ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ໂຮມຊມນມສະເຫມສະຫອງວນດຈຕອນແຫງຊາດ - image 1
 

ໃນພິທີ, ທ່ານ ສັນຕິສຸກ ສິມມາລາວົງ ກ່າວວ່າ: ມື້ນີ້, ພວກເຮົາມີຄວາມປິຕິຊົມເຊີຍເປັນຢ່າງຍິ່ງທີ່ໄດ້ພ້ອມກັນຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນດີຈີຕອນແຫ່ງຊາດ” ວັນທີ10 ມັງກອນ, ພາຍໃຕ້ຄຳຂວັນ: ພັດທະນາໂຄງລ່າງພື້ນຖານດີຈີຕອນ ແລະ ສ້າງແຮງງານດີຈີຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຢືນຍົງ”. ປີ 2026 ຍັງຖືເປັນປີເລີ່ມຕົ້ນຂອງແຜນພັດທະນາ 5 ປີ ຄັ້ງທີ IV (2026-2030) ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ. ນີ້ຄືຈຸດເລີ່ມຕົ້ນຂອງຍຸກສະໄໝໃໝ່ທີ່ຈະນຳພາປະເທດຂອງເຮົາກ້າວໄປສູ່ການເປັນ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ” ຢ່າງເຕັມຮູບແບບ. ພວກເຮົາຈະຫັນເອົານະວັດຕະກຳ ແລະ ເຕັກໂນໂລຊີອັດສະລິຍະມາເປັນກຳລັງການຜະລິດໃໝ່ເພື່ອຍົກສູງບົດບາດຂອງຊາດລາວໃນເວທີພາກພື້ນ ແລະ ສາກົນໃຫ້ນັບມື້ນັບພົ້ນເດັ່ນຂຶ້ນ.

ພາຍໃຕ້ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ການຫັນເປັນດີຈີຕອນໄດ້ກາຍເປັນ“ພາລະກິດປະຕິວັດທີ່ສຳຄັນຍິ່ງໃນໄລຍະໃໝ່. ພັກເຮົາໄດ້ກຳນົດຢ່າງຊັດເຈນວ່າວິທະຍາສາດ ແລະ ເຕັກໂນໂລຊີແມ່ນກຳລັງຂັບເຄື່ອນຕົ້ນຕໍເພື່ອຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ການຫັນເປັນດີຈີຕອນບໍ່ແມ່ນພຽງແຕ່ເລື່ອງຂອງຂະແໜງການເຕັກນິກເທົ່ານັ້ນ, ແຕ່ແມ່ນ “ພາລະກິດບຸກທະລຸ ທີ່ຈະຊ່ວຍຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

ພັກເຮົາໄດ້ຊີ້ໃຫ້ເຫັນວ່າ: ເພື່ອເອົາຊະນະຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພວກເຮົາຕ້ອງຫັນປ່ຽນຈາກການພັດທະນາແບບກວ້າງຂວາງໄປສູ່ການພັດທະນາແບບຄຸນນະພາບໂດຍນຳໃຊ້ວິທະຍາສາດ-ເຕັກໂນໂລຊີເປັນກຳລັງການຜະລິດທີ່ທັນສະໄໝ. ການປະຕິວັດ AI, ການພັດທະນາຮຸ່ນຍົນ (Robotics), ພາຫະນະບໍ່ມີຄົນຂັບ (Autonomous Vehicles), ການເຮັດທຸລະກຳດີຈີຕອນ (Digital Transactions), ເຕັກໂນໂລຊີການຂົນສົ່ງພວມປ່ຽນໂສມໜ້າໃໝ່. ຂະບວນການຫັນເປັນດີຈີຕອນນີ້ຕ້ອງດຳເນີນຢ່າງສະໜິດແໜ້ນກັບການຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍເນັ້ນໃສ່ 3 ເສົາຄ້ຳທີ່ກ່ຽວພັນກັນແບບກາຍອິນຊີຄື: ການສ້າງເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ການບໍລິຫານລັດດີຈີຕອນບົນຈິດໃຈແຫ່ງການຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ. ຊຸມປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ແລະ ລັດຖະບານ, ຂະ ແໜງການເຕັກໂນໂລຊີ ແລະ ການສື່ສານສາມາດຍາດໄດ້ຜົນງານອັນພົ້ນເດັ່ນ ຊຶ່ງເປັນຮາກຖານອັນແໜ້ນແກ່ນໃຫ້ແກ່ການພັດທະນາປະເທດຊາດ. ໃນນັ້ນ, ດ້ານໂຄງລ່າງພື້ນຖານ: ໄດ້ຂະຫຍາຍຕາໜ່າງສາຍກາບໄຍແສງ (Fiber Optic) ໄດ້ຫຼາຍກວ່າ 36,000 ກິໂລແມັດ, ສັນຍານ 4G ຄອບຄຸມ 76% ຂອງຈຳນວນບ້ານທົ່ວປະເທດ ແລະ 5G ໄດ້ເປີດໃຫ້ບໍລິການແລ້ວໃນ 59 ເມືອງສຳຄັນ, ສົ່ງຜົນໃຫ້ອັດຕາການນຳໃຊ້ອິນເຕີເນັດເພີ່ມຂຶ້ນເປັນ 63% ຂອງປະຊາກອນ, ດ້ານການຫັນເປັນລັດຖະບານດີຈີຕອນ ໄດ້ສຳເລັດການເຊື່ອມໂຍງເຄືອຂ່າຍອິນຕຣາເນັດພາກລັດ (G-Net) ຄອບຄຸມທຸກກະຊວງ ແລະ ແຂວງ, ພ້ອມທັງຜັນຂະຫຍາຍລະບົບຫ້ອງການທັນສະໄໝ (e-Office) ຢ່າງກວ້າງຂວາງ. ອັນພົ້ນເດັ່ນແມ່ນການສ້າງຕັ້ງຄະນະຫັນເປັນດີຈີຕອນລະດັບຊາດໂດຍມີທ່ານນາຍົກລັດຖະມົນຕີເປັນປະທານ ຊຶ່ງໄດ້ກາຍເປັນກົນໄກນຳພາ - ຊີ້ນຳທີ່ເຂັ້ມແຂງ ແລະ ເປັນເອກະພາບຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ, ດ້ານການສົ່ງເສີມທຸລະກິດ ພວກເຮົາໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຫັນເປັນດີຈີຕອນໂດຍການສ້າງ ແລະ ປັບປຸງນິຕິກຳ, ແຜນຍຸດທະສາດດ້ານຕ່າງໆເຊັ່ນ: ດ້ານການບໍລິຫານລັດດີຈີຕອນ, ຄວາມປອດໄພໄຊເບີ, ການສົ່ງເສີມທຸລະກິດສະຕາດອັບ, ພວມຮ່າງແຜນຍຸດທະສາດປັນຍາປະດິດ (AI) ແລະອື່ນໆ. ພ້ອມທັງໄດ້ສ້າງຕັ້ງ “ອຸທິຍານດີຈີຕອນ” (Lao Digital Park) ເພື່ອເປັນສູນກາງບົ່ມເພາະທຸລະກິດສະຕາດອັບ (Startup), ດຶງດູດການລົງທຶນ ແລະ ສ້າງບຸກຄະລາກອນທີ່ມີທັກສະສູງ ໂດຍເນັ້ນໃສ່ນະວັດຕະກຳທີ່ເປັນມິດກັບສິ່ງແວດລ້ອມ.

ສຳລັບປີ 2026 ຈະສຸມທຸກສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີX ຂອງລັດຖະບານໃຫ້ປະກົດຜົນເປັນຈິງ, ຈະສຸມໃສ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ດ້ວຍການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທັນສະໄໝໂດຍສະເພາະປັນຍາປະດິດ (AI) ເຂົ້າໃນທຸກຂົງເຂດວຽກງານ. ໂອກາດດັ່ງກ່າວ ທ່ານ ສັນຕິສຸກ ສິມມາລາວົງ ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຍົກສູງບົດບາດການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກຳໃໝ່ໃຫ້ເກີດຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານທັງພາກລັດ ແລະ ພາກທຸລະກິດ, ຍົກສູງສະຕິປັນຍາ ແລະ ຫັນປ່ຽນຈິນຕະນາການສູ່ການເປັນ “ຜູ້ສ້າງ” ເຕັກໂນໂລຊີຫຼາຍກວ່າການເປັນພຽງ “ຜູ້ຊົມໃຊ້” ພ້ອມທັງມີສະຕິລະວັງຕົວສູງ ແລະ ສ້າງຄວາມສະດຸ້ງໄວໃຫ້ຮູ້ເທົ່າທັນດີຈີຕອນເພື່ອປ້ອງກັນຕົນເອງຈາກອາຊະຍາກຳທາງໄຊເບີ, ພວກເຮົາພ້ອມຈິດພ້ອມໃຈກັນຫັນເປັນທັນສະໄໝຢ່າງຮອບດ້ານເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X ຂອງລັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ນຳພາປະເທດຊາດກ້າວໄປສູ່ຍຸກດີຈີຕອນທີ່ຮຸ່ງເຮືອງ, ປອດໄພ ແລະ ຍືນຍົງ.

ໃນພິທີ, ຍັງໄດ້ຈັດເວທີສົນທະນາ ໃນຫົວຂໍ້: “ການມີສ່ວນຮ່ວມໃນການຂັບເຄື່ອນການຫັນເປັນດີຈີຕອນ ໃນ3 ເສົາຄໍ້າແບບຍືນຍົງ”, ການນໍາສະເໜີບົດ: ແນວໂນ້ມການພັດທະນາ AI ໃນຍຸກດີຈີຕອນ, ແຜນການກໍ່ສ້າງພັດທະນາບຸກຄະລາກອນຮອງຮັບການຫັນເປັນດີຈີຕອນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.
ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານ ທິກທໍລາກ ຫົວໜ້າຄະນະກຳມະການວັດທະນາທຳ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຮອງຫົວໜ້າຄະນະກຳມະການປະຈຳສະມາຄົມ ພຸດທະສາສະໜາແຂວງເຫງະອານ ເຈົ້າອາທິການວັດ ບາງລອງ ນະຄອນຫຼວງວຽງຈັນ ເຈົ້າອາທິການວັດມິດຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ, ໃນວັນທີ25ມັງກອນ2026 ຢູ່ທີ່ຫ້ອງວ່າການແຂວງ.
ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ເພີ່ມເຕີມ