ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ
ໃນ​ສຳ​ເນົາ​ເອ​ກະ​ສານ​ຂອງ​ທ່ານ ສີ​​ຈົ້ງ​ຊວິ່ນ ອະ​ດີດ​ຜູ້​ນຳ​ຈີນໄດ້​ມີ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ຕີ​ລາ​ຄາ​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ພັກ​ທີ່​ມີ​ຕໍ່​ເພິ່ນ ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ພະ​ນັກ​ງານ​ຂັ້ນ​ສູງສຳ​ນັກ​ງານຕາ​ເວັນ​ຕົກ​ສ່ຽງ​ເໜືອ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ (1942-1943) ຊຶ່ງ​ເນື້ອ​ໃນ​ບາງ​ຕອນ​ຂຽນ​ວ່າ: “ຍາມ​ປົກ​ກະ​ຕິ, ບ່ອນ​ເຮັດ​ວຽກ​ ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນທຸກ​ມື້, ຕອນ​ເພິ່ນ​ຢູ່​ນຳ​ກັນ​ກັບ​ເຂົາ​ເຈົ້າມັກ​ຈະ​ເປັນ​ກັນ​ເອງ​ແບບ​ທຳ​ມະ​ຊາດ​ທີ່​ສຸດ. ບາງ​ທີເພິ່ນ​ກຳ​ລັງ​ຫຍຸ້ງ​ນຳ​ວຽກ​ຢູ່, ແຕ່​ເພິ່ນກໍຍອມ​ປະ​ວຽກ​ທີ່​ກຳ​ລັງ​ເຮັດ​ຢູ່ໄວ້​ກ່ອນເພື່ອ​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຢ່າງ​ເປັນ​ກັນ​ເອງ​ໂດ​ຍ​ບໍ່​ຖື​ຕົວ, ບໍ່​ມີທັດສະນະ​ອາ​ຍາ​ສິດ​ແມ່ນ​ແຕ່​ໜ້ອຍ​ດຽວ.”
ແຮງຈງ​ໃຈ​ກຽວ​ກບ​ທດ​ສະ​ນະ​​ຜນ​ງານ​ການ​ບ​ລ​ຫານ​ຈາກ​​​ຂ​ມນສຳ​ເນາ​ເອ​ກະ​ສານ​ສະ​ບບ​ໜງ - image 1
 

 

ໃນນີ້ມີຂໍ້ປີກຍ່ອຍສາມຈຸດທີ່ໜ້າປະທັບໃຈທີ່ສຸດ.

ໜຶ່ງ: “ເຕັມໄປດ້ວຍປະຊາຊົນ” ໝາຍຄວາມວ່າປະຊາຊົນໄປຫາເພິ່ນເປັນປະຈຳໂດຍບໍ່ມີກິ່ນອາຍຂອງເຈົ້າໃຫຍ່ນາຍໂຕທີ່ວາງໂຕສູງ, ມີແຕ່ຄວາມເປັນກັນເອງແບບເປີດປະຕູເຂົ້າມາຫາໂດຍກົງເລີຍ. ຖືເອົາເລື່ອງຂອງພໍ່ແມ່ປະຊາຊົນເປັນໜ້າທີ່ຂອງຕົນຈຶ່ງຈະສາມາດກິ້ງເກືອກລີເລືອ ແລະ ເຮັດວຽກຮ່ວມກັນກັບປະຊາຊົນໄດ້.

ສອງ: “ເປັນກັນເອງແບບທຳມະຊາດທີ່ສຸດ” ຊຶ່ງເປັນທ່າທາງທີ່ບໍ່ແມ່ນເປັນການສະແດງອອກ ແລະ ທຳທ່າເຮັດຂຶ້ນ. ມີພຽງແຕ່ສະເໝີພາບ, ອ່ອນນ້ອມຖ່ອມຕົນ, ໃຫ້ກຽດ, ຈິງໃຈເທົ່ານັ້ນຈຶ່ງລົມເຂົ້າກັນໄດ້.

ສາມ: “ຍອມປະວຽກທີ່ກຳລັງເຮັດຢູ່ໄວ້ກ່ອນ”. ເລື່ອງຂອງປະຊາຊົນເປັນເລື່ອງໃຫຍ່, ແມ່ນຈັດຢູ່ອັນດັບໜຶ່ງ, ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາທັງໝົດເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ຄຳຕີລາຄາປະເມີນດັ່ງກ່າວເປັນພຽງບໍ່ເທົ່າໃດຄຳປານກັບຮູບແຕ້ມແບບງ່າຍດາຍແຜ່ນໜຶ່ງ ທີ່ວາດພາບການເວົ້ານົວຫົວມ່ວນຂອງພີ່ນ້ອງຊາວບ້ານທີ່ຢູ່ເຕັມຫ້ອງແລະຍັງມີຄົນຕັ້ງໃຈຮັບຟັງຢ່າງຈົດຈໍ່. ຈາກສິ່ງນີ້, ພວກເຮົາຈະສາມາດສຳຜັດໄດ້ຢ່າງແທ້ຈິງເຖິງສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນ, ໄດ້ສ້າງແຮງຈູງໃຈໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ.

ພະນັກງານສະມາຊິກພັກເປັນຜູ້ຮັບໃຊ້ປະຊາຊົນ. ເມື່ອເປັນຜູ້ຮັບໃຊ້ປະຊາຊົນ, ໜຶ່ງຕ້ອງເຮັດວຽກເພື່ອສ່ວນລວມ, ບໍ່ມີຈິດໃຈເພື່ອຜົນປະໂຫຍດສ່ວນຕົວ; ສອງຕ້ອງເປັນຜູ້ຮັບໃຊ້, ເດັດຂາດບໍ່ໃຫ້ມີກິ່ນອາຍຂອງເຈົ້າໃຫຍ່ນາຍໂຕ. ນັ່ງຢູ່ຂ້າງປະຊາຊົນຢ່າງທ່ຽງຕົງ, ຖືເອົາການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ເປັນຜົນງານການບໍລິຫານໃຫຍ່ທີ່ສຸດ, ທັດສະນະຜົນງານການບໍລິຫານແບບນີ້ຈຶ່ງແມ່ນທາດແທ້ຂອງຊາວຄອມມູນິດ.

ແຮງຈງ​ໃຈ​ກຽວ​ກບ​ທດ​ສະ​ນະ​​ຜນ​ງານ​ການ​ບ​ລ​ຫານ​ຈາກ​​​ຂ​ມນສຳ​ເນາ​ເອ​ກະ​ສານ​ສະ​ບບ​ໜງ - image 2
 

ສຳລັບທ່ານ ສີຈິ້ນຜິງ ແມ່ນໄດ້ປະຕິບັດຕົວຈິງດັ່ງຄຳເວົ້າດັ່ງກ່າວຂອງເພິ່ນເອງ, ຍົກຕົວຢ່າງ, ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ທ່ານ ສີຈິ້ນຜິງໄດ້ແບກລົດຖີບລຸຍຂ້າມນ້ຳຮູໂຖເພື່ອໄປຢາມເຮືອນປະຊາຊົນເຂດຊົນນະບົດ; ຕອນເຮັດວຽກຢູ່ນະຄອນເຊ້ຍເມີນ ແຂວງຟູຈ້ຽນ, ເວລາລົງຮາກຖານ, ເພິ່ນຈັບຈອກທີ່ເປີເປື້ອນຄາບຊາດື່ມນ້ຳໂດຍກົງເລີຍ; ຕອນເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ເພິ່ນນຳໜ້າໄປເກັບກຳຊອກຮູ້ຂໍ້ມູນຢູ່ບ່ອນຫ່າງໄກສອບຫຼີກທີ່ສຸດ,ຈົນຊາວບ້ານກ່າວຍ້ອງເພິ່ນວ່າ: “ເປັນເຈົ້າໜ້າທີ່ການນຳໃຫຍ່ທີ່ສຸດທີ່ເຄີຍໄປເຖິງທ້ອງຖິ່ນນັ້ນ”… ຈາກສາຍສຳພັນອັນລຽບງ່າຍທີ່ຢາກຊ່ວຍປະຊາຊົນໂດຍສະເພາະແມ່ນຊາວກະສິກອນ, ຮອດນ້ຳໃຈອັນເລິກເຊິ່ງທີ່ຖືເອົາເລື່ອງຂອງປະຊາຊົນເປັນເລື່ອງຂອງຕົນເອງ, ຕະຫຼອດຮອດສາຍໃຍຜູກພັນກັບປະຊາຊົນທີ່ “ບໍ່ຄິດເພື່ອຕົນເອງບໍ່ເຮັດໃຫ້ປະຊາຊົນຜິດຫວັງ”, ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມຫ່ວງໃຍຢ່າງເລິກເຊິ່ງຕໍ່ປະຊາຊົນທີ່ອອກຈາກໃຈຈິງ.

ດ້ວຍຄວາມຈິງໃຈ, ຄວາມກະຕືລືລົ້ນຈົນກະທັ້ງຄວາມດູດດື່ມເພື່ອເຂົ້າເຖິງປະຊາຊົນ, ຮັບໃຊ້ປະຊາຊົນ, ຈຶ່ງຈະສາມາດຊອກເຫັນຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຢ່າງຖືກຕ້ອງ ແລະ ສ້າງຜົນງານທີ່ເປັນປະໂຫຍດຕໍ່ປະຊາຊົນ.

ທ່ານ ສີຈິ້ນຜິງ ໄດ້ຊີ້ອອກວ່າ: “ການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານເປັນໜ້າທີ່ໄລຍະຍາວຢ່າງໜຶ່ງທີ່ຈຳເປັນຕ້ອງມຸ່ງໝັ້ນສູ້ຊົນຢ່າງບໍ່ລົດລະ.” ພະນັກງານສະມາຊິກພັກກອມມູນິດຈີນທຸກຄົນສາມາດນຳເອົາ “ຄຳຕີລາຄາປະເມີນຂອງການຈັດຕັ້ງພັກຕໍ່ທ່ານ ສີຈົ້ງຊວິ່ນ”ສະບັບດັ່ງກ່າວ ມາປຽບທຽບໃສ່ອຸດົມການແຕ່ຫົວທີ, ຊອກໃຫ້ເຫັນຈຸດອ່ອນແລະຖາມໃຈຕົນເອງວ່າ: ຂ້ອຍໃກ້ຊິດກັບປະຊາຊົນປານໃດ? ຄຳຕີລາຄາປະເມີນຕໍ່ຂ້ອຍເອງຈະເປັນແນວໃດ?.

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ