ຫ້າປີ ເມືອງສີສັດຕະນາກ ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 950 ເລື່ອງ

ຫ້າປີ ເມືອງສີສັດຕະນາກ ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 950 ເລື່ອງ

ຫ້າປີ ເມືອງສີສັດຕະນາກ ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 950 ເລື່ອງ
ກຳລັງປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໂດຍໄດ້ເຄື່ອນໄຫວ ແລະ ຈັດຕັ້ງການແກ້ໄຂຢ່າງເປັນປົກກະຕິ ຕາມວຽກວິຊາສະ ເພາະຂອງຕົນຢ່າງຕັ້ງໜ້າ ແລະ ມີຈຸດສຸມ, ໃນຂະນະດຽວກັນ 5 ປີຜ່ານມາມີສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເກີດຂຶ້ນທັງໝົດ 950 ເລື່ອງ, ສາມາດແກ້ໄຂ ຫຼື ມ້າງໄດ້ 710 ເລື່ອງ.

 

ສະຫາຍ ພັທ ສຸລິວັນ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງສີສັດຕະນາກ ໃນຫົວຂໍ້ “ຂົງເຂດວຽກງານແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດ” ເມື່ອບໍ່ຜ່ານມານີ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ໄດ້ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໂດຍໄດ້ເຄື່ອນໄຫວ ແລະ ຈັດຕັ້ງການແກ້ໄຂຢ່າງເປັນປົກກະຕິ ຕາມວຽກວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ແລະ ມີຈຸດສຸມ, ພາຍຫຼັງທີ່ມີຄຳສັ່ງສະບັບເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021 ຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຜນປະຕິບັດງານສະບັບເລກທີ 520/ປກສ.ນວ ລົງວັນທີ 3 ພະຈິກ 2021 ແລະ ຂໍ້ຕົກລົງສະບັບເລກທີ 516/ປກສ.ນວ, ລົງວັນທີ 1 ຕຸລາ 2021 ວ່າດ້ວຍການແບ່ງຄວມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນການ, ສະນັ້ນກຳລັງປ້ອງກັນຄວາມສະຫງົບ ເມືອງສີສັດຕະນາກ ກໍໄດ້ຫັນມາເປັນແຜນການອັນລະອຽດ.

ໃນໄລຍະ 5 ປີຜ່ານມາ, ໄດ້ສຸມໃສ່ເຮັດວຽກງານໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໂດຍສົມທົບກັບອຳນາດການປົກຄອງບ້ານຜ່ານທາງໂທລະໂຄ່ງໄດ້ 37 ບ້ານ ມີ 5,328 ຄັ້ງ, ໂຄສະນາວາລະແຫ່ງຊາດຕາມພື້ນທີ່ 23 ຄັ້ງ. ສະຖາບັນການສຶກສາ 17 ຄັ້ງ, ເປົ້າໝາຍຂອງການໂຄສະນາ ແມ່ນເພື່ອປຸກລະດົມຂົນຂວາຍ ໃຫ້ພໍ່ແມ່ປະຊາຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນ ບັນຫາການຊື້-ຂາຍ ແລະ ມົ້ວສຸມຢາເສບຕິດ, ໄປຄຽງຄູ່ກັນນັ້ນເຈົ້າໜ້າທີ່ພວກເຮົາຍັງລົງສົມທົບກັບອຳນາດປົກຄອງບ້ານ ເຮັດສັນຍາປ້ອງກັນຄວາມສະຫງົບກັບຫົວໜ່ວຍທຸລະກິດ 1,388 ຫົວໜ່ວຍ, ກັບຄອບຄົວ 500 ກວ່າຄອບຄົວ ແລະ ສົມທົບກັບຜູ້ປົກຄອງເພື່ອສຶກສາອົບຮົມເປົ້າໝາຍທີ່ມີການເຄື່ອນໄຫວພົວພັນກັບຢາເສບ, ສົ່ງໄປບຳບັດສູນສົມສະຫງ່າ 46 ຄົນ ຍິງ 3 ຄົນ, ເກັບກໍາຂຶ້ນບັນຊີເປົ້າໝາຍຢາເສບຕິດປີ 2025ມີທັງໝົດ 84 ຄົນ ຍິງ 6 ຄົນ, ໃນນັ້ນເປົ້າໝາຍເສບຢາເສບຕິດມີ 56 ຄົນ ຍິງ 2 ຄົນ, ເປົ້າໝາຍຄ້າຂາຍລາຍຍ່ອຍ ມີ 28 ຄົນ ຍິງ 4 ຄົນ. ສົມທຽບປີຜ່ານມາ ເຫັນວ່າຫຼຸດລົງ, 5 ປີຜ່ານມາມີສະພາບປາກົດການຫຍໍ້ທໍ້ໃນສັງຄົມ ເກີດຂຶ້ນທັງໝົດ 950 ເລື່ອງ, ສາມາດແກ້ໄຂ ຫຼື ມ້າງໄດ້ 710 ເລື່ອງ, ກັກຜູ້ຖືກຫາ 1,187 ຄົນ ຍິງ 138 ຄົນ, ບັນຫາທີ່ພົ້ນເດັ່ນແມ່ນຄະດີຢາເສບຕິດສາມາດມ້າງໄດ້ທັງໝົດ 388 ເລື່ອງ, ກັກຜູ້ຖືກຫາໄດ້ 647 ຄົນ ຍິງ 87 ຄົນ, ຢຶດຂອງກາງ ຢາບ້າ ໄດ້ 492,386 ເມັດ, ຢາໄອສ 29 ກິໂລ ກັບ 19 ຖົງນ້ອຍ, ຢາເຄ 3 ຖົງນ້ອຍ, ເຮໂຣອິນ 6 ແທ່ງ, ຢາອີ 1,011 ເມັດ, ແປ້ງຝຸ່ນປະສົມຢາເສບຕິດ 13 ຖົງນ້ອຍ ກັບ 277 ຊອງ, ຢາສູບໄຟຟ້າ 11 ອັນ, ບັ້ງອົກຊີບັນຈຸສານໄນຕັດ 13 ບັ້ງ, ຢຶດລົດໃຫຍ່ໄດ້ 7 ຄັນ, ລົດຈັກ 18 ຄັນ, ເງິນກີບ 186,327,000 ກີບ, ເງິນບາດ 522,730 ບາດ, ຄໍາຮູບປະພັນ 5 ບາດ, ທີ່ດິນ 2 ຕອນ, ປືນສັ້ນ 7 ກະບອກ ລູກປືນ 48 ລູກ.

ໃນຂະນະດຽວກັນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ໃຫ້ຖືກຕ້ອງຕາມກົດໝາຍ, ຕາມແນວທາງ ແລະ ຫຼັກການວິຊາສະເພາະ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ມີມາດຕະການຈະສືບຕໍ່ຍົກສູງວຽກງານສຶກສາອົບຮົມນໍາພາການເມືອງແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ເປັນກົກ, ເປັນຮາກຖານທີ່ສໍາຄັນ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ລັດ, ມີຈັນຍາບັນ-ຈັນຍາທໍາ, ເປັນກໍາລັງຕໍາຫຼວດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ຫັນກຳລັງວິຊາສະເພາະລົງກໍ່ສ້າງຮາກຖານການເມືອງປຸກລະດົມທົ່ວສັງຄົມເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຮອບດ້ານຂອງພັກ ຢ່າງກ້ວາງຂວາງ ແລະ ເລິກເຊິ່ງ, ສົມທົບກັບພະນັກງານກໍ່ສ້າງຮາກຖານກະຊວງ ປກສ, ອົງການປົກຄອງທຸກຂັ້ນ, ໃນການນຳພາວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານໃນການກວດກາ, ຄຸ້ມຄອງການພັກເຊົາ, ຄຸ້ມຄອງຕິດຕາມເປົ້າໝາຍ, ກວດກາຄົນເຂົ້າອອກພັກເຊົາຕາມໂຮງແຮມ, ເຮືອນພັກ, ຣີສອດ, ເຮືອນເຊົ່າ ແລະ ເຮືອນຫ້ອງແຖວໃນແຕ່ລະບ້ານ.

ໃນນັ້ນ, ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ແລະ ບັນດານິຕິກຳຂອງພັກ-ລັດ, ແຜນ ການໜ່ວຍສະເພາະກິດແກ້ໄຂສະພາບປະກົດການຫຍໍ້ທໍ້ຂອງສັງຄົມຢູ່ເມືອງສີສັດຕະນາກ ໂດຍຖືເປັນສຳຄັນວຽກງານສືບສວນ-ສອບສວນຂັ້ນພື້ນຖານ, ວຽກງານສືບຂ່າວເກັບກຳຊອກຮູ້ເປົ້າໝາຍແຕ່ລະປະເພດ ເພື່ອແກ້ໄຂປັດໄຈໜໍ່ແໜງທີ່ຈະກໍ່ຄວາມບໍ່ສະຫງົບສຸກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ຕາມຄໍາສັ່ງເລກທີ 27/ນຍ ແລະ ຂໍ້ຕົກລົງເລກທີ 2048/ປກສ, ເພື່ອແກ້ໄຂປະກົດການຫຍໍ້ທໍ້ ບັນຫາອາຊະຍາກໍາ ຢູ່ເມືອງສີສັດຕະນາກ ໃຫ້ຫຼຸດນ້ອຍຖອຍລົງ, ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ, ສຸມໃສ່ 6 ວຽກຈຸດສຸມ ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ເປັນຂະບວນການ, ເຮັດໃຫ້ທຸກພາກສ່ວນສັງຄົມເຂົ້າໃຈໜ້າທີ່ ແລະ ມີຄວາມຮັບຜິດຊອບສູງຕໍ່ການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ປະສານສົມທົບກັບຂະແໜງກ່ຽວຂ້ອງກວດກາຕິດຕາມສະຖານທີ່ບໍລິການຮ້ານກິນດື່ມ, ບັນເທີງ, ຮ້ານອາຫານ, ຮ້ານເກມອິນເຕີເນັດ ທີ່ສົ່ງສຽງເນື່ອງນັນ, ເຄື່ອນໄຫວລະເມີດລະບຽບກົດ ໝາຍ, ຕິດພັນກັບການມົ້ວສຸມສິ່ງເສບຕິດ ແລະ ມີການອາລະວາດຕີກັນ ຊຶ່ງຈະໄດ້ສືບຕໍ່ເຂົ້າຮ່ວມເປັນຄະນະສະເພາະກິດກວດກາແກ້ໄຂຢ່າງເຂັ້ມງວດ, ເອົາໃຈໃສ່ຊີ້ນໍາການດໍາເນີນຄະດີໃຫ້ວ່ອງໄວ, ຖືກຕ້ອງ ແລະ ຍຸຕິທໍາເພື່ອຕີຖອຍຫາງສຽງສັງຄົມ ຕໍ່ກຳລັງປ້ອງກັນຄວາມສະຫົງບ ເມືອງສີສັດຕະນາກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ