ໄດ້ຮັບອະນຸຍາດເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ມີຈຳນວນ 9 ບໍລິສັດ, 11 ກິດຈະການ; ມີເນື້ອທີ່ທັງໝົດ 162,260 ເຮັກຕາ (ກວມເອົາ 4 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ). ມາຮອດເດືອນກັນຍາ 2024 ສາມາດຜະລິດ ແລະ ຈຳໜ່າຍຜະລິດຕະພັນເກືອໂປຕາສ ຄຸນນະພາບ 95% ຈຳນວນ 12,22 ລ້ານໂຕນ, ມູນຄ່າ 2,95 ຕື້ໂດລາ.

(ຂ່າວ: ກິດຕາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ