ຮັບປະກັນໃຫ້ວຽກງານສື່ສານກອງທັບຮັບໃຊ້ການນຳ ແລະ ພາກລັດບໍລິຫານມີຜົນສຳເລັດຫຼາຍດ້ານ ( ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ )

ຮັບປະກັນໃຫ້ວຽກງານສື່ສານກອງທັບຮັບໃຊ້ການນຳ ແລະ ພາກລັດບໍລິຫານມີຜົນສຳເລັດຫຼາຍດ້ານ ( ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ )
ສະຫາຍ ພັນໂທ ອານົງສີ ແກ້ວຄໍາພັນ ຫົວໜ້າການເມືອງສູນສື່ສານກອງທັບຮັບໃຊ້ການນໍາ ແລະ ພາກລັດບໍລິຫານ ໄດ້ກ່າວວ່າ: ຕະຫຼອດໄລຍະ 75 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ສາມາດນໍາພາເອົາໄຊຊະນະມາສູ່ປະເທດ ກາຍເປັນປະເທດ ສປປ ລາວ. ຍ້ອນມີການນໍາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ, ປະຊາຊົນລາວທຸກຖ້ວນໜ້າມີຄວາມຮົ່ມເຢັນຜາສຸກ ປະເທດຊາດໄດ້ຮັບການພັດທະນາ ແລະ ຮຸ່ງເຮືອງສີວິໄລ.
    ເພື່ອຮັບປະກັນໃຫ້ວຽກງານສື່ສານກອງທັບຮັບໃຊ້ການນຳ ແລະ ພາກລັດບໍລິຫານ ເນື່ອງໃນໂອກາດກະ ກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງນີ້ໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງ. ກົມກອງໄດ້ມີການຫ້າງຫາກະກຽມວຽກງານຮັບປະກັນຫຼາຍດ້ານເຊັ່ນ ໄດ້ສຸມໃສ່ຊີ້ນໍາບັນດາສຳນັກ ງານໃຫຍ່, ກອງພັນ, ກອງຮ້ອຍ ແລະ ບັນດາໝວດໝູ່ລົງພົວພັນພໍ່ແມ່ປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ໂຄສະນາໃຫ້ເຂົາເຈົ້າຮັບຮູ້ກ່ຽວກັບແລວຄອງສາຍໄຍແກ້ວໃຕ້ດິນ ທີ່ມີການຕິດພັນກັບເສັ້ນທາງ, ຕິດພັນກັບດິນສາທາ ລະນະ, ດິນສ່ວນບຸກຄົນເພື່ອຮັບປະກັນບໍ່ໃຫ້ມີການເປ່ເພເສຍຫາຍ, ຄະນະພັກ-ຄະນະບັນຊາຂອງພວກເຮົາໄດ້ເອົາໃຈໃສ່ລົງເຄື່ອນໄຫວເຮັດວຽກງານຢ່າງຮອບດ້ານນໍາກອງພັນນ້ອຍ, ກອງຮ້ອຍເພື່ອເກັບກຳເອົາບັນຫາຕ່າງໆ ເພື່ອມາປັບປຸງແກ້ໄຂໃຫ້ທັນກັບສະພາບການ, ຈັດຕັ້ງລະບົບປະຈຳການຢູ່ກອງພັນໃຫຍ່ ມີປະຈຳການບັນຊາ, ປະຈຳການມໍນິເຕີ, ປະຈຳການລົດບໍລິຫານ, ມີປະຈຳການກອງພັນ, ກອງຮ້ອຍ, ໝວດແຕ່ລະຈຸດມີ 2 ສະຫາຍ ເຮັດໜ້າທີ່ປະຈໍາການຢູ່ບັນດາຈຸດໃຫ້ບໍລິການ ຮັບປະກັນທາງດ້ານລະບົບສື່ສານໃຫ້ດໍາເນີນການຕະຫຼອດ 24 ຊົ່ວໂມງ, ປະຈໍາການແຕ່ລະພາກສ່ວນແມ່ນໄດ້ສະຫຼຸບສະພາບ ແລະ ປະຕິບັດການສ່ອງແສງລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິໃນແຕ່ລະວັນ, ຈັດຕັ້ງກໍາລັງພ້ອມພາຫະນະລົດອາວຸດກະສຸນ, ອຸປະກອນເຕັກນິກ ແລະ ເຄື່ອງມືຮັບໃຊ້ຢູ່ບັນດາຈຸດທີ່ມີຄວາມສ່ຽງຕ່າງໆຈໍານວນ 34 ຈຸດໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນວຽກງານກຽມພ້ອມສູ້ຮົບ ແລະ ສ້ອມແປງແກ້ໄຂສາຍໄຍແກ້ວຂາດ, ຕິດຕາມການຂະຫຍາຍທາງ, ການສ້ອມແປງທາງ, ການຂະ ຫຍາຍທໍ່ນໍ້າປະປາ, ການຂະຫຍາຍລະບົບໄຟຟ້າ ແລະ ອື່ນໆໃນໄລຍະຜ່ານມາກໍຄືປັດຈຸບັນ, ກົມກອງຂອງພວກເຮົາໄດ້ມອບໝາຍຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ຕາມພາລະບົດບາດໃຫ້ຖືກຕ້ອງສອດຄ່ອງ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຫ້າວຫັນ ເພາະກົມກອງຂອງພວກເຮົາແມ່ນທຽບເທົ່າກອງພັນໃຫຍ່ມີ 4 ກອງພັນນ້ອຍ ຂຶ້ນກັບສູນກາງໃຫຍ່ແມ່ນຕັ້ງຢູ່ໂພນເຄັງເປັນມະຫາພາກຊີ້ນໍາລວມຄື: 1 ກອງພັນນະຄອນຫຼວງ, 2 ພາກເໜືອ, 3 ພາກກາງ ແລະ ກອງພັນພາກໃຕ້ຮັບຜິດຊອບວຽກງານຮັບປະກັນການໃຫ້ບໍລິການວຽກງານສື່ສານ ປກຊ-ປກສ ແລະ ພາກລັດບໍລິຫານດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ປອດໄພ, ກົມກອງຂອງພວກເຮົາແມ່ນມີບັນດາສູນສະຖານີໃຫ້ບໍລິການຢູ່ກະແຈກກະຈາຍໃນທົ່ວປະເທດ. ສະນັ້ນມັນເປັນໜ້າທີ່ອັນທ້າທາຍໃຫ້ພວກເຮົາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ແຕ່ເຫັນວ່າການປະຕິບັດໜ້າທີ່ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ດ້ານວຽກງານວິຊາສະເພາະ, ວຽກງານຮັບປະກັນ ແລະ ວຽກງານປ້ອງກັນ-ກວດກາ, ກໍຄືວຽກງານຮັບປະກັນສື່ສານ ປກຊ-ປກສ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ. ໄລຍະຜ່ານມາເຫັນວ່າປະຕິບັດໄດ້ດີມີຜົນສໍາເລັດຕາມແຜນການທີ່ວາງໄວ້.
    
    ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ສະຫາຍ ພັນໂທ ອານົງສີ ແກ້ວຄໍາພັນ ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວສູນສື່ສານກອງທັບຮັບໃຊ້ການນຳ ແລະ ພາກລັດບໍລິຫານ ໄດ້ອວຍພອນໄຊອັນປະເສີດມາຍັງບັນດາການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະ ເທດຈົ່ງມີສຸຂະພາບເຂັ້ມແຂງ ມີຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ, ອວຍພອນມາຍັງຖັນແຖວພະນັກງານ-ນັກຮົບທົ່ວກອງທັບປະຊາຊົນລາວ ຈົ່ງມີຄວາມຜາສຸກ ມີສຸຂະພາບເຂັ້ມແຂງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ