ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ; ໂດຍມີສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາທ່ານການນໍາ, ອະດີດການນໍາ ພັກ-ລັດ, ແຂກຖືກເຊີນ, ພະນັກງານ-ນັກຮົບ ໃນທົ່ວກອງທັບເຂົ້າຮ່ວມ.
    ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອມູນເຊື້ອ ຂອງກອງທັບປະຊາຊົນລາວ, ການສະແດງສີລະປະ, ຮ້ອງເພງ ແລະ ລະຄອນສັ້ນ ທີ່ສະແດງເຖິງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີ. ໃນໂອກາດທີ່ມີຄວາມໝາຍສໍາຄັນສະຫາຍ ທອງລຸນ ສີສຸລິດ ໄດ້ເປັນກຽດກ່າວສູນທອນພົດ ຕໍ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ວ່າ: ກ່ອນການກຳເນີດ ກໍາລັງປະກອບອາວຸດ ກ່ອນນີ້ 75 ປີນັ້ນ ແມ່ນເຫດການສໍາຄັນປະຫວັດສາດ ຂອງຊາດລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີຄວາມໝາຍສໍາຄັນ ສໍາລັບການເຕີບໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະນະ ຂອງຂະບວນການປະຕິວັດຢູ່ປະເທດເຮົາ ພາຍໃຕ້ການຊີ້ນໍາ-ນໍາພາຮອບດ້ານ, ເດັດຂາດ, ໂດຍກົງ ຂອງພັກ. ການກໍ່ຕັ້ງກອງທັບ ໃນວັນທີ 20 ມັງກອນ 1949 ນັ້ນ ມັນໄດ້ເປັນມັດໄຟນ້ອຍໆໜຶ່ງທີ່ເປັນຈຸດເລີ່ມຂອງທວນໄຟ ທີ່ມີລັດສະໝີເປັ່ງປະກາຍອອກ ແລະ ກາຍເປັນທວນໄຟ ທີ່ບໍ່ສະເພາະແຕ່ບໍ່ມີເວລາດັບມອດເທົ່ານັ້ນ ແຕ່ໄດ້ແຜ່ກະຈາຍເປັນວົງກວ້າງໃຫຍ່ໄພສານ ຈົນສາມາດດັບມອດຄວາມໂຫດຮ້າຍປ່າເຖື່ອນທີ່ມີຢູ່ໃນປະເທດຊາດໄດ້ຢ່າງສິ້ນເຊີງ, ຖ້າທົບທວນຄືນ ເສັ້ນທາງກ້າວເດີນຂອງກອງທັບ ນັ້ນອາດເວົ້າໄດ້ວ່າ: ໃນແລກເລີ່ມຂອງການສ້າງຕັ້ງກອງທັບ ໄດ້ເລີ່ມຈາກສອງຝາມືເປົ່າ, ກຳລັງພົນໜ້ອຍຢູ່ແລ້ວ, ການປະກອບອາວຸດຍຸດໂທປະກອນກໍເກືອບບໍ່ມີ, ຖ້າມີກໍມີແບບປະຖົມປະຖານ ແລະ ຂາດເຂີນທີ່ສຸດ, ການຕໍ່ສູ້ຈຶ່ງໄດ້ເລີ່ມຈາກການໃຊ້ຮູບການເຄື່ອນໄຫວແບບກອງໂຄສະນາປະກອບອາວຸດ ດ້ວຍຍຸດທະການລັດຕີ, ຫຼອນຕີ ຍາດເອົາອາວຸດຂອງສັດຕູ ຈົນມີນິຍາຍເລື່ອງສັ້ນ ທີ່ສ່ອງແສງເຖິງເຫດການຄວາມເປັນຈິງ ເຫດການໜຶ່ງໃນຫຼາຍເຫດການ ຂອງວິທີທາງຕໍ່ສູ້ຂອງນັກຮົບໃນເວລານັ້ນ ຊຶ່ງຂຽນໂດຍ ທ່ານ ຄໍາມາ ພົມກອງ ທີ່ມີຊື່ວ່າ: “ໃຊ້ເຂົ້າຕົ້ມ ຈີ້ເອົາປືນ”ເປັນຕົ້ນ. ເຖິງວ່າຈຸດເລີ່ມຈະອ່ອນນ້ອຍປານໃດກໍຕາມ, ແຕ່ວ່າການປະຕິບັດພາລະກິດຂອງກອງທັບຊໍ້າພັດໄດ້ຮັບການສະໜັບສະໜູນ, ອຸ້ມຊູຊ່ວຍເຫຼືອ ແລະ ເຂົ້າຮ່ວມ ນັບມື້ນັບກວ້າງຂວາງຈາກມະຫາຊົນ ຈຶ່ງເຮັດໃຫ້ກຳລັງປະກອບອາວຸດ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງໄວວາ ແລະ ເປັນແມ່ແຮງປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ກອງທັບຈຶ່ງສາມາດເປັນກອງກຳລັງຫຼັກແຫຼ່ງແກ່ນສານ ຂອງກຳລັງການເມືອງປະຕິວັດ; ເປັນກອງກຳລັງທີ່ມີອຸດົມການ, ມີມານະຈິດປະຕິວັດອັນເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ສູງສົ່ງຈະແຈ້ງ, ຍາມໃດກໍຕິດແທດກັບຮາກຖານປະຊາຊົນ, ຢຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາຊົນ, ທັງເຮັດໜ້າທີ່ຕີສັດຕູ, ທັງສ້າງຄວາມສະໜິດຕິດພັນກັບປະຊາຊົນ, ໂຄສະນາປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງຮາກຖານການປະຕິວັດ, ເປີດກວ້າງຖານທີ່ໝັ້ນຂອງການປະຕິວັດ ນັບມື້ນັບກວ້າງຂວາງອອກ. ກອງທັບເຮົາມີມູນເຊື້ອຂອງການເພີ່ມພູນຜະລິດຜົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນ, ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນທັງທາງດ້ານຈຳນວນ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງເຫຼົ່າຮົບທີ່ມີຄວາມສາມາດ ແລະ ມີຄວາມສໍານິຊຳນານ ດ້ານສີລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ ທີ່ທັນສະໄໝຂຶ້ນ, ຈຶ່ງເປັນກຳລັງແຮງສູ້ຮົບ ທີ່ຍິ່ງຕີກໍຍິ່ງໄດ້ໄຊຊະນະ, ຍິ່ງຕີກໍຍິງເຕີບໃຫຍ່, ຍິ່ງຕີກໍຍິ່ງເຂັ້ມແຂງ-ອົງອາດກ້າແກ່ນຂຶ້ນຢ່າງບໍ່ຢຸດຢັ້ງ.ນັບແຕ່ມື້ສ້າງຕັ້ງກອງທັບປະຊາຊົນລາວມາຮອດປັດຈຸບັນ ການເວລາໄດ້ໝູນວຽນໄປ 75 ປີແລ້ວ, ແຕ່ວິລະກຳອັນລ້ຳເລີດ, ຜົນງານ, ການຕໍ່ສູ້ມີໄຊຂອງກອງທັບ ຍາມໃດກໍຍັງສົດໆຮ້ອນໆ ແລະ ຝັງເລິກຢູ່ໃນຊີວິດຈິດໃຈຂອງພວກເຮົາ ແລະ ຮຸ່ນຄົນສືບທອດ ຕະຫຼອດໄປ.
ສໍາລັບການຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຄັ້ງນີ້ ຍັງເປັນການລະນຶກເຖິງວັນປະຫວັດສາດທີ່ມີຄວາມໝາຍ-ສໍາຄັນ ຂ້າພະເຈົ້າ ຕາງໜ້າໃຫ້ພັກ-ລັດ, ແນວລາວສ້າງຊາດ ແລະ ກອງທັບປະຊາຊົນລາວ ສະແດງຄວາມຍ້ອງຍໍ ສັນລະເສີນ ແລະ ຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຜົນງານການອຸທິດອັນໃຫຍ່ຫຼວງ ຂອງບັນດາອະດີດການນໍາພັກ-ລັດ, ພະນັກງານ, ນັກຮົບ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕໍ່ຜູ້ເສຍອົງຄະ ແລະ ຄອບຄົວຂອງຜູ້ເສຍສະຫຼະຊີວິດ ເພື່ອໄຊຊະນະ ແລະ ຜົນສຳເລັດຂອງກອງທັບ ກໍຄື ຂອງຊາດ ແລະ ການປະຕິວັດ.
ຂ່າວ-ພາບ: ຍຸພິນທອງ-ບຸນຕອມ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ