ຫັດຖະກໍາວັນມີນາ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານບຸນພະທາດຫຼວງ

ຫັດຖະກໍາວັນມີນາ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານບຸນພະທາດຫຼວງ

ຫັດຖະກໍາວັນມີນາ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານບຸນພະທາດຫຼວງ
ຮ້ານວາງສະແດງ-ຂາຍເຄື່ອງຫັດຖະກໍາວັນມີນາ ເປັນໜຶ່ງຮ້ານຫັດຖະກໍາສິນຄ້າໂອດັອບ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ທີ່ໄດ້ວາງສະແດງ-ຂາຍ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຊຶ່ງເຫັນວ່າໃນແຕ່ລະປີ ໄດ້ຮັບຄວາມສົນໃຈຈາກມວນຊົນມາທ່ຽວງານບຸນເປັນຢ່າງດີ.
ຫດຖະກາວນມນາ ໄດຮບຄວາມສນໃຈຈາກມວນຊນໃນງານບນພະທາດຫວງ - image 1
 

ທ່ານ ນາງ ວັນມີນາ ຄັນທະວົງ ເຈົ້າຂອງຮ້ານຫັດຖະກໍາວັນມີນາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສໍາດພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນຜ່ານມານີ້ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ມີໂອກາດນໍາເອົາສິນຄ້າຫັດຖະກໍາລາວມາວາງສະແດງ-ຂາຍໃນງານບຸນ ແຫ່ງນີ້ໃນທຸກໆປີ. ປີນີ້, ແມ່ນເລີ່ມນໍາມາວາງສະແດງ-ຂາຍແຕ່ວັນທີ 1-5 ພະຈິກ 2025.ສິນຄ້າທີ່ນໍາມາສະແດງ-ຂາຍໃນປີນີ້ ປະກອບມີ: ຂັນເງິນ, ຂັນທອງເຫຼືອງ, ຊຸດໝາກ, ຊຸດພູ, ຂັນນໍ້າຍາດ, ຕິບເຂົ້າ. ໃນນັ້ນ,ຍັງມີເຄື່ອງປະດັບຕ່າງໆ ເຊັ່ນ: ສາຍແອວເງິນ, ສາຍແອວລຽນອາເມລິກາ, ສາຍແອວທອງນາກປະສົມ, ສາຍແຂນ, ສາຍຄໍ, ຕຸມຫູເງິນ ແລະ ອື່ນໆ. ຂາຍໃນລາຄາບໍ່ແພງ ລູກຄ້າ ກໍຄືຄົນທົ່ວໄປສາມາດຊື້ ແລະ ຈັບຕ້ອງໄດ້, ຄາລາເລີ່ມຕົ້ນພຽງ 170,000 ກີບ ຂຶ້ນໄປ.

ຫດຖະກາວນມນາ ໄດຮບຄວາມສນໃຈຈາກມວນຊນໃນງານບນພະທາດຫວງ - image 2
 

ຈຸດພິເສດຂອງຮ້ານຫັດຖະກໍາວັນມີນາ ຈະເນັ້ນລວດລາຍທີ່ເປັນເອກະລັກວັດທະນະທໍາລາວ, ລາຍບູຮານຕ່າງໆ ທີ່ສວຍສົດງົດງາມ ແລະ ປານີດທີ່ສຸດ. ເຫັນໄດ້ວ່າຜູ້ມາທ່ຽວໃນງານບຸນໃຫ້ຄວາມສົນໃຈເປັນຢ່າງດີ ບາງຄົນກໍຊື້ໄປໃຊ້, ໄປເປັນຂອງທີ່ລະນຶກຂອງຝາກຂອງຕ້ອນ ແລະ ອື່ນໆ. ສະນັ້ນ, ທ່ານໃດທີ່ມີຄວາມສົນໃຈສິນຄ້າຫັດຖະກໍາລາວ ສາມາດເຂົ້າມາແວ່ເບິ່ງທີ່ຮ້ານໄດ້ຢູ່ເຂດຫ້ອງຂາຍC. ພິເສດໄລຍະວາງຂາຍຢູ່ງານບຸນປີນີ້, ໄດ້ມີການຂາຍຫຼຸດລາຄາຈາກປົກກະຕິ 30% ຂອງສິນຄ້າ ຫຼື ຖ້າຫາກທ່ານສົນໃຈສິນຄ້າຫັດຖະກໍາວັນມີນາ ຍັງສາມາດຫາເບິ່ງ ແລະ ຊື້ໄດ້ ທີ່ສູນການຄ້າລາວ-ໄອເຕັກຕຶກໃໝ່ຊັ້ນ 2.

ທ່ານ ນາງ ວັນມີນາ ຄັນທະວົງ ຍັງໃຫ້ຮູ້ຕື່ມວ່າ: ຕົນເອງໄດ້ເລີ່ມຂາຍເຄື່ອງຫັດຖະກໍາເປັນເວລາ 7 ປີແລ້ວ ແລະ ໄດ້ຮັບການຢັ້ງຢືນເປັນສິນຄ້າໂອດັອບ 5 ປີແລ້ວ, ຜ່ານມາຂາຍເຄື່ອງປະດັບພຽງເລັກໜ້ອຍ ເມື່ອເຫັນວ່າເຄື່ອງຫັດຖະກໍາລາວກໍນັບມື້ໃຫ້ການຕ້ອນຮັບ, ມີຄວາມສົນໃຈຈາກຄົນລາວ ແລະ ຊາວຕ່າງປະເທດ ຫຼາຍຂຶ້ນ ຈຶ່ງໄດ້ຂະຫຍາຍຮ້ານອອກໃຫ້ໃຫຍ່ກວ່າເກົ່າ ແລະ ໄດ້ເພີ່ມສິນຄ້າຫັດຖະກໍາໃຫ້ມີຄວາມຫຼາກຫຼາຍຂຶ້ນ. ປັດຈຸບັນມີຊ່າງຫັດຖະກໍາໂດຍແມ່ນອ້າຍເອື້ອຍນ້ອງທັງໝົດ 7 ຄົນ. ໃນປີຕໍ່ໆໄປ ກໍຈະນໍາເອົາສິນຄ້າຫັດຖະກໍາມາວາງສະແດງ-ຂາຍຢູ່ໃນງານບຸນແຫ່ງນີ້.

ຫດຖະກາວນມນາ ໄດຮບຄວາມສນໃຈຈາກມວນຊນໃນງານບນພະທາດຫວງ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ