ຫ້ອງການອອປສ ລາວ-ຫວຽດນາມຮ່ວມມືແລກປ່ຽນບົດຮຽນນໍາກັນ

ຫ້ອງການອອປສ ລາວ-ຫວຽດນາມຮ່ວມມືແລກປ່ຽນບົດຮຽນນໍາກັນ
ໃນວັນທີ 21 ພຶດສະພານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ທີ່ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ(ອອປສ) ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ຈັດໃຫ້ມີການພົບປະແລກປ່ຽນ ບົດຮຽນວຽກງານຫ້ອງການ, ວຽກງານ ຂ່າວທາງເວັບໄຊ, ວາລະສານ ແລະ ຂ່າວໜັງສືພິມ ຂອງອົງການໄອຍະການປະຊາຊົນຂອງສອງປະເທດຮ່ວມກັນ. ຕາງໜ້າຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ  ແລະ ຝ່າຍ ສສ ຫວຽດນາມ ໂດຍທ່ານ  ຟ້າມແທງ ຕຶ່ງ ຫົວໜ້າຫ້ອງການອອປສ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
      ໃນການພົບປະຄັ້ງນີ້, ສອງສະຫາຍຫົວໜ້າຫ້ອງການ ລາວ-ຫວຽດນາມ ຫວຽດນາມ-ລາວ ໄດ້ສະແດງຄວາມຊົມເຊີຍ ຍິນດີຕ້ອນຮັບ ແລະ ອວຍພອນຊຶ່ງກັນ ແລະ ກັນ ດ້ວຍໄມຕີຈິດມິດຕະພາບ ສະໜິດສະໜົມ. ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍຄືສອງອອປສ ແມ່ນມີມູນເຊື້ອ ສາຍພົວພັນ ຮ່ວມມືຮອບດ້ານນໍາກັນມາແຕ່ດົນນານ ແລະໄດ້ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໂດຍດີຕະຫຼອດມາ. ພ້ອມທັງລາຍງານຂອບເຂດສິດ, ໜ້າທີ່, ພາລະບົດບາດວຽກງານຂອງຫ້ອງການໂດຍສັງເຂບໃຫ້ກັນຊາບ. ຕອນບ່າຍຂອງວັນດຽວກັນຄະນະຜູ້ແທນ ຫ້ອງການອອປສ ຂອງລາວ ກໍໄດ້ເຂົ້າພົບປະກັບຄະນະບັນນາທິການຂ່າວສານປົກປ້ອງກົດໜາຍ ຂອງອອປສ  ຫວຽດນາມ ຊຶ່ງນໍາໂດຍສະຫາຍ ຫງວຽນ ວັນຖັ້ງ ຫົວໜ້າບັນນາທິການຂ່າວສານປົກປ້ອງກົດໜາຍ,ຂະນະດຽວກັນຕ່າງຝ່າຍຕ່າງໄດ້ແນະນໍາ ປະຫວັດຄວາມເປັນມາຂອງການສ້າງຕັ້ງ ວາລະສານ, ຂ່າວໜັງສືພິມ, ຂ່າວທາງເອເລັກໂຕຣນິກ ແລະ ຂ່າວທາງໂທລະພາບ ລວມມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃຫ້ກັນ ແລະກັນຊາບ ຊຶ່ງສອງຄະນະວາລະສານພວກເຮົາຈະໄດ້ມີການແລກປ່ຽຮ່ວມມືນໍາກັນໄລຍະຕໍ່ໄປ ເປັນຕົ້ນແມ່ນການສ້າງພະນັກງານເຮັດວຽກງານນີ້ໂດຍສະເພາະ ພ້ອມທັງຈັດຝຶກອົບຮົມໃຫ້ແກ່ພະນັກງານ, ການສະໜອງເຄື່ອງມືທີ່ເປັນທັນສະໄໝ ໃນການພັດທະນາໃຫ້ສອງອົງການໄອຍະການ ລາວ-ຫວຽດນາມ ໃຫ້ມີຄວາມກ້າວຂຶ້ນ. ຄະນະຜູ້ແທນອອປສ ລາວ ຍັງໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອວັດຖຸພັນ ຊົມຮູບພາບການເຕີບໃຫຍ່ຂະຫຍາຍຕົວ ນັບແຕ່ມື້ສ້າງຕັ້ງ ແລະ ຜົນງານທີ່ໂດດເດັ່ນຂອງອອປສ ຫວຽດນາມ ມາຮອດປັດຈຸບັນ.
(ຂາວ: ວົງເດືອນ ສຸພັນທອງ-ພາບ: ແສງພະຈັນ ຄຳມະນີ)

ຄໍາເຫັນ

ຂ່າວການຮ່ວມມື

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງຄົມມະນາຄົມແຫ່ງຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງປະເທດເຂົ້າຮ່ວມ.
ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

​ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນພັດທະນາ ໄດ້ຈັດກອງປະຊຸມຂະແໜງການຍ່ອຍດ້ານຊົນລະປະທານ ຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນໍ້າສາກົນ IWMI ໂດຍການເປັນປະທານຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາຊໂລຕໍກັສ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງຮົງກາຣີ ປະຈຳ ສປປ ລາວ.
ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ  ອົສຕ​ຣາ​ລີ

ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ ອົສຕ​ຣາ​ລີ

ໃນວັນທີ 4 ມິຖຸນາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົສຕຣາລີ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົສຕຣາລີ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສບາໂລ (Melanie Louise Barlow) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ແລະ ພົບປະຄະນະຜູ້ແທນສານສູງສຸດແຫ່ງປະເທດມາເລເຊຍ ຊຶ່ງນຳໂດຍທ່ານນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ (Tun Tengku Maimun Binti Tuan Mat) ປະທານສານສູງສຸດແຫ່ງປະເທດມາເລເຊຍ ພ້ອມດ້ວຍຄະນະໃນວັນທີ 4 ມິຖຸນາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ໃນລະຫວ່າງວັນທີ 3-5 ມິຖຸນານີ້ ທີ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໄດ້ຈັດກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕ່ນ-ບໍ່ຫານ) ໂດຍການເປັນປະທານຮ່ວມ, ຝ່າຍລາວນຳໂດຍ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ; ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ໃນລະຫວ່າງວັນທີ 1-12 ມິຖຸນານີ້, ທ່ານ ກອນສະໜຸກ ສິງພວງເພັດ ຮອງຫົວໜ້າຂະແໜງສົ່ງເສີມສຸຂະພາບເດັກ ສູນແມ່ ແລະ ເດັກ ສປປ ລາວ ພ້ອມດ້ວຍຕາງໜ້າໂຮງໝໍ 14 ແຂວງຂອງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ຍົກລະດັບຄວາມສາມາດໃນການບົ່ງມະຕິ ແລະ ການປິ່ນປົວເດັກຂັ້ນພື້ນຖານທີ່ນະຄອນສາງຊາ ແຂວງຫູໜານ ສປ ຈີນ ໂດຍການເປັນປະທານກ່າວເປີດ ຂອງທ່ານ Zhou Jiuhu ຮອງຫົວໜ້າຫ້ອງການ ພະແນກການຄ້າ ແຂວງຫູໜານ, ທ່ານນາງ XIAO Zhenghui ຜູ້ອໍານວຍການໂຮງໜໍເດັກແຂວງຫູໜານ, ມີຕາງໜ້າໂຮງໝໍແຂວງ 14 ແຂວງ ຈຳນວນ 30 ທ່ານເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ໃນວັນທີ 3 ມິຖຸນາ ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ຄາເບີ ເອວມໍຊີ ຊາລາມາ (Amal Abdel Kader ElmorsiSalama) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ວັນທີ 6 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ພົບປະ ຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ