ສັນຍາລັກໂຕອັກສອນ H ຂອງ Honda ໄດ້ຖືກນໍາໃຊ້ຄັ້ງທໍາອິດໃນປີ 1963 ແລະ ໄດ້ມີການອອກແບບໃໝ່ຫຼາຍຄັ້ງໃນໄລຍະຫຼາຍທົດສະວັດທີ່ຜ່ານມາ. ສຳລັບໂລໂກ້ H ແບບໃໝ່ລ້າສຸດຈະຖືກນໍາໃຊ້ໃນລົດໄຟຟ້າ ແລະ ລົດໄຮບຣິດລຸ້ນໃໝ່ຂອງບໍລິສັດທີ່ເປີດຕົວຕັ້ງແຕ່ປີ 2027 ເປັນຕົ້ນໄປ.
Honda ໄດ້ເປີດເຜີຍໂລໂກ້ໃໝ່ຄັ້ງທໍາອິດໃນເດືອນມັງກອນ 2024, ໃນໂອກາດທີ່ບໍລິສັດແນະນຳລົດແນວຄວາມຄິດ Honda 0 ສອງຄັນ.
ບໍລິສັດໄດ້ລະບຸໃນຖະແຫຼງຂ່າວວ່າ: ການອອກແບບໂລໂກ້ໃໝ່ ທີ່ມີລັກສະນະຄ້າຍຄືກັບມືສອງຂ້າງທີ່ຢຽດອອກໄປ, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Honda ໃນການຂະຫຍາຍຂອບເຂດຄວາມເປັນໄປໄດ້ຂອງການເດີນທາງແລະ ການຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງຈິງໃຈໃນທຸລະກິດລົດຍົນ.
ນອກຈາກນັ້ນ, Honda ໄດ້ລະບຸວ່າ: ການໃຊ້ໂລໂກ້ H ແບບໃໝ່ຈະເປັນສັນຍາລັກແທນທຸລະກິດລົດຍົນຂອງບໍລິສັດ ທັງໝົດ, ລວມທັງເຄືອຂ່າຍຕົວແທນຈຳໜ່າຍ ແລະ ກິດຈະກຳມໍເຕີສະປອດ.
ຄໍາເຫັນ