ຂ່າວລະບຸວ່າ: ຈຳນວນແຮງງານເດັກໃນປີ 2025 ກວມເອົາ 3.1% ຂອງປະຊາກອນເດັກທັງໝົດໃນປະເທດຟີລິບປິນ ຊຶ່ງເພີ່ມຂຶ້ນຈາກ 2.7% ໃນປີ 2024 ແຕ່ຍັງຕໍ່າກວ່າ 3.5% ໃນປີ 2023. ໂດຍ 61.6% ຂອງແຮງງານເດັກແມ່ນເດັກນ້ອຍຜູ້ຊາຍ ແລະ ແຮງງານເດັກສ່ວນໃຫຍ່ມີອາຍຸ 15-17 ປີ.
ນັກເສດຖະສາດໄດ້ອະທິບາຍວ່າ: ການເພີ່ມຂຶ້ນດັ່ງກ່າວແມ່ນຍ້ອນຄວາມທຸກຍາກ, ຄ່າຄອງຊີບທີ່ເພີ່ມຂຶ້ນ ແລະ ຜົນກະທົບທາງເສດຖະກິດທີ່ຍັງເຫຼືອຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງບັງຄັບໃຫ້ຫຼາຍຄອບຄົວຕ້ອງອາໄສແຮງງານເດັກເພື່ອຫາລາຍໄດ້.
ຄໍາເຫັນ