ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ

ໂຮມຊຸມນຸມໃຫຍ່ສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ
ໃນວັນທີ 4 ເມສາ ຜ່ານມາ, ຢູ່ສະໜາມກິລາແຂວງເຊກອງ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານການນໍາພັກ-ລັດ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງເຊກອງ ເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເຈົ້າແຂວງໆເຊກອງ ກ່າວວ່າ: ມື້ນີ້, ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນຢ່າງສະຫງ່າຜ່າເຜີຍບົນດິນແດນວິລະຊົນຄົນອາດຫານ. ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງໄກສອກຫຼີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານ-ລັດຖະກອນຍັງຂາດເຂີນທັງປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ເສັ້ນທາງຄົມມະນາຄົມທາງບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ສຸດ ແລະ ຂຶ້ນກັບທໍາມະຊາດ 100%.
 ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: 40 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງພວກເຮົາ ໄດ້ຢັ້ງຢືນຢ່າງພົ້ນເດັ່ນທີ່ສຸດ ຄືສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ການທົດສອບອັນລະອິດລະອ້ຽວ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ສໍາຄັນຫຼາຍ ອັນຕົ້ນຕໍແມ່ນຍ້ອນປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູຈິດໃຈຮັກຊາດ, ຮັກລະບອບໃໝ່ ກຄືນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການນໍາພາຂອງພັກ. ຂະນະດຽວກັນ ກໍແມ່ນໄລຍະທາງທີ່ສະຫງ່າລາສີ ແຫ່ງຄວາມບຸກບືນສູ້ຊົນ ແລະ ຍອມເສຍສະຫຼະອັນສູງສົ່ງ ຊຶ່ງໄດ້ຮັບຜົນສຳເລັດອັນເປັນໜ້າຊື່ນຊົມຍິນດີເປັນຢ່າງຍິ່ງ, ມັນໄດ້ເຮັດໃຫ້ການພັດທະນາສ້າງສາແຂວງພວກເຮົາມີທ່ວງທ່າເຂັ້ມແຂງ ແລະ ມີໃບໜ້າໃໝ່ຂຶ້ນເລື້ອຍໆ ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດ ກໍຄືແຂວງເຊກອງພວກເຮົາ ເພື່ອຄວາມຮັ່ງມີ ຜາສຸກຂອງປະຊາຊົນ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປາກົດຜົນເປັນຈິງ.
(ຂ່າວ: ເຊກອງ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານ ໄດ້ສຸມໃສ່ຈັດ​ຕັ້ງປະຕິບັດວາລະແຫ່ງຊາດຕາມ 5 ວຽກຈຸດສຸມທີ່ສະພາແຫ່ງຊາດໄດ້ຮັບຮອງ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).
ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ລັດຖະບານ ເຫັນວ່າ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຊຶ່ງແຕ່ນີ້ຮອດໝົດປີ 2025 ລັດຖະບານກໍໄດ້ຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນວຽກບູລິມະສິດໃນວຽກຈຸດສຸມ ເພື່ອຈະແກ້ໄຂບັນຫາເຄັ່ງຮ້ອນນັ້ນ.
ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄລຍະ 5ເດືອນຕົ້ນປີນີ້ ເພີ່ມຂຶ້ນ 8.83%

ຂະແໜງອຸດສາຫະກຳ ແມ່ນໜຶ່ງໃນຂະແໜງການທີ່ສຳຄັນ ທີ່ເປັນໜຶ່ງໃນປັດໄຈຕົ້ນຕໍ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ເພື່ອຊ່ວຍໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງໃນ 5 ເດືອນຕົ້ນປີ 2025 ຂະແໜງການນີ້ມີຫຼາຍດ້ານການຂະຫຍາຍຕົວ ເປັນຕົ້ນດ້ານອຸດສາຫະກຳປຸ່ງແຕ່ງ ແລະ ຫັດຖະກໍາ ທີ່ຂະຫຍາຍຕົວ ເພີ່ມຂຶ້ນ 8.83%.
ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIXໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ ສະເລ່ຍ 5 ເດືອນຕົ້ນປີນີ້ຢູ່ໃນລະດັບ 11.76%

ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນສະເລ່ຍ 5 ເດືອນຕົ້ນປີ 2025 ຢູ່ໃນລະດັບ 11.76% (ຫຼຸດລົງຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງຢູ່ໃນລະດັບ 24.77%), ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ມູນຄ່າສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີນີ້ ບັນລຸ 977 ລ້ານໂດລາ

ມູນຄ່າສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີນີ້ ບັນລຸ 977 ລ້ານໂດລາ

ລັດຖະບານໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ເຊິ່ງການຜະລິດພືດສະບຽງອາຫານ ປະຕິບັດໄດ້ ໃນເນື້ອທີ່ 146,520 ເຮັກຕາ ລື່ນແຜນການ 7.23%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນຂະນະດຽວກັນ ກໍໄດ້ສໍາເລັດ ການເຈລະຈາສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ໄດ້ຫຼາຍລາຍການ. ສ່ວນການສົ່ງອອກຜະລິດຕະພັນກະສິກຳໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ໄດ້​ອະ​ນຸ​ມັດ​ໃຫ້​ບໍ​ລິ​ສັດ ວົງ​ສະ​ຫວັນ ໂລ​ຈິ​ສ​ຕິກ ຈຳ​ກັດ​ຜູ້​ດຽວ, ບໍ​ລິ​ສັດ ດາວ​ສະ​ຫວັນ ຈຳ​ກັດ ແລະ ບໍ​ລິ​ສັດ ທະ​ວີ​ສັກ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ​ຈຳ​ກັດ​ຜູ້​ດຽວ ​ລົງ​ທຶນ​ຕິດ​ຕັ້ງ​​ຊິງ​ຊັ່ງ​​ທີ່​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ດ່ານ​ສາ​ກົນ​ແດນ​ສະ​ຫວັນ ເມືອງ​ເຊ​ໂປນ ແຂວງ​ສະ​ຫວັນະ​ເຂດ.
ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາ ແຫ່ງຊາດໄດ້ຖະແຫຼງຂ່າວຕໍ່ສືມວນຊົນກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ ໃນວັນທີ 6 ມິຖຸນານີ້ ທີ່ສະພາແຫ່ງຊາດວ່າ: ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ ຍິງ 2 ທ່ານ ດັ່ງນີ້:
ເພີ່ມເຕີມ