ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຜົນປະໂຫຍດຮ່ວມລະຫວ່າງຈີນ-ອາເມຣິກາ ແມ່ນຫຼາຍກວ່າຄວາມເຫັນທີ່ຂັດແຍ້ງກັນ, ຜົນສຳເລັດຂອງຈີນ ແລະ ອາເມຣິກາເປັນໂອກາດຕໍ່ກັນ, ຄວາມໝັ້ນທ່ຽງຂອງການພົວພັນຈີນ-ອາເມຣິກາຈະສ້າງຜົນປະໂຫຍດຕໍ່ໂລກ. ສອງຝ່າຍຄວນເປັນຄູ່ຮ່ວມມືແຕ່ບໍ່ແມ່ນຄູ່ແຂ່ງ, ຊ່ວຍຊູຍູ້ໜູນກັນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ບຸກເບີກເສັ້ນທາງທີ່ປະເທດໃຫຍ່ຢູ່ຮ່ວມກັນຢ່າງຖືກຕ້ອງໃນຍຸກໃໝ່. ຂ້າພະເຈົ້າຫວັງຢາກແລກປ່ຽນຄຳເຫັນກັບທ່ານ ໂດໂນ ທຣຳ ກ່ຽວກັບບັນຫາສຳຄັນຂອງສອງປະເທດ ກໍຄືຂອງໂລກ, ຮ່ວມກັນຊີ້ແຈ້ງທິດທາງ ແລະ ຂັດທ້າຍກຳປັ່ນແຫ່ງການພົວພັນຈີນ-ອາເມຣິກາໃຫ້ດີ, ເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ແລະ ມີລັກສະນະຂີດໝາຍຂອງການພົວພັນຈີນ-ອາເມຣິກາ ໂດຍສືບທອດໄລຍະຜ່ານມາ ແລະ ບຸກເບີກໃນໄລຍະໃໝ່.
ຄໍາເຫັນ