ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ
ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫາລສາງແຜນງານ ຄມ-ແນະນຳການປອງກນພາວະເລອດຈາງຂອງແມ ແລະ ເດກໃນລາວ - image 1
 

ທ່ານ ເກດເກສອນ ພະສີສົມບັດ ກ່າວວ່າ: ປັດຈຸບັນ, ພະຍາດເລືອດຈາງໃນແມ່ຍິງ ແລະ ເດັກນ້ອຍ ຍັງເປັນບັນຫາດ້ານສາທາລະນະສຸກທີ່ສຳຄັນຂອງໂລກ ໂດຍສະເພາະເດັກນ້ອຍ, ເດັກຍິງ, ໄວໜຸ່ມ, ແມ່ຍິງໄວຈະເລີນພັນ, ແມ່ຍິງຖືພາ ແລະ ຫຼັງເກີດລູກ ອົງການອະນາໄມໂລກ (WHO) ຄາດຄະເນວ່າ 40% ຂອງເດັກອາຍຸ 6-59 ເດືອນ 37% ຂອງແມ່ຍິງຖືພາ, 30% ຂອງແມ່ຍິງອາຍຸ 15-49 ປີໃນທົ່ວໂລກເປັນພະຍາດເລືອດຈາງ, ປີ 2019 ສປປ ລາວ ມີຂໍ້ມູນປະຊາກອນ ທີ່ເປັນພະຍາດເລືອດຈາງ ໃນນີ້ 47% ຂອງແມ່ຍິງຖືພາ 39.2% ແມ່ຍິງທີ່ບໍ່ໄດ້ຖືພາ 19% ແມ່ຍິງໄວຈະເລີນພັນ ແລະ 43% ຂອງເດັກນ້ອຍ ກຸ່ມທີ່ມີຄວາມສ່ຽງສູງ ແມ່ນແມ່ຍິງຖືພາ ແລະ ເດັກນ້ອຍ ໂດຍສະເພາະຜູ້ທີ່ອາໄສຢູ່ເຂດຊົນນະບົດ ທີ່ບໍ່ສາມາດເຂົ້າເຖິງສາທາລະນະສຸກ ສາເຫດ ແລະ ປັດໄຈທີ່ປະກອບສ່ວນໃຫ້ມີພາວະເລືອດຈາງ ແມ່ນການຂາດທາດເຫຼັກ (ການຂາດສານອາຫານ) ການຂາດອາຫານ ແລະ ບັນຫາສຸຂະພາບທີ່ຕິດພັນ.

ພະຍາດເລືອດຈາງ ສົ່ງຜົນກະທົບທາງລົບຕໍ່ການເຕີບໃຫຍ່ນໍາໄປສູ່ອາການອ່ອນເພຍ ພູມຕ້ານທານ ຕໍ່າ, ຮ່າງກາຍອ່ອນແອຕິດເຊື້ອໄດ້ງ່າຍຂຶ້ນ ເນື່ອງຈາກລະບົບພູມຕ້ານທານເຮັດວຽກບໍ່ໄດ້ເຕັມປະສິດທິຜົນ ແລະ ອາດກະທົບຕໍ່ການພັດທະນາດ້ານສະຕິປັນຍາການຮຽນຮູ້ ແລະ ມີບັນຫາດ້ານພຶດຕິກຳໃນໄລຍະຍາວ ໂດຍສະເພາະໃນເດັກພາວະເລືອດຈາງ ເຮັດໃຫ້ຄວາມເຂັ້ມຂຸ້ນຂອງ hemoglobin ຕໍ່າ, ໃນລະຫວ່າງການຖືພາອາດສົ່ງຜົນກະທົບກັບແມ່ຍິງຖືພາ ແລະ ມີຄວາມສ່ຽງຕໍ່ແມ່ເພີ່ມຂຶ້ນ. ລັດຖະບານລາວມີເປົ້າໝາຍຫຼຸດຜ່ອນການເປັນພະຍາດເລືອດຈາງຂອງແມ່ ແລະ ເດັກນ້ອຍ ແລະ ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ປັດໄຈສ່ຽງຫຼັກຂອງການເສຍຊີວິດຂອງແມ່ ຍ້ອນການຕົກເລືອດຫຼັງເກີດໃນແມ່ຍິງຖືພາ ທີ່ເປັນພະຍາດເລືອດຈາງ ກະຊວງສາທາລະນະສຸກໄດ້ເຫັນຄວາມສຳຄັນໃນການປ້ອງກັນ ເພື່ອຫຼຸດຜ່ອນພາວະເລືອດຈາງໃນແມ່ ແລະ ເດັກ ໃນການຫຼຸດຜ່ອນນີ້, ການຄັດກອງ (screening) ມີຄວາມຈຳເປັນຫຼາຍໃນການປ້ອງກັນ ແລະ ແກ້ໄຂໃຫ້ທັນເວລາ ເພື່ອຫຼຸດຜ່ອນການກ້າວເຂົ້າສູ່ພະຍາດເລືອດຈາງ ການຄັດກອງເຮັດໃຫ້ພົບແມ່ ແລະ ເດັກທີ່ມີພາວະເລືອດຈາງ. ລັດຖະບານ ຈຶ່ງຕ້ອງການເປັນເອກະພາບໃນການຈັດຕັ້ງນະໂຍບາຍ ເພື່ອໃຫ້ເປັນບຸລິມະສິດລະດັບຊາດ ເພາະການທີ່ຈະບັນລຸໄດ້ ບໍ່ແມ່ນພາກສ່ວນສະເພາະໃດໜຶ່ງ ແຕ່ເປັນການຮ່ວມມືຂອງພາກສ່ວນກ່ຽວຂ້ອງ. ລັດຖະບານຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອສ້າງແຜນງານ ຄູ່ມື ແລະ ການແນະນຳໃນການປ້ອງກັນ ທີ່ມີການຮ່ວມມືຈາກຫຼາຍພາກສ່ວນ ເພື່ອຫຼຸດຜ່ອນພາວະເລືອດຈາງຂອງແມ່ ແລະ ເດັກ ເກີດຂຶ້ນໃນ ສປປ ລາວ.

ໂອກາດນີ້, ທ່ານ ອາລົງກອນ ເພັງສະຫວັນ ກ່າວວ່າ: ພະຍາດເລືອດຈາງ ຍ້ອນຂາດທາດເຫຼັກ ແລະ ສາເຫດອື່ນໆ ການຂາດທາດເຫຼັກ ມັນຈະເກີດຜົນແນວໃດຕໍ່ແມ່ ແລະ ເດັກ ສໍາລັບສະພາບເລືອດຈ້າງໃນ ສປ ປລາວ ຊຶ່ງສະພາບເລືອດຈາງແມ່ນສູງເຖິງ 40-50% ສາເຫດຍ້ອນຂາດທາດເຫຼັກ ແລະ ເຂົາເຈົ້າບໍ່ຮູ້ວ່າຈະກິນອາຫານປະເພດໃດ ແລະ ສາມາດກວດທ້ອງ ຫຼື ກວດທ້ອງໄວເທົ່າທີ່ຈະໄວໄດ້ ສໍາລັບວິທີປ້ອງກັນໃຫ້ມາກວດທ້ອງ ແລະ ໃຫ້ວິຕາມິນເສີມ.

ຫາລສາງແຜນງານ ຄມ-ແນະນຳການປອງກນພາວະເລອດຈາງຂອງແມ ແລະ ເດກໃນລາວ - image 2
 

ທ່ານ ສຸລິເດດ ແສງຈັນ ຫົວໜ້າພາກວິຊາກຸມມານເວດສາດ ຄະນະແພດສາດ ມວສ ກ່າວວ່າ: ເພື່ອເຮັດແນວໃດໃຫ້ເດັກນ້ອຍລາວມີພັດທະນາການທີ່ດີ ພ້ອມທັງສະຫຼາດ ແລະ ໃນໄລຍະຜ່ານມາ ພວກເຮົາໄດ້ສົ່ງເສີມທາງສູນແມ່ ແລະ ເດັກ ອອກນະໂຍບາຍໃຫ້ທາດເຫຼັກ ໜຶ່ງແມ່ນເສີມ ແລະ ສອງແມ່ນປິ່ນປົວ, ການຂາດທາດເຫຼັກບໍ່ເຮັດໃຫ້ແມ່ເສຍຊີວິດ ແຕ່ເຮັດໃຫ້ເດັກເສຍໂອກາດໃນການພັດທະນາສະໝອງ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
​  ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

​ ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ໃນວັນທີ 26 ມັງກອນນີ້, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂຶ້ນ, ຊຶ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ (ສປສສ) ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22ປີ ແລະ ກອງປະຊຸມໂຄສະນາເຜີຍແຜ່ຕິດຕາມ,ຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ, ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງສານປະຊາຊົນຂຶ້ນໃນວັນທີ26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ເລຂາໜ່ວຍພັກກົມກວດກາ ສປສສ.
180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເພີ່ມເຕີມ