ໂຮງແຮມວຽງຈັນແມ່ຂອງບໍລິການດີ ມີຄວາມທັນສະໄໝ

ໂຮງແຮມວຽງຈັນແມ່ຂອງບໍລິການດີ ມີຄວາມທັນສະໄໝ
ໂດຍ: ສຳນານ ພົມພັກດີ
ໂຮງແຮມວຽງຈັນແມ່ຂອງຕັ້ງຢູ່ໃກ້ກັບ ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ເປັນໂຮງແຮມລະດັບ 4 ດາວ ມີການບໍລິການດີ ແລະ ມີຄວາມທັນສະໄໝ ເພື່ອຮອງຮັບໃຫ້ແກ່ກັບບັນດາລູກຄ້າ, ນັກທ່ອງທ່ຽວທົ່ວໄປທີ່ມາທ່ຽວລາວສົນໃຈເຂົ້າພັກ, ພິເສດທາງໂຮງແຮມໄດ້ເອົາໃຈໃສ່ເບິ່ງແຍງພະນັກງານກຳມະກອນທີ່ເປັນຄົນລາວເປັນຢ່າງດີ ໂດຍສະ ເພາະແມ່ນເພີ່ມບໍາເນັດໃຫ້ພະນັກງານທີ່ມີຄວາມຫ້າວຫັນ ແລະ ຊ່ວຍຄອບຄົວພະນັກງານໃນແຕ່ລະເດືອນນໍາອີກ; ທ່ານ ອາຫຼີ ຜູ້ຈັດການ ກຸ່ມບໍລິສັດໃຫຍ່ວຽງຈັນແມ່ຂອງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອວັນທີ 17 ມັງກອນນີ້ວ່າ: ໂຮງແຮມວຽງຈັນແມ່ຂອງ ເປັນໂຮງແຮມລະດັບ 4 ດາວ,ໃນເນື້ອທີ່ທັງໝົດ 7000 ຕາແມັດ, ມີ 13 ຊັ້ນ  ປະກອບມີຫ້ອງນອນ ແລະ ຫ້ອງພັກທັງໝົດ 78 ຫ້ອງ ໃນນັ້ນ ຊັ້ນ 1 ເປັນຫ້ອງເຄົາເຕີ ແລະ ຫ້ອງຄົວ, ຊັ້ນ2 ເປັນຫ້ອງອາຫານ, ຊັ້ນ 3-8 ແມ່ນເປັນຫ້ອງນອນ ແລະ ຫ້ອງພັກ, ຊັ້ນ9 ເປັນຫ້ອງອອກກຳລັງກາຍ, ຊັ້ນ 10 ເປັນສະລອຍນໍ້າ ແລະ ຊັ້ນ 13 ເປັນຫ້ອງອາຫານວີໄອພີ ແລະ ຫ້ອງປະຊຸມ-ສຳມະນາຕ່າງໆ, ສຳລັບລາຄາໃນການພັກເຊົາຕໍ່ຫ້ອງ ແມ່ນອີງຕາມລະດັບຂອງຫ້ອງຄືເລີ່ມຕົ້ນ 60-90ໂດລາ; ທ່ານ ກ່າວຕື່ມວ່າ: ນັບແຕ່ມື້ເປີດບໍລິການຈົນມາເຖິງປັດຈຸບັນ, ມີລູກຄ້າເຂົ້າມາໃຊ້ບໍລິການໂຮງແຮມເປັນຈຳນວນຫຼາຍ. ສ່ວນຫຼາຍຈະແມ່ນເປັນຄົນຈີນ, ເກົາຫຼີ ແລະ ສັນຊາດອື່ນໆຈໍານວນໜຶ່ງ. ສໍາລັບຮ້ານອາຫານພາຍໃນໂຮງແຮມແມ່ນຈະເນັ້ນປະເພດອາຫານລາວ ແລະ ອາຫານຈີນ. ສ່ວນເລື່ອງການບໍລິການ ທາງໂຮງແຮມໄດ້ເອົາໃຈໃສ່ເປັນພິເສດ, ນັບແຕ່ການຕ້ອນຮັບແຂກດ້ວຍຄວາມພໍໃຈ, ຄວາມສະອາດ, ການຮັກສາຄວາມປອດໄພ 24 ຊົວໂມງ, ປຸງແຕ່ງອາຫານໃຫ້ມີລົດຊາດແຊບຖືກໃຈລູກຄ້າ. ແນໃສ່ສ້າງຄວາມພໍໃຈໃຫ້ແກ່ລູກຄ້າທີ່ໄດ້ມາພັກແລ້ວຍາກມາອີກ.
ປັດຈຸບັນ, ໂຮງແຮມວຽງຈັນແມ່ຂອງ ມີຄົນລາວປະກອບອາຊີບ 100 ກວ່າຄົນ ທີ່ສັງກັດຢູ່ໃນຫຼາຍຕຳແໜ່ງານ, ທາງໂຮງແຮມໄດ້ເອົາໃຈໃສ່ເບິ່ງແຍງຊີວິການເປັນຢູ່ຂອງພະນັກງານ ແລະ ກຳມະກອນ ບໍໍ່ວ່າຈະເປັນການໃຫ້ເງິນເດືອນກໍສູງ, ລ້ຽງເຂົ້າສອງຄາບ, ຖ້າຫາກພະນັກງານຜູ້ໃດບໍ່ສະດວກໃນການທຽວມາເຮັດວຽກ ທາງໂຮງແຮມກໍມີຫໍພັກໃຫ້ຢູ່.ຖ້າພະນັກງານ ຜູ້ໃດຫາກເຮັດວຽກຄົບ 1 ປີ ຄອບຄົວພະນັກງານຜູ້ນັ້ນຄື: ພໍ່ ແລະ ແມ່ ຈະໄດ້ຮັບເງິນຈາກກອງທຶນຂອງໂຮງແຮມມອບໃຫ້ເດືອນລະ 5 ແສນກີບຕໍ່ຄົນ. ໃນກໍລະນີ ພະນັກງານເຈັບເປັນ ກໍມີນະໂຍບາຍຊ່ວຍເຫຼືອ. ພະນັກງານໄດ້ໝູນວຽນກັນພັກ 4 ມື້ຕໍ່ເດືອນ; ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້າ ທາງໂຮມແຮມຈະພັດທະນາປັບປຸງພື້ນທີ່ຢູ່ເບື້ອງຫຼັງຂອງໂຮງແຮມເປັນຮ້ານອາຫານ, ຮ້ານວາງສະແດງສິນຄ້າຜະລິດຕະພັນຂອງລາວ, ບ່ອນພັກຜ່ອນ. ປັດຈຸບັນໄດ້ປະດັບປະດາຕົບແຕ່ງ, ປູກຕົ້ນໄມ້ໃນຂອບເຂດສວນດ້ານຫຼັງໂຮງແຮມ, ຂະນະດຽວກັນຈະຈັດໃຫ້ມີການສະແດງດົນຕີໃນຕອນຄໍ່າໃນຂອບເຂດສະລອຍນໍ້າຊັ້ນເທິງ ເພື່ອບໍລິການແຂກ.
ກຸ່ມບໍລິສັດໃຫຍ່ວຽງຈັນແມ່ຂອງ ແມ່ນນັກລົງທຶນ ສປ ຈີນ ທີ່ເຂົ້າມາດຳເນີນທຸລະກິດຢູ່ລາວ, ຜ່ານມາທາງກຸ່ມບໍລິສັດດັ່ງກ່າວໄດ້ປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ. ນັບແຕ່ການມອບພັນທະໃຫ້ລັດຖະບານໄດ້ເປັນປົກກະຕິ, ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມຕໍ່ພະນັກງານ ແລະ ກຳມະກອນ, ການປົກປັຮັກຮັກສາສິ່ງແວ້ດລ້ອມ ສ້າງເປັນບ່ອນພັກຜ່ອນຍ່ອນອາລົມ, ໃຫ້ຕົວເມືອງນະຄອນຫຼວງວຽງຈັນມີສີສັນ, ດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ ແນໃສ່ເພື່ອສ້າງຖານລາຍຮັບໃຫ້ແກ່ວຽກງານທ່ອງທ່ຽວມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ