ຫ້ອງການ ຍທຂ ເມືອງສີສັດຕະນາກ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງຕັ້ງໜ້າ

ຫ້ອງການ ຍທຂ ເມືອງສີສັດຕະນາກ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງຕັ້ງໜ້າ

ຫ້ອງການ ຍທຂ ເມືອງສີສັດຕະນາກ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງຕັ້ງໜ້າ
ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີສັດຕະນາ ນະຄອກຫຼວງວຽງຈັນ ເອົາໃຈໃສ່ວຽກງານພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ຢ່າງຕັ້ງໜ້າ, ຮັບປະກັນໃຫ້ໄດ້ມາດຕະຖານ, ທົນທານ, ເຊື່ອມຈອດ, ໂລ່ງລ່ຽນ, ການສັນຈອນສະດວກວ່ອງໄວ, ແນໃສ່ໃຫ້ການພັດທະນາຕົວເມືອງ ແລະ ເທດສະບານຂອງເມືອງສີສັດຕະນາກໃຫ້ໄປຕາມນະໂຍບາຍ 6 ສ.

 

 

ໃນບົດປະກອບຄຳເຫັນ ຂອງສະຫາຍ ໜູພົນ ໂພສີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີສັດຕະນາກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງສີສັດຕະນາກ ໃນຫົວຂໍ້: ການພັດທະນາພື້ນຖານໂຄງລ່າງຕິດພັນກັບການແກ້ໄຂສະພາບນໍ້າຖ້ວມຂັງ ຢູ່ເມືອງສີສັດຕະນາກເມື່ອບໍ່ດົນມານີ້ ໂດຍໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ ໄດ້ເອົາໃຈໃສ່ວຽກງານພັດທະນາ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ຢ່າງຕັ້ງໜ້າ, ຮັບປະກັນໃຫ້ໄດ້ມາດຕະຖານ, ທົນທານ, ເຊື່ອມຈອດ, ໂລ່ງລ່ຽນ, ການສັນຈອນສະດວກວ່ອງໄວ, ປອດໄພ, ແນໃສ່ໃຫ້ການພັດທະນາຕົວເມືອງ ແລະ ເທດສະບານຂອງເມືອງສີສັດຕະນາກ ໃຫ້ໄປຕາມນະໂຍບາຍ 6 ສ, ສ້າງໃຫ້ກາຍເປັນຕົວເມືອງທີ່ໜ້າຢູ່ເທື່ອລະກ້າວ ຊຶ່ງໄດ້ຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ (ກໍ່ສ້າງ, ປັບປຸງ, ຟື້ນຟູ, ສ້ອມແປງເສັ້ນທາງ) ຕິດພັນກັບການແກ້ໄຂນໍ້າຖ້ວມຂັງ ເປັນວຽກບຸລິມະສິດ ແລະ ເປັນຈຸດສຸມຂອງວຽກງານໂຍທາທິການ ແລະ ຂົນສົ່ງ ເມືອງສີສັດຕະນາກ ຊຶ່ງໄດ້ຈັດຕັ້ງປະຕິບັດຢ່າງແຂງແຮງ, ເອົາຈິງເອົາຈັງ ແລະ ໄດ້ມີການປະສານສົມທົບແໜ້ນ ກັບກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ, ການຈັດຕັ້ງທີ່ກ່ຽວຂ້ອງ, ພ້ອມທັງໄດ້ຮັບການສະໜັບສະໜູນໃຫ້ການຮ່ວມມືຈາກພາກລັດ, ປະຊາຊົນ ແລະ ສັງຄົມ ໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດຢ່າງໜ້າພໍໃຈ, ສາມາດສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການຄົມມະນາຄົມ ແລະ ຂົນສົ່ງ, ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

ໃນຂະນະດຽວກັນ, ບັນດາໜ້າວຽກ ທີ່ໄດ້ຈັດຕັ້ງປະຕິບັດ ອັນທີ່ພົ້ນເດັ່ນເປັນຕົ້ນເສັ້ນທາງສາຍຫຼັກກໍຄືຖະໜົນທ່າເດື່ອ ໄດ້ຮັບການປັບປຸງຟື້ນຟູປູຢາງຂົ້ວ ໄດ້ 0.8 ກມ ໃນຂອບເຂດຂອງເມືອງສີສັດຕະນາກ ສຳເລັດ 100% ຫຼື ເທົ່າກັບ 12% ຂອງລວງຍາວຖະໜົນທ່າເດື່ອທັງໝົດ, ເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງສາຍຫຼັກ ໄປຫາເສັ້ນທາງອີກເສັ້ນ ມີຈຳນວນ 43 ເສັ້ນ, ລວງຍາວ 56.9 ກມ, ໄດ້ຮັບການກໍ່ສ້າງ-ສ້ອມແປງ ຈຳນວນ 15 ເສັ້ນ, ລວງຍາວ 25.5 ກມ ເທົ່າກັບ 45% ລວມມູນຄ່າ 75,174,653,448 ກີບ ໂດຍແຫຼ່ງທຶນ ແມ່ນໄດ້ມາຈາກບ້ວງເງິນກອງທຶນທາງ, ບ້ວງເງິນເກີນແຜນຂອງນະຄອນຫຼວງວຽງຈັນ, ບ້ວງເງິນເປົ້າໝາຍສະເພາະ ແລະ ບ້ວງເງິນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024, ການກໍ່ສ້າງ ແລະ ສ້ອມແປງທາງຮ່ອມໄດ້ຈັດຕັ້ງປະຕິບັດໄດ້ 12 ໂຄງການ ລວງຍາວ 7.1 ກມ ມູນຄ່າທັງໝົດ 9,911,611,011 ກີບ ທຽບໃສ່ແຜນການຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງທີ່ຜ່ານມາໃນການກໍ່ສ້າງທາງຮ່ອມມີຈຳນວນ 12 ເສັ້ນ, ລວງຍາວ 6.4 ກມ ເທົ່າກັບ 110% ລື່ນແຜນການ 10% ໃນນີ້ໄດ້ຮັບແຫຼ່ງທຶນແມ່ນມາຈາກບ້ວງກອງທຶນທາງ ມູນຄ່າ 3,472,517,136 ກີບ, ບ້ວງເງິນເກີນແຜນຂອງນະຄອນຫຼວງວຽງຈັນມູນຄ່າ1,867,992,593 ກີບ, ບ້ວງເງິນເກີນແຜນ ຂອງເມືອງສີສັດຕະນາກ ມູນຄ່າ 4,571,101,282 ກີບ ແລະ ປະຊາຊົນປະກອບສ່ວນຄ່າແຮງງານ ມູນຄ່າ 378,280,000 ກີບ, ພິເສດໃນປີ 2024 ໄດ້ມີໂຄງການກໍ່ສ້າງ ແລະ ປັບປຸງທາງຮ່ອມ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນຮ່ວມກັບກົມຊ່າງແສງ ກະຊວງປ້ອງກັນປະເທດ ທີ່ຈັດຕັ້ງປະຕິບັດ ຢູ່ເມືອງສີສັດຕະນາກ ມີຈຳນວນ 41ເສັ້ນ, ລວງຍາວທັງໝົດ: 17.6 ກມ ມູນຄ່າ 35,529,932,921 ກີບ. ສຳເລັດແລ້ວ 35 ເສັ້ນ ເທົ່າກັບ 85%, ກຳລັງສືບຕໍ່ຈັດຕັ້ງປະຕິບັດ 6 ເສັ້ນ. ໃນນັ້ນ, ໂຄງການລວງຮ່ອງລະບາຍນ້ຳສາຍຫຼັກ ແລະ ຮ່ອງນ້ຳຂ້າງທາງແມ່ນໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນເພື່ອຮັບປະກັນບໍ່ໃຫ້ມີນ້ຳຖ້ວມຂັງຕົວເມືອງໃນໄລຍະລະດູຝົນ.

ສຳລັບ 5 ປີ ຕໍ່ໜ້າ ຕາມທິດທາງແຜນການວຽກງານໂຍທາທິການ ແລະ ຂົນສົ່ງ (2025-2029) ຈະສຸມໃສ່ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ: ຟື້ນຟູ, ສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ໃນບັນດາບ້ານທີ່ຕິດກັບຖະໜົນສາຍຫຼັກ, ສາຍເຊື່ອມຕໍ່, ທາງຮ່ອມທາງຊອຍ ໃຫ້ເປັນທາງປູເບຕົງ ແລະ ເປັນທາງປູຢາງ ໃຫ້ໄດ້ 119 ເສັ້ນ, ຄວາມຍາວທັງໝົດ 54.7 ກມ, ໃນມູນຄ່າທັງໝົດ 335,994,917,942 ກີບ,ໃນຂະນະດຽວກັນ ແຜນປີ 2025 ມີ 16 ເສັ້ນ, ມີຄວາມຍາວ 10,081 ກມ, ມູນຄ່າ 61,726,278,668ກີບ, ແຜນປີ 2026 ມີ 24 ເສັ້ນ, ມີຄວາມຍາວ 12,304 ກມ, ມູນຄ່າ 78,647,400,681 ກີບ, ແຜນປີ 2027 ມີ 25 ເສັ້ນ, ມີຄວາມຍາວ 13,306 ກມ, ມູນຄ່າ 71,346,273,443 ກີບ, ແຜນປີ 2028 ມີ 26 ເສັ້ນ, ມີຄວາມຍາວ 8,930 ກມ, ມູນຄ່າ 46,680,201,270 ກີບ ແລະ ແຜນປີ 2029 ມີ 28 ເສັ້ນ, ມີຄວາມຍາວ 10,107 ກມ, ມູນຄ່າ 75,594,763,880 ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ