ເມື່ອບໍ່ດົນມານີ້, ທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ ທີ່ຕັ້ງຢູ່ແຂວງຄຳມ່ວນ ຊຶ່ງບໍລິສັດດັ່ງກ່າວນີ້ໄດ້ຮັບສຳປະທານຈາກລັດຖະບານລາວໃນການຂຸດຄົ້ນ ແລະ ຜະລິດມາແຕ່ປີ 2022 ມີຈໍານວນ 3 ເຂດ, ໃນນັ້ນເຂດບ້ານດົງໃຕ້ມີເນື້ອທີ 35 ກິໂລຕາແມ້ດ, ເຂດບ້ານໂພນໄຊ ເມືອງໜອງບົກ ມີເນື້ອທີ່ 179,8 ກິໂລຕາແມັດ ແລະ ເຂດບ້ານໜອງລົມ ເມືອງໜອງບົກມີເນື້ອທີ 48,52 ກິໂລຕາແມັດ ໄລຍະສຳປະທານທັງໝົດ 30 ປີ.
ທ່ານ ຫວ່າງຈ້ຽນຕົ່ງ ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນບໍລິສັດມີພະນັກງານທັງໝົດ 6.710 ຄົນ, ພະນັກງານຄົນຈີນ 2.102 ຄົນ, ປັດຈຸບັນສາມາດຜະລິດໄດ້ 2.000.000 ໂຕນຕໍ່ປີ ແລະ ຈະສາມາດຂະຫຍາຍການຜະລິດຂຶ້ນເປັນ 3.000.000 - 4.000.000 ໂຕນຕໍ່ປີ ຊຶ່ງໃນປີ 2025-2026 ຄາດວ່າຈະສາມາດຜະລິດໄດ້ 5.000.000 ໂຕນຕໍ່ປີ ຜົນຜະລິດສ່ວນໃຫຍ່ແມ່ນສົ່ງອອກໄປຂາຍບັນດາປະເທດອາຊຽນເຊັ່ນ: ສສ ຫວຽດນາມ ແລະ ປະເທດໄທ. ນອກຈາກຜະລິດແຮ່ດິບ ແລະ ຜະລິດເປັນຝຸ່ນໂປຕາສ ບໍລິສັດຍັງມີແຜນສ້າງເມືອງທັນສະໄໝຕື່ມອີກ ເພື່ອປະກອບສ່ວນສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນຢ່າງຮອບດ້ານ.
ທ່ານນາງ ວິໄລຄຳ ໂພສາລາດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມ ເຊີຍຕໍ່ການພັດທະນາຂອງ ບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ ພ້ອມນີ້ໄດ້ແນະນໍາໃຫ້ບໍລິສັດປະສານງານຢ່າງໃກ້ຊິດກັບກະຊວງ ຍທຂ, ພະແນກ ຍທຂ ແຂວງ ແລະ ທຸກພາກສວນທີ່ກ່ຽວຂ້ອງໃນການວາງແຜນພັດທະນາຕົວເມືອງທັນສະໄໜໃນຕໍ່ໜ້າເພື່ອຮັບປະກັນໃຫ້ແຜນພັດທະນາດັ່ງກ່າວສອດຄ່ອງກັບແຜນພັດທະນາຕົວເມືອງທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນແຜນພັດທະນາຕົວເມືອງຂອງກະຊວງ ຍທຂ.
ຂ່າວ-ພາບ: ໄຊຍາ ຍທຂ

ຄໍາເຫັນ