ຮັບຮອງເມືອງຕຸ້ມລານ ເປັນເມືອງຢຸດຕິການຖ່າຍຊະຊາຍເມືອງທີ 7 ຂອງແຂວງ

ຮັບຮອງເມືອງຕຸ້ມລານ ເປັນເມືອງຢຸດຕິການຖ່າຍຊະຊາຍເມືອງທີ 7 ຂອງແຂວງ
ເມື່ອບໍ່ດົນມານີ້, ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບການປະກາດເປັນເມືອງຢຸດຕິການຖ່າຍຊະຊາຍເປັນເມືອງທີ 7 ຂອງແຂວງ ແລະ ເປັນເມືອງທີ 98 ໃນທົ່ວປະເທດ ພາຍຫຼັງສຸມໃສ່ການຈັດຕັ້ງປະຕິບັດຄົບຕາມມາດຖານເງື່ອນໄຂຖືເປັນຜົນງານຂອງການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ກໍຄືຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ ຕໍ່ວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ), ເປັນການເພີ່ມທະວີຄວາມຮັບຜິດຊອບຂອງປະຊາຊົນ, ຄອບຄົວ ແລະ ສັງຄົມລິເລີ່ມມີສ່ວນຮ່ວມກາຍເປັນຜົນສຳເລັດອັນລວມ, ພາຍໃຕ້ການຊຸກຍູ້, ສົ່ງເສີມຂອງອົງການປົກຄອງແຕ່ລະຂັ້ນ ແລະ ຂະແໜງການສາທາລະນະສຸກໃກ້ຊິດຕິດແທດ, ແນະນຳຂັ້ນຕອນ, ວິທີການ ແລະ ສະ   ໜອງງົບປະມານໃນແຕ່ລະໄລຍະ ເຮັດໃຫ້ບັນລຸໄດ້ຕາມຄາດໝາຍ, ປະຊາຊົນພາຍໃນເມືອງໄດ້ຊົມໃຊ້ວິດຖ່າຍເປັນຂອງຕົນເອງຈໍານວນ 4.528 ຫຼັງກວມ 93,11% ແລະ ອີກ 335 ຫຼັງແມ່ນຊົມໃຊ້ຮ່ວມ ເຮັດໃຫ້ອັດຕາການຊົມໃຊ້ວິດຖ່າຍໃນທົ່ວເມືອງກວມເອົາ 100%. ເປັນກຽດມອບໃບຢັ້ງຢືນໂດຍທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງ ແລະ ເປັນກຽດຮັບໂດຍທ່ານ ທອງໃສ ເພັດລາສີ ເຈົ້າເມືອງຕຸ້ມລານ. ພ້ອມນີ້, ໄດ້ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານ ຊຈສ. 
    ທ່ານ ແສງອາລຸນ ອຸ່ນຄໍາມະນີ ຮອງເຈົ້າເມືອງຕຸ້ມລານ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວວ່າ: ຫຼັງຈາກໄດ້ຮັບການຈັດຕັ້ງປະຕິບັດວຽກງານຫຼາຍດ້ານ ແລະ ມີຜົນ ສຳເລັດໃນແຕ່ລະບາດກ້າວຄົບຕາມມາດຖານ, ເງື່ອນໄຂ ແລະ ປະຊາຊົນ ສາມາດເຂົ້າເຖິງການບໍລິການດ້ານສາທາ ລະນະສຸກໂດຍມີໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 7 ແຫ່ງ, ມີ ອສບ ທັງໝົດ 98 ຄົນ, ມີກອງທຶນປະກັນສຸຂະພາບຊຸມຊົນກວມ 100%, ມີຮ້ານຂາຍຢາເອກະຊົນ 3 ຮ້ານ, ມີໂຮງງານນໍ້າດື່ມບໍລິສຸດຈຳໜ່າຍ 1 ແຫ່ງ ໄດ້ມີການລິເລີ່ມມາແຕ່ປີ 2009 ເປັນຕົ້ນມາ ຊຶ່ງໄດ້ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 1 ບ້ານ ກາຍເປັນແບບຢ່າງ, ບົດຮຽນໃນການເສີມຂະຫຍາຍ, ໃນປີ 2019 ໄດ້ເລີ່ມປະຕິບັດວຽກງານ ຊຈສ ຢ່າງເປັນຂະບວນຟົດຟື້ນ ຕໍ່ເນື່ອງຕາມຫຼັກການ ແລະ ນະໂຍບາຍວຽກງານຮັກສາສຸຂະພາບຂັ້ນຕົ້ນ, ຊຸກຍູ້ພໍ່ແມ່ປະຊາຊົນ ແລະ ປະເມີນຜົນໃນແຕ່ລະໄລຍະແຕ່ປີ 2009-2016 ສ້າງບ້ານ ຊຈສ ແລະ ບ້ານສາທາລະນະສຸກແບບຢ່າງໄດ້ 1 ບ້ານ, ປີ 2019 ສ້າງໄດ້ 4 ບ້ານ ປີ 2021 ສ້າງໄດ້ 7 ບ້ານ, ປີ 2022-2023 ສ້າງໄດ້ 25 ບ້ານກວມເອົາ 100% ຂອງບ້ານທັງໝົດ 37 ບ້ານ ໂດຍອີງໃສ່ການປະເມີນຕາມມາດຕະຖານ 4 ດາວຄື: ນໍາໃຊ້ວິດຖ່າຍບັນລຸໄດ້ 100%, ລ້າງມືໃສ່ສະບູໄດ້ 64,78%, ນໍ້າດື່ມ-ນໍ້າໃຊ້ທີ່ສະອາດໄດ້ 76,56% ແລະ ດາວທີ 4 ແມ່ນການອະນາໄມສິ່ງແວດລ້ອມບັນລຸໄດ້ 80,33%.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ