ເນື່ອງໃນໂອກາດ ວັນຊາດ ສປຈີນ ຄົບຮອບ 75 ປີ.

ຮອງເຈົ້າແຂວງບໍ່ແກ້ວ ອວຍພອນຕຳຫຼວດນ້ຳ ປະຈຳຢູ່ສູນປະສານງານລາວ-ຈີນ.

ຮອງເຈົ້າແຂວງບໍ່ແກ້ວ ອວຍພອນຕຳຫຼວດນ້ຳ ປະຈຳຢູ່ສູນປະສານງານລາວ-ຈີນ.
ເມື່ອບໍ່ດົນມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຮ້ອຍເອກ ກວນຢ່າລຸນ

ຮອງຫົວໜ້າສູນປະສານງານລາວ-ຈີນ ພ້ອມດ້ວຍຄະນະ ທີ່ປະຈຳຢູ່ສູນປະສານງານ ບ້ານມອມ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ, ເນື່ອງໃນໂອກາດ ວັນຊາດ ສປຈີນ ຄົບຮອບ 75 ປີ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ສອງຊາດ ລາວ - ຈີນ ມີຊາຍແດນຕິດຈອດກັນເປັນປະເທດບ້ານໃກ້ເຮືອນຄຽງ, ມີສາຍພູຕິດຈອດກັນ ແລະ ຄູ່ຮ່ວມມືທີ່ດີ; ສອງກອງທັບ ລາວ - ຈີນ ໄດ້ຜູກມິດຕະພາບອັນດູດດື່ມເລິກເຊິ່ງ.ໃນໂອກາດວັນຊາດ ສປຈີນ ຄົບຮອບ 75 ປີ ຂໍອວຍພອນໃຫ້ ສະຫາຍ ຮ້ອຍເອກ ກວນຢ່າລຸນ ຮອງຫົວໜ້າສູນປະສານງານລາວ-ຈີນ ພ້ອມດ້ວຍຄະນະຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າ, ອວຍພອນໃຫ້ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ - ຈີນ, ເສີມຂະຫຍາຍການພົວພັນຮ່ວມມືໃນທຸກລະດັບ ເພື່ອຮັດແໜ້ນມູນເຊື້ອຄວາມສາມັກຄີ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.
ສະຫາຍ ຮ້ອຍເອກ ກວນຢ່າລຸນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ, ໄມຕີຈິດ ມິດຕະພາບມາອວຍພອນໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ຄະນະພັກ - ຄະນະບັນຊາ, ພະນັກງານ - ນັກຮົບ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ. ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມິດຕະພາບ ແລະ ການພົວພັນຮ່ວມມືຊ່ວຍເຫຼືອເຊິງກັນ ແລະ ກັນ ລະຫວ່າງ ລາວ - ຈີນ, ຈີນ-ລາວ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ: ນາງ ນີ່ ທຳມະວົງ)

ຄໍາເຫັນ

ຂ່າວການຮ່ວມມື

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

ນຳພາການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ” ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

2026 ນີ້,ສອງປະເທດລາວ-ຈີນສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດລາວ-ຈີນເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ ມີແມ່ນໍ້າລໍາເຊໄຫຼລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫຼຸບຢ່າງເລິກເຊິ່ງຕໍ່ມິດຕະພາບອັນຍາວນານຂອງສອງປະເທດລາວ-ຈີນເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ອັດຕະປື - ກວາງຫງາຍ ແລກປ່ຽນບົດຮຽນ ດ້ານກະສິກຳ

ກອງປະຊຸມພົບປະແລກປ່ຽນບົດຮຽນ ດ້ານວຽກງານກະສິກຳ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ກັບ ສະມາຄົມຊາວກະສີກອນ ແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດຜ່ານມາ ທີ່ ແຂວງອັດຕະປື, ໂດຍມີ ທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີທ່ານ ຫງວຽນ ກວາງ ຖຸ໋ຍ ກໍາມະການພັກແຂວງ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສີກອນ ແຂວງກວາງຫງາຍ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ໃນວັນທີ 12 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ ຂອງ ມຽນມາ, ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ ທີ່ ບາງກອກ, ຣາຊະອານາຈັກ ໄທ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດ ຂອງ ປະທານອາຊຽນ ກ່ຽວກັບບັນຫາ ມຽນມາ.
ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນລະດັບສູງ ນຳໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມສຶກສາຕອນຕົ້ນນໍ້າມາຍເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເພື່ອຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ (Foundational Learning Improvement Project - FLIP) ພ້ອມທັງໄດ້ພົບປະກັບຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 9 ກໍລະກົດນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ໃນວັນທີ 6 ກໍລະກົດ ຜ່ານມານ ທີ່ນະຄອນຫຼວງໂຣມ ສ ອີຕາລີ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ແຊຈິໂອ ມັດຕາເຣນລາ (H.E. Mr. Sergio Mattarella) ປະທານາທິບໍດີແຫ່ງສາທາລະນະລັດອີຕາລີ ເພື່ອດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິຕາລີ ຊຶ່ງມີສໍານັກງານຕັ້ງຢູ່ເຊີແນວ ປະເທດສະວິດ.
ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ໃນ​ວັນ​ທີ 8 ກໍລະກົດນີ້ ທີ່ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້​າຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ​ທ່ານ ອິດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ເພີ່ມເຕີມ