ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ
ກະຊວງປ້ອງກັນປະເທດ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22 ທັນວາ 1944-22 ທັນວາ 2024) ໃນວັນທີ 30 ທັນວານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ

ກຳມະການສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ແຂກຖືກເຊີນ ແລະ ຜູ້ຕາງໜ້າຈາກເຫຼົ່າຮົບ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

ໃນພິທີ, ສະຫາຍ ຫງວຽນ ມິງ ເຕິມ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ, ກອງທັບປະຊາຊົນຫວຽດນາມໄດ້ສ້າງຕັ້ງຂຶ້ນ ໃນວັນທີ 22 ທັນວາ 1944 ຊຶ່ງກາຍເປັນເຫດການປະຫວັດສາດອັນຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ ເພາະວ່າເປັນຄັ້ງທຳອິດໃນປະຫວັດສາດ, ຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຫວຽດນາມໄດ້ມີກອງທັບແບບ

ໃໝ່ ໂດຍພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈິມິນ ຈັດຕັ້ງ, ສຶກສາ, ຫຼໍ່ຫຼອມ, ກອງທັບ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສູ້ຮົບເພື່ອເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພື່ອເສລີພາບ, ຄວາມຜາສຸກ ຂອງປະຊາຊົນ.

ໃນກອງປະຊຸມສູນກາງ ຄັ້ງທີ 6 (ເດືອນພະຈິກ 1939) ແລະ ຄັ້ງທີ 7 (ເດືອນພະຈິກ 1940) ພິເສດແມ່ນໃນກອງປະຊຸມສູນກາງ ຄັ້ງທີ 8 (ເດືອນພຶດສະພາ 1941) ພັກກອມມູນິດອິນດູຈີນໄດ້ຕັດສິນຫັນທິດການປະຕິວັດ, ວາງໜ້າທີ່ປົດປ່ອຍຊາດເປັນອັນດັບແຖວໜ້າ, ຊຸກຍູ້ການສ້າງຫຼັກທີ່ໝັ້ນ, ກະກຽມການລຸກຂຶ້ນຕໍ່ສູ້ດ້ວຍອາວຸດເພື່ອຍາດອຳນາດການປົກຄອງ. ສະນັ້ນ, ບົນພື້ນຖານບັນດາກອງປະກອບອາວຸດການປະຕິວັດຢູ່ຫວຽດບັກ, ມາເຖິງວັນທີ 22 ທັນວາ 1944 ຢູ່ເມືອງງວຽນບິ່ງ ແຂວງກາວບັງ, ພາຍໃຕ້ການບັນຊາ ຂອງສະຫາຍ ຫວໍ້ ຫງວຽນ ຢ໋າບ ກອງທະຫານຫວຽດນາມໂຄສະນາປົດປ່ອຍກອງທັບໄດ້ສ້າງຕັ້ງຂຶ້ນ ຊຶ່ງແມ່ນກອງທັບປະຊາຊົນຫວຽດນາມໃນເມື່ອກ່ອນ. ຂະນະນັ້ນ, ກອງທະຫານຫວຽດນາມໂຄສະນາປົດປ່ອຍກອງທັບ ມີພະນັກງານ- ນັກຮົບພຽງແຕ່ 34 ຄົນ, ຈາກກອງທະຫານປະກອບອາວຸດທີ່ປະຖົມປະຖານຜ່ານໄລຍະການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ, ກອງທັບປະຊາຊົນຫວຽດນາມໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ທັງກໍ່ສ້າງກໍາລັງທາງການທະຫານ, ຈາກບັ້ນຕີນ້ອຍຫາບັ້ນຕີໃຫຍ່, ຈາກການຕີແບບກອງຫຼອນຫາການຕີແບບຫຼວງ. ຜ່ານ 9 ປີ ແຫ່ງການຕໍ່ສູ້ເຕັມໄປດ້ວຍຄວາມລຳບາກຫຍຸ້ງຍາກ ໄດ້ຕີຖອຍບັນດາຍຸດທະສາດການທະຫານຂອງສັດຕູ ດ້ວຍໄຊຊະນະ ຂອງການບຸກໂຈມຕີບັນດາຍຸດທະສາດການທະຫານຂອງສັດຕູ, ດ້ວຍໄຊຊະນະ ຂອງການບຸກໂຈມຕີຍຸດທະສາດລະດູໜາວ-ລະດູບານໃໝ່ 1953-1954 ຊຶ່ງໄຊຊະນະອັນໃຫຍ່ຫຼວງກອງທັບ ແລະ ປະຊາຊົນຫວຽດໃນບັ້ນຮົບດຽນບຽນຝູ ບັງຄັບລັດຖະບານຝຣັ່ງຕ້ອງລົງນາມສົນທິສັນຍາເຊີແນວ, ສ້າງຄວາມສັນຕິພາບຄືນຢູ່ອິນດູຈີນ, ຖອນໂຕກັບຄືນປະເທດ, ປົດປ່ອຍພາກເໜືອຢ່າງສົມບູນ, ສິ້ນສຸດໄຊຊະນະການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າຮຸກຮານ, ຍົກຂຶ້ນເປັນແບບຢ່າງໃຫ້ແກ່ຂະບວນການປົດປ່ອຍຊາດໃນໂລກ. ຕໍ່ສະພາບການດັ່ງກ່າວ, ກອງທັບ ແລະ ປະຊາຊົນຫວຽດນາມໄດ້ປະສານສົມທົບກັບການຕໍ່ສູ້ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ພົ້ນເດັ່ນແມ່ນບັ້ນຮົບເສັ້ນທາງເລກທີ 9 ພາກໃຕ້ຂອງລາວ, ບັ້ນຮົບຕາເວັນອອກສ່ຽງເໜືອກຳປູເຈຍ ພ້ອມທັງເປີດບັ້ນບຸກໂຈມຕີຍຸດທະສາດໃນທົ່ວສະໜາມຮົບພາກໃຕ້ດ້ວຍບັນດາບັ້ນຮົບບຸກໂຈມຕີຮ່ວມກຳລັງທະຫານຢູ່ກວາງຈິ-ເທື່ອທຽນເຫວ້, ເຂດໄຕງວຽນສ່ຽງເໜືອ, ເຂດພາກຕາເວັນອອກສ່ຽງໃຕ້, ບັນດາບັ້ນຮົບບຸກໂຈມຕີສັງລວມຢູ່ທົ່ງພຽງແມ່ນ້ຳຂອງ, ພາກກາງ. ຈາກບັນດາໄຊຊະນະດັ່ງກ່າວ,ກອງທັບປະຊາຊົນຫວຽດນາມໄດ້ດຳເນີນ “ບັ້ນຮົບໂຮ່ຈິມິນ” ໂດຍໄດ້ປິດລ້ອມນະຄອນ ໄຊງ່ອນ ພາຍຫຼັງການສູ້ຮົບຢ່າງດຸເດືອດຫຼາຍແຫ່ງໄດ້ຢຶດເອົາວົງການນອກໄດ້ສຳເລັດຜົນ, ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງສະຖານະການ ການເມືອງ ແລະ ການທະຫານຢູ່ແຫຼມອິນດູຈີນ ພິເສດແມ່ນສົງຄາມຊາຍແດນຕາເວັນຕົກສ່ຽງໃຕ້ ແລະ ສົງຄາມປົກປັກຮັກສາຊາຍແດນພາກເໜືອ, ກຳລັງປະກອບອາວຸດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເປັນຫຼາຍແມ່ທັບຫຼວງ, 8 ເຂດການທະຫານ ແລະ ກອງບັນຊາການທະຫານອາສາສະໝັກ 2 ແຫ່ງ ຢູ່ ລາວ ແລະ ກຳປູເຈຍ ກອງທັບປະຊາຊົນຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ຕໍ່ຕ້ານສັດຕູຜູ້ດຽວ,ເພື່ອເອກະລາດ, ອິດສະຫຼະພາບ ຂອງແຕ່ລະປະເທດ ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ປະເຊີນໜ້າກັບການປ່ຽນແປງຢ່າງສັບສົນ ຂອງສະພາບການພາຍໃນ ແລະ ສາກົນ, ເສີມຂະຫຍາຍມູນເຊື້ອຄວາມຈົງຮັກພັກດີຢ່າງເດັດຂາດກັບພາລະກິດປະຕິວັດ ຂອງພັກ ແລະ ປະເທດຊາດ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍປະສົບຜົນສຳເລັດໃນທຸກໜ້າທີ່ ແລະ ທັນສະໄໝເທື່ອລະກ້າວຢ່າງບໍ່ຢຸດຢັ້ງ; ຝຶກຝົນຫຼໍ່ຫຼອມລະບຽບ, ຄວາມສາມາດກຽມພ້ອມສູ້ຮົບ, ບໍ່ໃຫ້ຖືກເປັນທ່າຮັບ ຫຼື ຕົກຕະລຶງຕໍ່ທຸກສະຖານະການໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ; ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ສົມກັບຊື່ວ່າ: “ວິລະຊົນກອງທັບປະຊາຊົນຫວຽດນາມ”. ກອງທັບປະຊາຊົນປະຕິບັດຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນບັນດາການເຄື່ອນໄຫວຕອບແທນບຸນຄຸນ, ແກ້ໄຂຜົນຮ້າຍຫຼັງສົງຄາມ, ປ້ອງກັນ, ຕ້ານພາຍຸ, ໄພນ້ຳຖ້ວມ, ໄພທຳມະຊາດ ແລະ ກູ້ໄພ.

ໂອກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນຕື່ມວ່າ: ການຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຫວຽດນາມ ຄົບຮອບ 80 ປີ ຄັ້ງນີ້ ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມອົບອຸ່ນ ແບບພິເສດ ຖານສະຫາຍອ້າຍນ້ອງ ຈາກພັກ-ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມ ມາສູ່ພັກ-ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ທັງເປັນການເພີ່ມທະວີເສີມສ້າງສາຍພົວພັນມິດຕະພາບ, ຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

(ຂ່າວ-ພາບ: ຄຳໄຕ ຈັນນະຄອນ)

ຄໍາເຫັນ

ຂ່າວການຮ່ວມມື

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ເພີ່ມເຕີມ