ອົງການປົກຄອງແຂວງຫົວພັນແຕ່ລະຂັ້ນ ແລະ ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍໄວ.

ເຫດການອ່າງເກັບນໍ້າໝູນວຽນແຕກຫັກ ທີ່ແຂວງຫົວພັນ ຖືກແກ້ໄຂແລ້ວ

ເຫດການອ່າງເກັບນໍ້າໝູນວຽນແຕກຫັກ ທີ່ແຂວງຫົວພັນ ຖືກແກ້ໄຂແລ້ວ
ບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ, ພາຍຫຼັງດໍາເນີນວຽກງານຂຸດຄົ້ນ-ປຸງແຕ່ງ ແຮ່ທາດຫາຍາກ ມາໄດ້ 1ປີ. ໃນຄ່ຳຄືນວັນທີ 21 ຕໍ່ໃສ່ວັນທີ 22 ກຸມພາ 2024 ໄດ້ມີເຫດການອ່າງເກັບນໍ້າໝູນວຽນຂອງບໍລິສັດໄດ້ແຕກຫັກ ແລະ ມີຕະກອນດິນຈໍານວນຫຼາຍໄຫຼລົງສູ່ຫ້ວຍຕະບູນ ແລ້ວໄຫຼປ່ອງໃສ່ ນ້ຳຫ້ວຍມັນ ຊຶ່ງເປັນຫ້ວຍນໍ້າສາຂາຂອງນໍ້າແວ່ນ ເຮັດໃຫ້ມີປາຕາຍຈໍານວນໜຶ່ງ. ຕໍ່ມາໃນວັນ23 ກຸມພາ 2024 ຂ່າວດັ່ງກ່າວກໍຖືກເຜີຍແຜ່ອອກສູ່ສື່ສັງຄົມອອນລາຍ (Facebook)ເມື່ອໄດ້ຮັບຂ່າວຄືແນວນັ້ນ ໃນວັນທີ24 ກຸມພາ 2024 ພະນັກງານວິຊາການລັດທີ່ປະຈໍາໂຄງການດັ່ງກ່າວກໍໄດ້ສົມທົບກັບບໍລິສັດລົງກວດກາຈຸດເກີດເຫດເລີ່ມຕັ້ງແຕ່ຈຸດອ່າງເກັບນໍ້າໝູນວຽນ ລົງໄປຕາມຫ້ວຍຕະບູນ ເປັນໄລຍະທາງປະມານ 3ກິໂລແມັດ ຈົນຮອດຄັງລ້ຽງສັດຂອງປະຊາຊົນ ເຂດບ້ານອຸໄທ ແຕ່ບໍ່ພົບເຫັນປາຕາຍ.

ພາຍຫຼັງທີ່ມີເຫດການເກີດຂຶ້ນ, ອົງການປົກຄອງແຂວງຫົວພັນແຕ່ລະຂັ້ນ ແລະ ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍໄວ. ວັນທີ 25 ກຸມພາ 2024 ວິຊາການພາກລັດທີ່ປະຈໍາຢູ່ສະໜາມຈຶ່ງໄດ້ປະສານຫາຄະນະກຸ່ມແວ່ນ ແລະ ບ້ານໃກ້ຄຽງ, ເພື່ອສົມທົບກັນລົງກວດກາຕາມສາຍຫ້ວຍດັ່ງກ່າວ ໂດຍເລີ່ມຈາກເຂດຊົນລະປະທານ ບ້ານເມືອງແວ່ນ ຫາສາຍນ້ຳຫ້ວຍມັນຊຶ່ງມີໄລຍະທາງປະມານ 6ກິໂລແມັດ ແລະໄດ້ຍ່າງເລາະກວດກາຂຶ້ນຕາມສາຍນ້ຳຫ້ວຍມັນ ຈາກຈຸດທີ່ໄຫຼມາປ່ອງໃສ່ສາຍນໍ້າແວ່ນ ປະມານ 100 ແມັດ ກໍໄດ້ພົບເຫັນປານ້ອຍຕາຍຕາມສາຍນ້ຳຫ້ວຍມັນຈໍານວນໜຶ່ງ(ເກັບທ້ອນໄດ້ປະມານ 2 ກິໂລ) ຈຶ່ງໄດ້ລາຍງານຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນຊາບ. ວັນທີ1 ມີນາ2024 ຄະນະວິຊາຂອງກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອລົງກວດກາ ແລະ ແກ້ໄຂສະພາບການດັ່ງກ່າວ. ຜ່ານການລົງກວດກາພາກສະໜາມຕົວຈິງເຫັນວ່າ: ມີມູນຄວາມຈິງແທ້ຕາມການລາຍງານຂອງພະແນກການກ່ຽວຂ້ອງຂອງແຂວງ ແລະ ຕາມທີ່ມີຂ່າວປະກົດຢູ່ສື່ສັງຄົມອອນລາຍ. ສາເຫດເກີດຈາກ ອ່າງເກັບນໍ້າໝູນວຽນຂອງໂຄງການ ທີ່ກໍ່ສ້າງດ້ວຍດິນໜຽວອັດແໜ້ນ ໄດ້ມີການແຕກຫັກ ເຮັດໃຫ້ນໍ້າທີ່ເກັບຢູ່ໃນອ່າງ 200ກວ່າແມັດກ້ອນ ແລະ ຕະກອນດິນ 100 ກວ່າແມັດກ້ອນໄຫຼລົງຕາມສາຍຫ້ວຍນໍ້າຕະບູນ ໄຫຼປ່ອງໃສ່ຫ້ວຍມັນ ແລ້ວໄຫຼໃສ່ນໍ້າແວ່ນ ເຮັດໃຫ້ມີຜົນກະທົບຕໍ່ສັດນໍ້າ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງ. ດັ່ງນັ້ນ ປະຊາຊົນຈຶ່ງບໍ່ກ້ານໍາໃຊ້ນໍ້າບໍລິເວນດັ່ງກ່າວ. ຄະນະທີມງານກວດກາຈຶ່ງໄດ້ເກັບຕົວຢ່າງນໍ້າຈໍານວນ 3ຈຸດ ໄປວິໄຈຄຸນນະພາບ ໃຫ້ຮູ້ວ່າ ບໍ່ພົບຄ່າໂລຫະໜັກເກີນມາດຕະຖານສິ່ງແວດລ້ອມກຳນົດ, ແຕ່ພົບວ່າຄ່າອົກຊີເຈນໃນນ້ຳມີອັດຕາຕ່ຳ ແລະ ຄ່າຊັນເຟດ ໃນນໍ້າຂ້ອນຂ້າງສູງ. ໃນການແກ້ໄຂບັນຫາຜົນກະທົບເບື້ອງຕົ້ນ ບໍລິສັດໄດ້ຖົມອ່າງເກັບນໍ້າໝູນວຽນທີ່ມີການແຕກຫັກ ແລະ ໄດ້ຊົດເຊີຍແນວພັນປາໃຫ້ປະຊາຊົນພາຍໃນບ້ານທີ່ໄດ້ຮັບຜົນກະທົບ ດ້ວຍການມອບພັນປາໃຫ້ ບ້ານຫົວພູ ແລະ ບ້ານນາຄູນ ຈໍານວນ 400ກິໂລ ມູນຄ່າ 40.000.000 ກີບເພື່ອນໍາໄປປ່ອຍຄືນສູ່ທໍາມະຊາດ.

ໃນວັນທີ 6ມີນາ 2024 ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 919/ພບ.ຫກ, ລົງວັນທີ6 ມີນາ2024 ໃຫ້ບໍລິສັດດັ່ງກ່າວໂຈະຊົ່ວຄາວການຂຸດຄົ້ນ-ປຸງແຕ່ງແຮ່ທາດ ເພື່ອໃຫ້ບໍລິສັດໄດ້ປັບປຸງແກ້ໄຂຂໍ້ບົກຜ່ອງ ແລະ ດໍາເນີນການຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໃຫ້ສໍາເລັດໂດຍໄວ.ຜ່ານການລົງຕິດຕາມ ກວດກາ ພາກສະໜາມຕົວຈິງ ເຫັນວ່າ ບໍລິສັດໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນຫາຕາມ ຄໍາແນະນໍາຂອງຄະນະທີມງານກວດກາຄັ້ງວັນທີ 1-2 ມີນາ 2024 ແລະ ຄັ້ງວັນທີ 4 ເມສາ2024 ເປັນຕົ້ນ: 1. ໄດ້ປັບປຸງອ່າງເກັບນໍ້າໝູນວຽນທີ່ແຕກຫັກ ໂດຍການນໍາເອົາດິນມາຖົມອັດແໜ້ນ ພ້ອມສ້າງຄອງນໍ້າເວັ້ນບໍ່ໃຫ້ນໍ້າທໍາມະຊາດໄຫຼເຊາະ; 2. ກໍ່ສ້າງສາງເກັບມ້ຽນສານເຄມີຮັບໃຊ້ໂຄງການຢູ່ຈຸດໃໝ່ຫ່າງຈາກຈຸດເກົ່າປະມານ300 ແມັດ; 3.ບໍລິສັດໄດ້ກໍ່ສ້າງອ່າງບໍາບັດນໍ້າ(ເພີ່ມເຕີມ) ອ່າງທີ 6 ແລະ 7 ຕາມມາດຕະຖານເຕັກນິກ ທີ່ຄະນະກວດກາໄດ້ແນະນຳຕາມບົດບັນທຶກ ຄັ້ງວັນທີ 1-2 ມີນາ2024;4. ບໍລິສັດໄດ້ມີການສຸ່ມກວດສຸຂະພາບຂອງພໍ່ແມ່ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງ ລວມທັງພະນັກງານທີ່ເຮັດວຽກຢູ່ໃນໂຄງການໄດ້ຈໍານວນໜຶ່ງ ຊຶ່ງເຫັນວ່າທຸກຄົນມີສຸຂະພາບແຂງແຮງດີ, ບໍ່ພົບສານເຄມີ ຫຼື ໂລຫະໜັກທີ່ສະສົມຢູ່ຕາມຮ່າງກາຍ ແລະ ໃນເລືອດ. ບໍລິສັດຍັງມີແຜນສຸ່ມກວດສຸຂະພາບໃຫ້ປະຊາຊົນ ແລະ ພະນັກງານກຳມະກອນໃຫ້ໄດ້ຕື່ມອີກ;5. ພາຍຫຼັງເກີດເຫດການດັ່ງກ່າວ ບໍລິສັດ ໄດ້ເກັບຕົວຢ່າງນໍ້າທີ່ໄຫຼອອກຈາກໂຄງການ, ຕາມຫ້ວຍມັນ ແລະ ຫ້ວຍຕະບູນ ຈໍານວນ 5ຄັ້ງ (ຄັ້ງລະ 4 ຕົວຢ່າງ) ເພື່ອວິໄຈຄຸນນະພາບນໍ້າຊຶ່ງຜົນວິໄຈເຫັນວ່າ ຄຸນນະພາບນໍ້າຢູ່ໃນຄ່າມາດຕະຖານນໍ້າໜ້າດິນ ແຕ່ເຖິງຢ່າງໃດກໍຕາມ ເຫັນວ່າຍັງມີຫຼາຍຈຸດທີ່ບໍລິດສັດຍັງຈະໄດ້ສືບຕໍ່ປັບປຸງ ລວມທັງຄວາມກັງວົນໃຈ ແລະ ຄວາມບໍ່ເຊື່ອໝັ້ນຂອງປະຊາຊົນ ໃນການນໍາໃຊ້ນໍ້າເຂົ້າໃນການດໍາລົງຊີວິດປະຈໍາວັນ ລວມເຖິງການນໍາໃຊ້ນໍ້າເຂົ້າໃນການຜະລິດກະສິກຳ.ດັ່ງນັ້ນ ຄະນະທີມງານກວດກາຈຶ່ງໄດ້ເກັບຕົວຢ່າງ ດິນປູກຝັງ ຈໍານວນ 6ຕົວຢ່າງ ແລະ ນໍ້າຈໍານວນ 9ຕົວຢ່າງ, ຜົນການວິໄຈດິນປູກຝັງ ແລະ ນໍ້າແມ່ນຢູ່ໃນເກນມາດຖານປົກກະຕິດີ ແລະ ມີຄວາມເໝາະສົມ ທັງມີຄວາມປອດໄພຕໍ່ການຜະລິດກະສິກຳ ແລະ ນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ. ກົມຄຸ້ມຄອງບໍ່ແຮ່ ຈຶ່ງໄດ້ຮີບຮ້ອນລາຍງານໄປຍັງອົງການປົກຄອງແຂວງຮັບຊາບ ແລະ ຜັນຂະຫຍາຍແຈ້ງການໃຫ້ບັນດາບ້ານ ແລະ ພໍ່,ແມ່,ປະຊາຊົນຮັບຊາບຕໍ່ກັບຜົນການວິໄຈດັ່ງກ່າວ, ວັນທີ 28-29 ພຶດສະພາ2024 ອົງການປົກຄອງແຂວງຫົວພັນ, ອົງການປົກຄອງເມືອງຊໍາເໜືອ ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂຜົນກະທົບ ແລະ ລົງກວດກາພາກສະໜາມຕົວຈິງເພື່ອຕິດຕາມເບິ່ງຄວາມຄືບໜ້າກ່ຽວກັບການແກ້ໄຂບັນຫາຂອງບໍລິສັດຕາມບົດບັນທຶກກວດກາຄັ້ງວັນທີ 10-12 ພຶດສະພາ2024. ຜ່ານການລົງກວດກາຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງຫົວພັນ ເຫັນວ່າ ບໍລິສັດໄດ້ເອົາໃຈໃສ່ປັບປຸງແກ້ໄຂຂໍ້ບົກຜ່ອງຂອງຕົນຕາມ ຄໍາແນະນໍາຂອງຄະນະກວດກາຄັ້ງທີ່ຜ່ານມາ, ແຕ່ກໍຍັງມີບາງໜ້າວຽກທີ່ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ.

ປັດຈຸບັນ, ສະພາບຄວາມກັງວົນຂອງພໍ່, ແມ່, ປະຊາຊົນແມ່ນຖືກແກ້ໄຂໃນລະດັບດີ, ສາມາດສືບຕໍ່ດຳເນີນການປູກຝັງ-ລ້ຽງສັດ ໄດ້ຕາມປົກກະຕິ. ເບື້ອງບໍລິສັດກໍໄດ້ອົາໃຈໃສ່ປັບປຸງບັນດາຈຸດບົກຜ່ອງຕ່າງໆ ຕາມຄຳແນະນຳຂອງຄະນະວິຊາການ ຕາມບົດບັນທຶກທີ່ໄດ້ເຊັນຮັບຮອງຮ່ວມກັນໂດຍສະເພາະ ສຳຄັນແມ່ນຈຸດເກີດເຫດເບື້ອງຕົ້ນ ແລະ ຈຸດລະບາຍນ້ຳ ຂອງທ້າຍອ່າງເກັບນ້ຳທີ 7 ເພື່ອສ້າງໃຫ້ເປັນລະບົບປິດ ໝາຍວ່າບໍ່ໃຫ້ນ້ຳຈາກໂຄງການໄຫຼອອກສູ່ທຳມະຊາດ ຫຼື ໃນກໍລະນີຈຳເປັນ ແມ່ນຕ້ອງເຮັດການບຳບັດໃຫ້ໄດ້ຄ່າມາດຕະຖານມີຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນ ຈາກພາກສ່ວນກ່ຽວຂ້ອງຂອງລັດເສຍກ່ອນ ຈຶ່ງສາມາດລະບາຍອອກສູ່ທຳມະຊາດໄດ້. ຄຽງຄູ່ກັນນັ້ນ ບໍລິສັດຍັງຈະໄດ້ສືບຕໍ່ຊົດເຊີຍຜົນກະທົບທີ່ເກີດຂຶ້ນ ໂດຍການສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ໃນການເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນ ເພື່ອກຳນົດມູນຄ່າການຊົດເຊີຍໃຫ້ສົມເຫດສົມຜົນ ແລະ ສອດຄ່ອງກັບຕົວຈິງ;ລວມທັງຮ່ວມກັນຄົ້ນຄວ້າພິຈາລະນາສ້າງໂຄງການພັດທະນາທ້ອງຖິ່ນ ເຮັດແນວໃດໃຫ້ໂຄງການພັດທະນາບໍ່ແຮ່ເວົ້າລວມ ແລະ ເວົ້າສະເພາະໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຖືກດຳເນີນໄປສອດຄ່ອງກັບນະໂຍບາຍພັດທະນາບໍ່ແຮ່ແບບຍືນຍົງ - ສີຂຽວ ທີ່ພັກ-ລັດຖະບານ.

ບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດໄດ້ເຊັນສັນຍາສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ (ແບບທົດລອງ) ຢູ່ເຂດບ້ານອຸໄທ, ເມືອງຫົວເມືອງ ແລະ ບ້ານສົບຊາຍ, ບ້ານທັບເຜິ້ງ, ເມືອງຊໍາເໜືອ, ແຂວງຫົວພັນ ກັບ ລັດຖະບານແຫ່ງ ສປປ ລາວ ຄັ້ງວັນທີ 28 ມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ (500 ເຮັກຕາ), ອາຍຸສັນຍາ 3 ປີ ແລະ ໄດ້ມອບຄ່າຊື້ສິດສໍາປະທານໃຫ້ແກ່ລັດຖະບານ ເປັນຈໍວນເງິນ66.260.000.000 ກີບ, ພາຍຫຼັງໄດ້ຮັບອະນຸຍາດແລ້ວບໍລິສັດກໍໄດ້ເລີ່ມວຽກງານບຸກເບີກເນື້ອທີ່ ເພື່ອກໍ່ສ້າງໂຮງງານ ແລະ ກະກຽມພື້ນຖານໂຄ່ງລ່າງຮັບໃຊ້ວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທາດຫາຍາກ ຈົນຮອດຕົ້ນປີ 2023 ຈຶ່ງໄດ້ເລີ່ມຂຸດຄົ້ນ ແລະ ປຸງແຕ່ງ. ນັບແຕ່ ປີ2023 ຈົນເຖິງປັດຈຸບັນ ບໍລິສັດສາມາດປຸງແຕ່ງແຮ່ທາດຫາຍາກໄດ້ທັງໝົດ 8.860ໂຕນ ແລະ ສາມາດຈໍາໜ່າຍໄດ້ 7.500 ໂຕນ (ແຮ່ປຽກ 4.500 ໂຕນ ແລະ ແຮ່ອົບແຫ້ງ 3.000ໂຕນ) ມູນຄ່າ 50.429.360ໂດລາ ແລະ ມອບຄ່າຊັບພະຍາກອນໃຫ້ລັດຖະບານໄດ້ 10.085.872ໂດລາ. ສໍາລັບປີ 2024 ບໍລິສັດຍັງບໍ່ທັນໄດ້ສະເໜີແຜນຈໍາໜ່າຍເທື່ອ.

ຂໍ້ມູນດັ່ງກ່າວນີ້ໄດ້ຖືກຖະແຫຼງຂ່າວຕໍ່ສື່ມວນຊົນລາວ ໃນວັນທີ 13 ມິຖຸນານີ້ ທີ່ກະຊວງພະລັງງານ ແລະ ບໍ່ແຮ່, ຖະແຫຼງໂດຍມີທ່ານ ບຸນຍົງ ສີດາວົງ ຮັກສາການແທນຫົວໜ້າກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານແລະບໍ່ແຮ່, ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ-ຮອງກົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ຂ່າວ-ພາບ:ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ