ຫັນເປັນທັນສະໄໝເທົ່ານັ້ນການຄຸ້ມຄອງລາຍຮັບຈຶ່ງມີປະສິດທິພາບ

ຫັນເປັນທັນສະໄໝເທົ່ານັ້ນການຄຸ້ມຄອງລາຍຮັບຈຶ່ງມີປະສິດທິພາບ

ຫັນເປັນທັນສະໄໝເທົ່ານັ້ນການຄຸ້ມຄອງລາຍຮັບຈຶ່ງມີປະສິດທິພາບ
ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມແຕ່ລະໜ້າວຽກ ຂອງ ສສຊ ແລະ ສສ ນວ ໃນກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 9 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ຊຸດ​ທີ II ທີ່ຫ້ອງວ່າການປົກຄອງ ນວ ຄື: ການຄຸ້ມຄອງລາຍຮັບງົບປະມານຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນ: ຖານລາຍຮັບງົບປະມານທີ່ເປັນພື້ນຖານຍັງບໍ່ມີໂຕເລກທີ່ຊັດເຈນ,

 

ການເກັບກູ້ໜີ້ຕ້ອງຮັບປະເພດຕ່າງໆ, ໜີ້ທວງຍາກຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ ຍັງມີແຫຼ່ງລາຍຮັບງົບປະ ມານຈໍານວນຫຼາຍ ທີ່ບໍ່ສາມາດຈັດເກັບໄດ້; ສ່ວຍສາອາກອນ ປະຈໍາ ນວ ແມ່ນມີຖານຈັດເກັບລາຍຮັບທີ່ຊັດເຈນ ແລະ ໄດ້ຄຸ້ມຄອງຫົວໜ່ວຍທຸລະກິດ ເຂົ້າລະບົບໃນ TAXRIS ໄດ້ທັງໝົດ 74,971 ຫົວໜ່ວຍ ໃນນັ້ນ: ຂັ້ນ ນວ ຄຸ້ມຄອງ 18,098 ຫົວໜ່ວຍ. ຂັ້ນເມືອງ 56.873 ຫົວໜ່ວຍ ຊຶ່ງສາມາດແຍກເປັນແຕ່ລະປະເພດຖານລາຍຮັບ ຄື: ລາຍຮັບເກີນ 400 ລ້ານກີບ ສາມາດເຂົ້າລະບົບອາກອນມູນຄ່າເພີ່ມແລ້ວ 25,883 ຫົວໜ່ວຍ ຈຸນລະວິສາຫະກິດ: 24,975 ຫົວໜ່ວຍ, ລາຍຮັບປີຫຼຸດ 50 ລ້ານກີບ: 11,777 ຫົວໜ່ວຍ, ຄ່າເຊົ່າ: 11,517 ຫົວໜ່ວຍ; ອົງການຈັດຕັ້ງ 819 ຫົວໜ່ວຍ. ນອກຈາກນີ້ ຍັງໄດ້ຄຸ້ມຄອງຄ່າທໍານຽມທາງ ກໍມີຖານຂໍ້ມູນຈໍານວນພາຫະນະ ລະອຽດ, ສາມາດແຍກປະເພດພາຫະນະໄດ້ ແລະ ການຄຸ້ມຄອງອາກອນທີ່ດິນ ກໍໄດ້ມີຖານຂໍ້ມູນຢູ່ໃນລະບົບ TAXRIS ຈໍານວນຕອນດິນ ແລະ ສາມາດແຍກປະເພດຕອນດິນໄດ້. ສະເພາະວຽກອາກອນທີ່ດິນ ຂະແໜງການເງິນ ຍັງຂາດພຽງແຕ່ເລກທີໃບຕາດິນຈໍານວນໜຶ່ງ (ຖານລາຍຮັບທີ່ຢູ່ໃນລະບົບ TAXRIS ທັງໝົດນີ້ ສາມາດຄຸ້ມຄອງແຈ້ງມອບລາຍຮັບຜ່ານລະບົບ TAXRIS ແລະ ຊໍາລະຜ່ານທະນາຄານ).

ສ່ວນການຈັດຕັ້ງປະຕິບັດໜີ້ທວງຍາກ, ໄລຍະຜ່ານມາ ສ່ວຍສາອາກອນ ປະຈໍາ ນວ ໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ອອກເອກະສານເລັ່ງທວງຄົບ 3 ຄັ້ງ ກໍລະນີຍັງບໍ່ເຂົ້າມາພົວພັນຊໍາລະຕາມເວລາທີ່ກໍານົດໄວ້ ແມ່ນໄດ້ສັງລວມຂໍ້ມູນ ພ້ອມທັງລາຍງານ ເພື່ອຂໍທິດຊີ້ນໍາ ແລະ ມອບໃຫ້ຄະນະສະເພາະກິດເປັນຜູ້ດໍາເນີນແກ້ໄຂຕາມຂັ້ນຕອນ, ກໍລະນີທີ່ສະມາຊິກສະພາ ຕັ້ງຄໍາຖາມ ຄຸ້ມຄອງຍັງບໍ່ທັນເຂັ້ມແຂງ ເນື່ອງຈາກການປະຕິບັດມາດຕະການທວງໜີ້ ຂອງສ່ວຍສາອາກອນ ຍັງບໍ່ທັນມີກໍລະນີໃດເຂົ້າສູ່ ຂະບວນການຍຸຕິທໍາ.

ການເກັບພັນທະສ່ວນຫຼາຍເປັນແບບມອບເໝົາ ເຮັດໃຫ້ການຈັດເກັບຍັງບໍ່ທັນຖືກຕ້ອງກັບສະພາບຕົວຈິງ, ບາງຫົວໜ່ວຍທຸລະກິດຍັງຂາດຄວາມເປັນເຈົ້າການໃນການມອບພັນທະອາກອນ ບໍ່ສາມາດຕິດຕາມ, ກວດກາເອົາໂຕເລກບໍລິມາດການຜະລິດຕົວຈິງ ຂອງຜູ້ປະກອບການໄດ້ ຈຶ່ງເຮັດໃຫ້ເກີດມີຊ່ອງວ່າງໃນການຫຼີກລ່ຽງ ຫຼື ເຊື່ອງອໍາລາຍຮັບ, ການນໍາໃຊ້ມາດຕະການຕໍ່ຜູ້ຝ່າຝືນ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ; ໃນໄລຍະຜ່ານມາຈັດເກັບແບບມອບເໝົາ ແມ່ນໄດ້ຫັນມາເປັນຫົວໜ່ວຍຈຸນລະວິສາຫະກິດ. ໂດຍໄດ້ລົງສໍາຫຼວດປະເມີນລາຍຮັບ ແລະ ຈັດປະເພດຫົວໜ່ວຍຈຸນລະວິສາຫະກິດ ຄືນໃໝ່ ຄື: ຫົວໜ່ວຍທີ່ມີລາຍຮັບປະຈຳປີຕ່ຳກວ່າ 50 ລ້ານກີບ ແມ່ນຖືກຍົກເວັ້ນອາກອນລາຍໄດ້ຕາມກົດໝາຍ, ລາຍຮັບປະຈຳປີ 50-400 ລ້ານກີບ ຈະຖືກຄິດອາກອນລາຍໄດ້ຈຸນລະວິສາຫະກິດ ຕາມແຕ່ລະຂະແໜງວິຊາຊີບ ຊຶ່ງຈະຕ້ອງໄດ້ມອບອາກອນ ເປັນແຕ່ລະເດຶອນ, ງວດ, ປີ, ຕາມສັນຍາ. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ ເຖິງຈະມີນິຕິກໍາຄຸ້ມຄອງລະອຽດແລ້ວແຕ່ກໍຍັງປາສະຈາກບໍ່ໄດ້ ຕໍ່ກັບການລົບຫຼີກພັນທະອາກອນ ເຊັ່ນ: ບາງຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບເກີນ 50 ລ້ານກີບ ແຕ່ຍັງເຊື່ອງອໍາລາຍຮັບຂອງຕົນເພື່ອໄດ້ຮັບການຍົກເວັ້ນການເກັບອາກອນ ແລະ ຫົວໜ່ວຍທີ່ມີລາຍຮັບເກີນ 400 ລ້ານກີບຕໍ່ປີ ກໍພະຍາຍາມເຊື່ອງອໍາລາຍຮັບຂອງຕົນບໍ່ຢາກເຂົ້າສູ່ລະບົບ ເພື່ອແຈ້ງເສຍອາກອນຈຸນລະວິສາຫະກິດ ບໍ່ຖືກກັບລາຍຮັບຕົວຈິງ ໃນໄລຍະຜ່ານມາ ເຈົ້າໜ້າທີ່ສ່ວຍສາອາກອນ ກໍໄດ້ລົງປະເມີນແຕ່ກໍຍັງບໍ່ທົ່ວເຖິງ ເນື່ອງຈາກວ່າຫົວໜ່ວຍດັ່ງກ່າວມີຈໍານວນຫຼາຍ, ຕ້ອງໄດ້ໃຊ້ບຸກຄະລາກອນ, ໃຊ້ເວລາ, ງົບປະມານ ຈໍານວນຫຼາຍ, ແຕ່ລາຍຮັບຈຸນລະວິສາຫະກິດ ກວມເອົາພຽງ 0.67% ຂອງລາຍຮັບສ່ວຍສາອາກອນທັງໝົດ.

ວິທີແກ້ໄຂໃນຕໍ່ໜ້າ: ປັດຈຸບັນກະຊວງການເງິນ ກໍຄືກົມສ່ວຍສາອາກອນໄດ້ປັບປຸງນິຕິກໍາໂດຍກຳນົດໄວ້ໃນກົດໝາຍອາກອນມູນຄ່າເພີ່ມ ຫົວໜ່ວຍທຸລະກິດທີ່ໄດ້ຮັບການສ້າງຕັ້ງຈາກຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ຮັບເລກປະຈຳຕົວຜູ້ເສຍອາກອນຕ້ອງໄດ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມທັງໝົດ (ບໍ່ມີຈຸນລະວິສາຫະກິດ). ທຸກຫົວໜ່ວຍທຸລະກິດຕ້ອງປະຕິບັດກົນໄກອາກອນມູນຄ່າເພີ່ມ ຢ່າງສະເໝີພາບກັນ ຄື: 1). ຕ້ອງໄດ້ນໍາໃຊ້ໃບເກັບເງິນ ທີ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ, 2). ຕ້ອງຖືບັນຊີຕາມລະບຽບການບັນຊີ ຂອງກະຊວງການເງິນ, 3). ຕ້ອງແຈ້ງມອບອາກອນ ຕາມລາຍຮັບຕົວຈິງ.

ສະເໜີ ກະຊວງການເງິນ ແລະ ທະນາຄານ ຄົ້ນຄວ້າກົນໄກຄຸ້ມຄອງຊໍາລະສະສາງການສະໜອງສິນຄ້າ ແລະ ການບໍລິການ ທຸກປະເພດ ໃຫ້ຫັນເຂົ້າສູ່ການຊໍາລະສະສາງຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ແລະ ຈໍາກັດການຊໍາລະດ້ວຍເງິນສົດ, ເພາະໃນໄລຍະຜ່ານມາ ຍ້ອນການຊໍາລະສະສາງເປັນເງິນສົດໃນອັດຕາທີ່ສູງ ຈຶ່ງເຮັດໃຫ້ ຜູ້ປະກອບການເຊື່ອງອໍາລາຍຮັບໄດ້ຢ່າງງ່າຍດາຍ ຊຶ່ງສ່ວຍສາອາກອນ ບໍ່ສາມາດກວດເຫັນຂໍ້ມູນການຊື້-ຂາຍໄດ້ ຈຶ່ງຂາດຂໍ້ມູນໃນການຈັດເກັບອາກອນ; ສະເໜີ ກະຊວງການເງິນ ແລະ ທະນາຄານ ຄົ້ນຄວ້າກົນໄກ ການສະໜອງຂໍ້ມູນການເຄື່ອນໄຫວການຊໍາລະສະສາງທາງທຸລະກິດ ເພື່ອເປັນຂໍ້ມູນໃຫ້ສ່ວຍສາອາກອນ ໃນການໄລ່ລຽງອາກອນ; ສະເໜີກະຊວງການເງິນ ແລະ ທະນາຄານ, ຄົ້ນຄວ້າກົນໄກ ການຊໍາລະສະສາງ ບັນຊີທະນາຄານທຸລະກິດ ຂອງທະນາຄານລາວ ເພາະໃນໄລຍະຜ່ານມາ ເຈົ້າໜ້າທີ່ກວດພົບເຫັນບາງກໍລະນີ ການຊໍາລະສະສາງສິນຄ້າ ຂອງບັນຊີຕ່າງປະເທດ ຫາ ບັນ ຊີຕ່າງປະເທດ ບໍ່ຜ່ານລະບົບບັນຊີທະນາຄານຂອງລາວ. ທັງໝົດທີ່ກ່າວມານັ້ນ, ມີແຕ່ຫັນເປັນທັນສະໄໝເທົ່ານັ້ນຈຶ່ງຈະສາມາດຄຸ້ມຄອງລາຍຮັບໄດ້ຢ່າງມີປະສິດທິພາບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ