ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ
ໃນຕອນເຊົ້າວັນທີ 20 ສິງຫານີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ນໍາໂດຍສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ.
ຮອງຫວໜາ ຄຕພ ອວ​ຍ​ພອນເອກອກຄະລດຖະທດ ສສ ຫວຽດນາມ ປະຈາ ສປປ ລາວ - image 1
 

 

ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ຮອບດ້ານຂອງປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຖືກຕ້ອງສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນທ່ຽງເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ຖານະບົດບາດອິດທິພົນຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ວາລະໄຊ ເລັ່ງສະຫວັດ ຍັງໄດ້ສະແດງຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູມຄູນສ້າງ ຈາກບັນດາຮຸ່ນການນຳ ຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມສ້າງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ຕີລາຄາສູງ ແລະ ຊົມເຊີຍການປະຕິບັດໜ້າທີ່ຂອງ ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ ແລະ ເປັນເສນາທິການທີ່ດີໃຫ້ແກ່ ການພົວພັນ ສອງປະເທດ ຕະຫຼອດໄລຍະທີ່ຜ່ານມາ. ສະແດງຄວາມຍິນດີຮ່ວມກັບ ສະຖານທູດ ແລະ ພາກສ່ວນກ່ຽວຂ້ອງຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືຂອງ ສອງປະເທດ ໃຫ້ມີປະສິດທິຜົນກວ່າເກົ່າ. ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ການປະຕິວັດລາວ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.

ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄລຍະທ້າຍສະ ໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ສະໄໝທີ XII ຂອງພັກຢ່າງມີໄຊ; ສະຫາຍຍິນດີສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍ, ມີປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ວາລະໄຊ ເລັ່ງສະຫວັດ ທີ່ໄດ້ນຳພາຄະນະມາອວຍພອນໃນຄັ້ງນີ້ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ຊຶ່ງນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ໃນການພົວພັນຮ່ວມມື ແລະ ການເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ລາວ-ຫວຽດນາມ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.

(ຂ່າວ: ຄຕພ; ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ເພີ່ມເຕີມ