ກອງປະຊຸມຮຽບຮຽງເນື້ອໃນສອງຮ່າງກົດໝາຍສະບັບປັບປຸງ

ຮຽບຮຽງເນື້ອໃນ 2 ຮ່າງກົດໝາຍ

ຮຽບຮຽງເນື້ອໃນ 2 ຮ່າງກົດໝາຍ
(ສພຊ) - ວັນທີ 17-19 ທັນວານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນສອງຮ່າງກົດໝາຍສະບັບປັບປຸງ ຄື: ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ


ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ(ສພຊ) ຊຶ່ງມີບັນດາທ່ານປະທານ ແລະ ຮອງປະທານກໍາມາທິການທີ່ກ່ຽວຂ້ອງຂອງສພຊ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ຮອງປະທານສານປະຊາຊົນສູງສຸດ,ຮອງລັດຖະມົນຕີກະຊວງຍຸຕິທໍາ,ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີພ້ອມດ້ວຍຄະນະກົມ,ຄະນະພະແນກ ແລະ ພະນັກງານຈາກສພຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງນີ້, ກໍເພື່ອນຳເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ)ທີ່ໄດ້ປະກອບໃສ່ຮ່າງກົດໝາຍສອງສະບັບນີ້ ມາພິຈາລະນາ, ປັບປຸງໃສ່ເນື້ອໃນສອງຮ່າງກົດໝາຍ ໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະຮັດກຸມ.
ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຄືນບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ຄະນະຮັບຜິດຊອບເຫັນດີ ຫຼື ບໍ່ປັບປຸງຕາມການສະເໜີ ແລະ ບັນຫາອື່ນທີ່ສະມາຊິກສະພາແຫ່ງຊາດບໍ່ໄດ້ຍົກຂຶ້ນ; ແຕ່ຫາກຍັງເຫັນວ່າເນື້ອໃນໃດຍັງບໍ່ສອດຄ່ອງ, ບໍ່ຄົບຖ້ວນ ຫຼື ການຂຽນຍັງບໍ່ຖືກຕ້ອງ ກໍຈະໄດ້ປັບປຸງ ແລະ ຮຽບຮຽງຄືນ ເພື່ອຮັບປະກັນໃຫ້ເນື້ອໃນກົດໝາຍມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແລ້ວລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອນຳສະເໜີທ່ານປະທານສະພາແຫ່ງຊາດພິຈາລະນາລົງລາຍເຊັນໃນກົດໝາຍ2ສະບັບດັ່ງກ່າວ.

ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາຄົ້ນຄວ້າ,ສົນທະນາແລກປ່ຽນ ແຕ່ລະບັນຫາທີ່ ສສຊ ຕັ້ງຂຶ້ນ ແລະ ບັນຫາອື່ນໆ ຢ່າງເລິກເຊິ່ງ ແລະ ຮອບດ້ານ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກມູນນິທິເອເຊຍ (The AsiaFoundation)ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ.

(ຂ່າວ-ພາບ: ນາງ ອານິຕາ ມ່ວນສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ບໍລິສັດ ເອັດຊີຈີ SCG ເຂົ້າອວຍພອນໜັງສືພິມປະຊາຊົນ

ເນື່ອງໃນໂອກາດວັນສື່ມວນຊົນ, ວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ (13/8 /1950 - 13/8/2026) ບໍລິສັດ ເອັດຊີຈີ (SCG) ນຳໂດຍທ່ານ ນາງ ໂອບບຸນ ແຍ້ມສິລິກຸນ ພ້ອມດ້ວຍຄະນະ ຕາງໜ້າບໍລິສັດໄດ້ມາອວຍພອນໜັງສືພີມປະຊາຊົນ ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ ໃນວັນທີ 13 ສິງຫານີ້ ທີ່ໜັງສືພີມປະຊາຊົນ.
ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ, ຮອງກົມ, ຮອງຜູ້ອໍານວຍການໃຫຍ່ ໄຟຟ້າລາວ, ມີອໍານວຍການ ບໍລິສັດໃນເຄືອ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ໃນວັນທີ 12 ສິງຫາຜ່ານມາ ຢູ່ທີ່ບ້ານນໍ້າດີ ຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ໄດ້ມີທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ທຶນຮອນຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ.
ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ). ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ສໍາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ ວສລ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງສື່ມວນຊົນ ສື່ມວນຊົນເປັນອາວຸດອັນແຫຼມຄົມ ທີ່ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ; ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ວສລ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະໃນໄລຍະມໍ່ໆນີ້ ແມ່ນໄດ້ໂຄສະນາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ (ຄັ້ງທີ XI, XII), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ຄັ້ງທີ IX, X), ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າວຽກດີຄົນເດັ່ນ ແລະ ການສົ່ງເສີມຜະລິດຕະພັນພາຍໃນ. ພ້ອມນັ້ນ, ຍັງໄດ້ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຢ່າງກວ້າງຂວາງ.
ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ກອງຈາລະຈອນ ປກສ ເມືອງໂຂງ ສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ

ວັນທີ 12 ສິງຫາ 2026 ນີ້, ກອງຈາລະຈອນທີ່ຂຶ້ນກັບພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງອຸບັດເຫດ ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນເມືອງ ຈຳນວນ 13 ຄົນ (ຍິງ 1 ຄົນ). ໃຫ້ການສຶກສາອົບຮົມໂດຍທ່ານ ພັນຕີ ກິດຕິພັນ ພົມມາລາ ຮອງພະແນກຕຳຫຼວດ ຮັບຜິດຊອບກອງຈາລະຈອນ ກອງບັນຊາການ ປກສ ເມືອງໂຂງ, ພ້ອມດ້ວຍ ພະນັກງານວິຊາສະເພາະ, ອຳນາດການປົກຄອງ, ພໍ່ ແມ່ຜູ້ປົກຄອງ ແລະ ນັກຂັບຂີ່ທີ່ລະເມີດລະບຽບ ເຂົ້າຮ່ວມ.
ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈນກ) ກະຊວງອຸດສາ ຫະກຳ ແລະ ການຄ້າ ຮ່ວມກັບທະນາຄານ ພັດທະນາອາຊີ (ADB) ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ຈັດພິທີເປີດໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ຢ່າງເປັນທາງການ ໃນວັນທີ 11 ສິງຫາ ຜ່ານມາ ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ວັນທີ 13 ສິງຫາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026, ໂດຍການເປັນກ່ຽດເຂົ້າຮ່ວມ ຂອງສະຫາຍ ພັນເອກ ວັນເຮືອງ ສິວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ປະກາດການຈັດຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ປະກາດການຈັດຕັ້ງ ພາຍໃນ ສນຊ ຂຶ້ນໃນວັນທີ 13 ສິງຫານີ້ ທີ່ ສນຊ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາຮອງປະທານ ສນຊ, ຜູ້ປະຈໍາການ ແລະ ບໍ່ປະຈໍາການ ສນຊ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາ-ຮອງເລາຂາໜ່ວຍພັກ, ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ