![]() |
ທ່ານ ພັອ ເຫວີຍສຸກ ພົມມະຈັນ ຮອງຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ທັງເປັນຜູ້ຊີ້ນຳການຝຶກຊ້ອມສວນສະໜາມໃຫ້ຮູ້ວ່າ: ການຝຶກຊ້ອມໃນຄັ້ງນີ້, ເພື່ອກະກຽມຄວາມພ້ອມຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ຊຶ່ງກ້ອນກຳລັງສວນສະໜາມໃນຄັ້ງນີ້ມີທັງໝົດ 6 ກ້ອນກໍາລັງຄື: ກ້ອນທຸງຊາດ-ທຸງພັກ, ທຸງໄຊ ປກສ, ກຳລັງຕຳຫຼວດ, ກຳລັງປ້ອງກັນເຄື່ອນທີ່, ກຳລັງປ້ອງກັນສູນກາງ ແລະ ກ້ອນຈະລາຈອນຍິງ ລວມຈຳນວນພົນທັງໝົດ 926 ສະຫາຍ ຍິງ 145 ສະຫາຍ, ໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 28 ເມສາ 2025 ຈົນເຖິງປັດຈຸບັນ.
![]() |
ໂອກາດດັ່ງກ່າວ, ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານ ແລະ ນັກສຶກສາທຸກສະຫາຍທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນການຝຶກຊ້ອມ ເຖິງຈະພົບຄວາມຫຍຸ້ງຍາກທາງດ້ານເວລາ, ອຸປະກອນ ແລະ ສະພາບດິນຟ້າອາກາດແຕ່ກໍໄດ້ເອົາໃຈໃສ່ຝຶກຊ້ອມຢ່າງຕັ້ງໜ້າພ້ອມທັງເນັ້ນໜັກໃນການປັບປຸງ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອໃຫ້ທ່ວງທັນກັບເວລາ ແລະ ຮັບປະກັນໄດ້ຄຸນນະພາບທີ່ວາງໄວ້.
![]() |
ຈາກນັ້ນ, ທ່ານຮອງລັດຖະມົນຕີພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງໂຄງການສະ ໜາມຫຼວງຂອງກະຊວງ ປກສຊຶ່ງມາຮອດປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າແລ້ວ 50%.
ຂ່າວ-ພາບ: ກະແຕ
ຄໍາເຫັນ