ທ່ານ ນາງ ທອງພັບ ບຸນວິໄລ ຮອງຜູ້ອຳນວຍການໂຮງຮຽນສາທາລະນະສຸກວຽງຈັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນສົກປີ 2024-2025 ແລະ ວາງທິດທາງແຜນການ ສົກປີ 2025-2026 ນີ້ ວ່າ: ປັດຈຸບັນໂຮງຮຽນສາທາລະນະສຸກວຽງຈັນ ໄດ້ສຳເລັດກໍ່ສ້າງນັກສຶກສາພະຍາບານ, ຜະດຸງຄັນໃນລະດັບຊັ້ນກາງ ແລະ ຊັ້ນສູງ ສາຍກົງຕໍ່ເນື່ອງ ແລະ ຫຼັກສູດແພດບ້ານ ທັງໝົດ 47 ລຸ້ນ ມີນັກສຶກສາທີ່ຈົບໄປແລ້ວທັງໝົດ 1,437 ຄົນ ຍິງ 1,206 ຄົນ, ອອກຮັບໃຊ້ໃຫ້ບໍລິການພໍ່ແມ່ປະຊາຊົນໃນຂົງເຂດທົ່ວປະເທດ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ໂດຍສະເພາະໃນຂອບເຂດແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ໄຊຍະບູລີ, ບໍ່ແກ້ວ, ນະຄອນຫລວງ ແລະ ແຂວງອຶ່ນໆ ທັງພາກລັດ ແລະ ເອກະຊົນ. ໂຮງຮຽນ ໄດ້ເປີດສອນຫຼກສູດລະດັບຊັ້ນສູງ ແຕ່ປີ 2015 ເປັນຕົ້ນມາ ແລະ ໄດ້ປະຕິບັດການຮຽນການສອນຕາມລະບົບທີ່ຫຼກສູດກຳນົດໄວ້ ແລະ ນຳໃຊ້ຮູບແບບຂອງການສອນແບບໃໝ່ທີ່ເນັ້ນຜູ້ຮຽນເປັນສູນກາງນັກສຶກສາທີ່ເຂົ້າມາຮຽນແມ່ນປະຕິບັດລະບົບການສອບເສັງເຂົ້າຮຽນຕາມກົມຈັດຕັ້ງ ແລະ ກະຊວງສາທາລະນະສຸກກຳນົດໄວ້. ໂຮງຮຽນໄດ້ເປີດການສອນ 3 ສາຂາໃຫຍ່, ມີ 3 ຫຼັກສູດ, ມີນັກສຶກສາ 3 ຊັ້ນຮຽນ, ມີ 7 ຫ້ອງຮຽນ. ສະເພາະໃນສົກປີ 2024-2025 ນີ້ ມີນັກສຶກສາ ຈຳນວນ 170 ຄົນ ຍິງ 145 ຄົນ, ຊຶ່ງເລີ່ມເປີດການຮຽນ ການສອນຕົ້ນເດືອນ11ຂອງປີ, ໂຮງຮຽນເປີດການຮຽນການສອນທັງໝົດ 4 ຫຼັກສູດ ຄື: ວິຊາຊີບຊັ້ນສູງສາຂາພະຍາບານຕໍ່ເນື່ອງ ຮຸ່ນທີ 8 ຈຳນວນ 20 ຄົນ ຍິງ18 ຄົນ, ຮຸ່ນທີ 9 ຈຳນວນ 28 ຄົນ ຍິງ 25 ຄົນ, ຊັ້ນສູງພະຍາບານສາຍກົງ ຮຸ່ນທີ 9 ຈຳນວນ 33 ຄົນ ຍິງ 30 ຄົນ; ວິຊາຊີບຊັ້ນສູງສາຂາພະຍາບານຮຸ່ນທີ10 ຈຳນວນ 36 ຄົນ ຍິງ 29 ຄົນ. ຮຸ່ນທີ 11 ຈຳນວນ 25 ຄົນ ຍິງ 23 ຄົນ, ວິຊາຊີບຊັ້ນສູງສາຂາຜະດຸງຄັນ ຮຸ່ນທີ 9 ຍິງ 6 ຄົນ, ວິຊາຊີບຊັ້ນສູງສາຂາທັນຕະສຸຂະພິບານ ຮຸ່ນທີ 1 ຈຳນວນ 17 ຄົນ ຍິງ 9 ຄົນ. ຊຶ່ງໄດ້ເລີ່ມການຮຽນການສອນໂດຍຈັດການຮຽນ-ການສອນສົກຮຽນ ມີ 2 ພາກ ຊຶ່ງໃນພາກ 1 ມີ 20 ອາທິດ ແລະ ໄດ້ຈັດການຮຽນການສອນພາກທິດສະດີ ໃນຫ້ອງຮຽນ, ຫ້ອງຄອມພິວເຕີ, ຫ້ອງພາກສະແດງພື້ນຖານ, ຫ້ອງສະແດງແມ່ ແລະ ເດັກ. ໃນສົກປີ 2024-2025 ມີນັກສຶກສາສຳເລັດການສຶກສາມີທັງໝົດ 63 ຄົນ ຍິງ 49 ຄົນ, ມີຫຼັກສູດຊັ້ນສູງພະຍາບານສາຍກົງ ຮຸ່ນທີ 8 ຈຳນວນ 46 ຄົນ ຍິງ 32 ຄົນ, ຫຼັກສູດຊັ້ນສູງຜະດຸງຄັນສາຍກົງ ຈຳນວນ 17 ຄົນ ຍິງ 17 ຄົນ, ສະເລ່ຍຜົນການສອບເສັງ ຜ່ານສົມບູນ 100%, ໄດ້ຮັບກຽດນິຍົມ 2 ຄົນ ແລະ ໃບຍ້ອງຍໍ 30 ຄົນ.
ຈາກນັ້ນ, ກໍໄດ້ມອບໃບປະກາສະນິຍະບັດ ໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາ ໃນສົກຮຽນ 2024-2025 ຈຳນວນ 63 ຄົນ ຍິງ 49 ຄົນ ໃຫ້ກຽດມອບໂດຍ ທ່ານ ບຸນເສີດ ແກ້ວປະສິດ, ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຄູອາຈານ, ສະຖານທີ່ຝຶກງານ ແລະ ນັກສຶກສາຜູ້ທີ່ມີຜົນງານດີເດັ່ນ.
(ແຫຼ່ງຂ່າວ: ແຂວງວຽງຈັນ)
ຄໍາເຫັນ