ຮອງ ລມຕ ກະຊວງການຕ່າງປະເທດ ນຳພາທູຕານຸທູດ ຢ້ຽມຢາມ ນະຄອນ-ຫຼວງພະບາງແລະໂຄງການກ່ຽວຂອງ

ຮອງ ລມຕ ກະຊວງການຕ່າງປະເທດ ນຳພາທູຕານຸທູດ ຢ້ຽມຢາມ ນະຄອນ-ຫຼວງພະບາງແລະໂຄງການກ່ຽວຂອງ
ທ່ານ ໂພໄຊ ໄຂຄຳພິທູນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະທູຕານຸທູດ ຈາກ 7 ປະເທດຄື: ບູນກາລີ, ອິນເດຍ, ຍີ່ປຸ່ນ, ສເກົາຫຼີ, ຕວັກກີ, ສສ ຫວຽດນາມ ແລະ ຊຳບີຊຶ່ງເປັນສະມາຊິກຄະນະກຳມະການມໍຣະດົກໂລກ (World Heritage Committee) ຂອງອົງການອຸຍແນັສໂກ ປະຈຳຢູ່ປາຣີທີ່ເດີນທາງມາຈາກປະເທດຝຣັ່ງ, ບູນກາລີ ແລະ ນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ແລະ ເຂດໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນວັນທີ 20-22 ພຶດສະພາ ນີ້. 
ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນ ແລະ ບົດຮຽນອັນດີຈາກບັນດາປະເທດສະມາຊິກ ຄະນະກຳມະການມໍຣະດົກໂລກ ໃນການຄຸ້ມຄອງສະຖານທີ່ມໍຣະດົກໂລກຂອງຕົນ ໂດຍສະເພາະການຄຸ້ມຄອງເມືອງມໍຣະດົກໂລກຫຼວງພະບາງ ຂອງ ສປປ ລາວ, ທັງເປັນການເພີ່ມທະວີມີຄວາມຮັບຮູ້ ແລະ ເຂົ້າໃຈ ຫຼາຍຂຶ້ນກວ່າເກົ່າ ກ່ຽວກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໂຄງການພັດທະນາພື້ນຖານໂຄງລ່າງໃນແຂວງຫຼວງພະບາງ,ແນໃສ່ຮັດແໜ້ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອົງການອຸຍແນັສໂກ ທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍ ໃນອະນາຄົດ.
ໃນວັນທີ 20 ພຶດສະພາ 2024, ຄະນະຜູ້ແທນໄດ້ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ແລະ ຕົວເມືອງມໍຣະດົກໂລກ ຫຼວງພະບາງ. ຈາກນັ້ນ, ໃນວັນທີ 21 ພຶດພະພາ, ຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ວ່າດ້ວຍ “ການຄຸ້ມຄອງເມືອງມໍຣະດົກໂລກຫຼວງພະບາງ”, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊຫົວໜ້າກົມມໍຣະດົກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຄຳອິນ ຄິດຈະເດດເອກອັກຄະລັດຖະທູດ ແລະ ຫົວໜ້າຫ້ອງການຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການອຸຍແນັສໂກ ທີ່ ນະຄອນຫຼວງປາຣີປະເທດຝຣັ່ງ ໂດຍມີຫົວໜ້າຫ້ອງວ່າການແຂວງ ແລະ  ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດຫຼາຍກວ່າ 30 ທ່ານ. ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນວ່າ ລັດຖະບານ ແຫ່ງ ສປປ ລາວ ເວລາໃດ ກໍມີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະສະຖານທີ່ທາງປະຫວັດສາດ, ທາງວັດທະນະທຳ ແລະ ທາງທຳມະຊາດ ກໍຄືຮີດຄອງປະເພນີອັນດີງາມຂອງປະເທດຕົນ ໃຫ້ມີຄວາມຍືນຍົງ ແລະ ຄົງຕົວ ເປັນຊັບສົມບັດຂອງຊາດ, ເປັນມໍຣະດົກໃຫ້ແກ່ ລູກຫຼານ ກໍຄື ປະຊາຊົນລາວບັນດາເຜົ່າ ແລະ ມວນມະນຸດ. ຕະຫຼອດໄລຍະເວລາ 29 ປີ ທີ່ຜ່ານມາ ວຽກງານການຄຸ້ມຄອງມໍຣະດົກໂລກຫຼວງພະບາງ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ, ສະຖານະເມືອງມໍຣະດົກໂລກພາຍໃຕ້ສົນທິສັນຍາມໍຣະດົກໂລກ ຂອງອົງການອຸຍແນັສໂກ ໄດ້ປະກອບສ່ວນສຳຄັນເປັນຢ່າງຍິ່ງ ໃນການປັບປຸງຊີວີດການເປັນຢູ່ຂອງປະຊາຊົນຊາວຫຼວງພະບາງ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງປະເທດ ນັບມື້ນັບດີຂຶ້ນ ເປັນກ້າວໆມາ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ມີຄຳເຫັນ ໃຫ້ກອງປະຊຸມພ້ອມກັນແລກປ່ຽນ ແລະ ປຶກສາຫາລືຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນພັດທະນາ ແລະ ສະໜັບໜູນວຽກງານປົກປັກຮັກສາ ແລະ ອະນຸລັກ ມໍຣະດົກຂອງລາວ ກໍຄື ມໍຣະດົກຂອງໂລກ ໃຫ້ໄປຄ່ຽງຄູ່ກັບການພັດທະນາແບບຍືນຍົງ ແລະ ການປະຕິບັດທີ່ດີຂອງສາກົນ.
ນອກຈາກນັ້ນ, ໃນຕອນບ່າຍຂອງວັນທີ 21 ແລະ ວັນທີ 22 ພຶດສະພາ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສືບຕໍ່ນຳພາຄະນະຜູ້ແທນດັ່ງກ່າວ ລົງຢ້ຽມຢາມ ເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ ທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງຕາມລຳດັບ. ຕະຫຼອດໄລຍະການເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນຕ່າງໆໄດ້ໃຫ້ຄວາມສົນໃຈຫຼາຍ ໃນການປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນປະສົບການ ພ້ອມທັງໄດ້ສອບຖາມພາກລັດ ແລະ ຜູ້ພັດທະນາໂຄງການຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຂໍ້ມູນຕ່າງໆທີ່ຕິດພັນກັບໂຄງການກໍ່ສ້າງເຂື່ອນຫຼວງພະບາງ ແລະ ການຄຸ້ມຄອງເມືອງມໍຣະດົກໂລກ ຫຼວງພະບາງ. 
(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ