ຫ້ອງການການເງິນເມືອງຍົມມະລາດຕັ້ງເປົ້າໝາຍໝົດປີ 2023 ຈະເກັບລາຍຮັບໄດ້ຕາມແຜນການ

ຫ້ອງການການເງິນເມືອງຍົມມະລາດຕັ້ງເປົ້າໝາຍໝົດປີ 2023 ຈະເກັບລາຍຮັບໄດ້ຕາມແຜນການ
ທ່ານ ສຸກທະວີ ໄຊຍະລາດ ຫົວໜ້າຫ້ອງການການເງິນເມືອງຍົມມະລາດ ແຂວງຄໍາມ່ວນໃຫ້ຮູ້ວ່າ : ຫ້ອງການການເງິນປະຈໍາເມືອງຍົມມະລາດມີພະນັກງານທັງໝົດ 12 ຄົນ , ຍິງ 2 ຄົນ.ໃນນັ້ນຊັ້ນປະລິນຍາຕີມີ 8 ຄົນ , ຍິງ 2 ຄົນ, ຊັ້ນສູງ 4 ຄົນ .ໃນຄວາມຮັບຜິດຊອບທາງດ້ານວຽກງານຊຶ່ງປະກອບມີວຽກງານພັກ ແລະ ວຽກງານລັດ . ສໍາລັບວຽກງານພັກແມ່ນເປັນຫ້ອງການໜຶ່ງທີ່ມີໜ່ວຍພັກເອກະລາດຊຶ່ງປະກອບມີຄະນະພັກ2 ສະຫາຍ ແລະ ມີສະມາຊິກພັກທັງໝົດ 10 ສະຫາຍ . ດ້ານວຽກງານວິຊາສະເພາະແມ່ນປະກອບມີ 5 ໜ່ວຍງານ,ສະເພາະຂຶ້ນກັບສາຍການເງິນປະກອບມີໜ່ວຍງານບໍລິຫານ,ໜ່ວຍງານງົບປະ
ມານແລະ ໜ່ວຍງານຄຸ້ມຄອງຊັບສິນຂອງລັດ , ໜ່ວຍງານທີ່ຂຶ້ນກັບຫ້ອງການການເງິນແຕ່ວຽກງານວິຊາສະເພາະແມ່ນຂຶ້ນກັບສາຍຕັ້ງມີ 2 ໜ່ວຍງານຄື: ໜ່ວຍງານສ່ວຍສາອາກອນ-ທີ່ດິນ ແລະ ໜ່ວຍງານຄັງເງິນແຫ່ງຊາດປະຈໍາເມືອງ . 
     ສະພາບໃນການຈັດຕັ້ງປະຕິບັດຕໍ່ກັບວຽກງານລາຍຮັບ - ລາຍຈ່າຍຢູ່ໃນສົກປີ 2023 ຜ່ານມາຮອດປັດຈຸບັນຊຶ່ງຫ້ອງການການເງິນກໍ່ເປັນຫ້ອງການໜຶ່ງທີ່ໄດ້ຮັບຕົວເລກແຜນຈາກສາຍຕັ້ງກໍ່ຄືພະແນກການເງິນແຂວງໃນຈໍານວນທັງໝົດວຽກງານຂຸດຄົ້ນຈັດເກັບລາຍຮັບແມ່ນ 6,41 ຕື້ກວ່າກີບ . ໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນ 11 ເດືອນຜ່ານມາສາມາດປະຕິບັດໄດ້ 11, 48 ຕື້ກວ່າກີບທຽບໃສ່ແຜນປີເທົ່າກັບ 183,62 % , ໃນນັ້ນຮັບຈາກສ່ວຍສາອາກອນ 10,8 ຕື້ກວ່າກີບທຽບໃສ່ແຜນການ 199,05 % , ຮັບຈາກຄ່າທໍານຽມພາສີທີ່ດິນແຜນການ 430 ລ້ານກີບ,ປະຕິບັດໄດ້ 358 ລ້ານກວ່າກີບ ເທົ່າກັບ 83,42 % , ລາຍຮັບຈາກການຄຸ້ມຄອງຊັບສິນຂອງລັດແຜນ 300 ລ້ານກີບ ປະຕິບັດໄດ້ 408 ລ້ານກວ່າກີບ ທຽບໃສ່ແຜນການເທົ່າກັບ 136,15 % , ຮັບຈາກລາຍຮັບວິຊາການຂອງອາກອນມີ 2 ຫ້ອງການຄື: ຫ້ອງການສາທາລະນະສຸກ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຊຶ່ງແຜນທັງໝົດແມ່ນ 215 ລ້ານກີບ ປະຕິບັດໄດ້ 127 ລ້ານກວ່າກີບ ເທົ່າກັບ 59,30 % , ຮັບຈາກຄ່າທໍານຽມທາງ 51 ລ້ານກີບ , ຮັບຈາກຄ່າທໍານຽມປົກກະຕິ 4 ລ້ານກວ່າກີບທຽບໃສ່ແຜນການ 30 ລ້ານກີບ ເທົ່າກັບ 14,30 % . 
ດ້ານລາຍຈ່າຍຫ້ອງການການເງິນເມືອງແມ່ນຮັບແຜນລາຍຈ່າຍທັງໝົດຈາກສາຍຕັ້ງກໍ່ຄືພະແນກການເງິນແຂວງຈໍານວນ 12,83 ຕື້ກວ່າກີບ ປະຕິບັດໄດ້ຕົວຈິງຮອດເດືອນ 11 /2023 ເທົ່າກັບ 12,81 ຕື້ກວ່າກີບ ເທົ່າກັບ 100,19 % . ໃນນັ້ນແມ່ນໄດ້ຈ່າຍເປັນພາກເງິນເດືອນ,ພາກເງິນນະໂຍບາຍ,ພາກເງິນບໍລິຫານປົກກະຕິ , ພາກເງິນບໍລິຫານວິຊາການ ,ພາກຈ່າຍເງິນດັດສົມສົ່ງເສີມ ແລະ ຈ່າຍເງິນຈົດຮັບ-ຈົດຈ່າຍພາສີທີ່ດິນ . ສະຫຼຸບແລ້ວວຽກງານລາຍຈ່າຍແມ່ນປະຕິບັດໄດ້ເກືອບ 100 % .
ສໍາລັບວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຖືວ່າລາຍຮັບຢູ່ໃນເມືອງຍົມມະລາດຈຸດເດັ່ນກວ່າໝູ່ແມ່ນອີງໃສ່ພື້ນຖານຕົວຈິງຖືວ່າມີໜ້ອຍກ່ຽວກັບພື້ນຖານຈຸລະວິສາຫະກິດສະເລ່ຍແລ້ວພື້ນຖານຈຸລະວິສາຫະກິດລາຍຮັບແມ່ນຢູ່ໃນລະດັບ 50 ລ້ານລົງມາແມ່ນບໍ່ມີການເສຍພັນທະ.ປັດຈຸບັນແມ່ນໄດ້ຈາກພັນທະອາກອນເເງິນເດືອນພະນັກງານຂອງບໍລິສັດໄຟຟ້ານໍ້າເທີນ 2 ສະເລ່ຍແລ້ວເດືອນໜຶ່ງແມ່ນຢູ່ໃນລະຫວ່າງປະມານ 700-800 ກວ່າລ້ານກີບຊຶ່ງຖືວ່າເປັນທ່າແຮງໃຫຍ່ຢູ່ພາຍໃນເມືອງຍົມມະລາດ.ສາຍເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນບາງພາກສ່ວນເປັນຕົ້ນແມ່ນວຽກງານການຈັດເກັບລາຍຮັບຈາກຄ່າທໍານຽມພາສີທີ່ດິນຄື: 1.ຍ້ອນເນື້ອທີ່ດິນພາຍໃນເມືອງທີ່ທາງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ມອບໃນແຕ່ລະທ້າຍປີຖືວ່າມີຈໍານວນໜ້ອຍເຮັດອັດຕາທີ່ຄູນໃສ່ແຕ່ລະປະເພດດິນບໍ່ເຖິງແຜນທີ່ຂັ້ນເທິງໄດ້ມອບໝາຍໃຫ້, 2. ຍ້ອນເກີດຈາກບັນຫາທີ່ດິນມີຄວາມຂັດແຍ້ງເຮັດໃຫ້ປະຊາຊົນທີ່ຊົມໃຊ້ດິນນັ້ນຂາດການປະກອບສ່ວນ ,ນອກຈາກນັ້ນການຈັດຕັ້ງທີ່ມີສ່ວນຮັບຜິດຊອບພາຍໃນບ້ານແມ່ນຍັງບໍ່ທັນມີຄວາມເຂັ້ມແຂງເທົ່າທີ່ຄວນ,3. ດິນຢູ່ບ່ອນໜຶ່ງແຕ່ເຈົ້າຂອງດິນຢູ່ໜຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດເກັບລາຍຮັບພາສີທີ່ດິນ . 
  ທ່ານ ໃຫ້ຮູ້ຕື່ມວ່າ: ສ່ວນແຜນທີ່ຈະຈັດຕັ້ງປະຕິບັດໃນເດືອນ 12 / 2023 ຊຶ່ງໄດ້ປິດສູນໂມງໃນວັນທີ 29 ທັນວາ 2023 ສະຫຼຸບແລ້ວດ້ານວຽກງານລາຍຮັບແຕ່ລະລາຍຮັບຖືວ່າຈະສາມາດໃຫ້ບັນລຸ 100 % ເປັນຕົ້ນໃນທ້ານເດືອນທັນວານີ້ແມ່ນເລັ່ງໃສ່ຄ່າທໍານຽມທາງ , ຄ່າທໍານຽມພາສີທີ່ດິນ . ດ້ານວຽກງານລາຍຈ່າຍຖືວ່າໄດ້ຈ່າຍຕາມແຜນທີ່ທາງພະແນກການເງິນແຂວງໄດ້ແບ່ງປັນໃຫ້ຊຶ່ງຢູ່ໃນເມືອງແມ່ນມີ2 ຫ້ອງການທີ່ໄດ້ຜ່ານແຜນເງິນເດືອນ ແລະ ມີ 6 ຫ້ອງການທີ່ໄດ້ຜ່ານແຜນເງິນບໍລິຫານ ແລະ ເງິນດັດສົມສົ່ງເສີມເຊິ່ງເດືອນເງິນມີ 2 ຫ້ອງການຄື: ຫ້ອງການສາທາລະນະສຸກ ແລະ ຫ້ອງການສຶກສາທິການ-ກິລາທີ່ໄດ້ຜ່ານແຜນໃບອະນຸມັດ ແລະ ຈົດຮັບ-ຈົດຈ່າຍໂອນເຂົ້າບັນຊີຊຶ່ງຢູ່ໃນເມືອງບັນດາ 6 ຫ້ອງການຂຶ້ນກັບແມ່ນໄດ້ຈ່າຍຜ່ານລະບົບເອທີເອັມ .
ດ້ານການນໍາໃຊ້ເຄື່ອງມືເຂົ້າໃນການປະຕິບັດວຽກງານເດັ່ນກວ່າໝູ່ແມ່ນວຽກງານສ່ວຍສາອາກອນໂດຍສະເພາະການນໍາໃຊ້ລະບົບ TAX RIST ທີ່ທັນສະໄໝ 100 % ສ່ວນຢູ່ໃນທ້າຍປີນີ້ ຫຼື ຕົ້ນປີ 2024 ທາງໜ່ວຍງານຂອງຂະແໜງສ່ວຍສາອາກອນປະຈໍາແຂວງແມ່ນຈະໄດ້ລົງມາຝຶກອົບຮົມໃຫ້ສ່ວຍສາອາກອນຂອງເມືອງວ່າດ້ວຍການປ້ອນຂໍ້ມູນວຽກງານຈ່າຍພາສີທີ່ດິນເຂົ້າລະບົບທັນສະໄໝທົດລອງຈະໃຫ້ໄດ້ປະມານ1-2ບ້ານເພື່ອໃຫ້ເປັນບົດຮຽນໃນການຈັດຕັ້ງປະຕິບັດຕໍ່ໄປ .ຂ່າວ-ພາບ : ແດງສະຫວັດ ແສນພານິດ .

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ