![]() |
ໃນໂອກາດດັ່ງກ່າວ ທ່ານ ຟາມ
ວັນຮຸງ ໄດ້ສະແດງຄວາມຍິນດີ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ ທີ່ໄດ້ມາ ເກັບກຳຂ່າວກອງປະຊຸມໃຫຍ່ດັ່ງກ່າວໃນຄັ້ງນີ້. ພ້ອມທັງໄດ້ລາຍງານປະຫວັດຄວາມເປັນມາ ແລະ ພາລະບົດບາດຂອງໜັງສືພິມ ເຢີນ ເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງໜັງສືພິມນັບແຕ່ມື້ສ້າງຕັ້ງ ຈົນເຖິງປັດຈຸບັນ ມີທັງໝົດ 15 ພະແນກ, ມີ 6 ຜະລິດຕະພັນ, ສຳລັບອອນລາຍມີ 7 ພາສາ ຄື: ຫວຽດນາມ, ອັງກິດ, ຈີນ, ຢີ່ປຸ່ນ, ສ ເກົາຫຼີ, ຣັດເຊຍ ແລະ
ຝຣັ່ງ, ມີ 34 ຕົວແທນໜັງສືພິມ ເຢີນ ເຢີນ ປະຈໍາການ ຢູ່ພາຍໃນ ແລະ 6 ຕົວແທນໜັງສືພິມເຢີນເຢີນປະຈໍາຕ່າງປະເທດ.
![]() |
ນອກຈາກນັ້ນ, ຍັງໄດ້ຮັບຟັງບົດຮຽນ ແລະ ຜົນສໍາເລັດທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮ່ວມມືກັບສື່ມວນຊົນທີ່ ຕາງໜ້າໃຫ້ແຕ່ລະປະເທດ ເພື່ອຮ່ວມກັນສົ່ງເສີມສື່ສິ່ງພິມບັນດາປະເທດ.
ໃນຕອນບ່າຍ ຂອງວັນດຽວກັນຄະນະສື່ມວນຊົນຕ່າງປະເທດຍັງໄດ້ຢ້ຽມຢາມ ສຳນັກງານວາລະສານກໍ່ສ້າງພັກອມມູນິດຫວຽດນາມ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫງວຽນ ງອກຮາ ຮອງຫົວໜ້າບັນນາທິການວາລະສານກໍ່ສ້າງພັກກອມມູນິດຫວຽດນາມ.
ຂ່າວ: ຕຸໄລເພັດ


ຄໍາເຫັນ