ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມກອງບັນຊາການທະຫານແຂວງບໍ່ແກ້ວ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມກອງບັນຊາການທະຫານແຂວງບໍ່ແກ້ວ
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວ
ໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ.
ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ລາຍງານໂດຍຫຍໍ້ໃນການປະຕິບັດໜ້າທີ່ວຽກງານທີ່ພົ້ນເດັ່ນຢ່າງຮອບດ້ານ ແລະ ເປັນຮູບປະທໍາຕົວຈິງ ຕາມທິດຊີ້ນໍາຂອງພັກ-ລັດ ໂດຍໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວຄິດ, ໂດຍສະເພາະແມ່ນໄດ້ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດລະບຽບ, ກົດໝາຍຂອງພັກ-ລັດ, ຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມາຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຖານການເມືອງແບບມູນເຊື້ອ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມທິດຊີ້ນໍາຂອງຂັ້ນເທີງ ເຮັດໃຫ້ຂອບເຂດຂອງກົມກອງຕັ້ງທັບຢູ່ມີຄວາມສະຫງົບປອດໄພໂດຍພື້ນຖານ.    ການລົງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ  ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາ, ຢ້ຽມຢາມເບິ່ງການຈັດຕັ້ງປະຕິບັດໂຄງການກໍ່ສ້າງສໍານັກງານກອງບັນຊາການທະຫານແຂວງບໍ່ແກ້ວຫຼັງໃໝ່ (ຄ້າຍປ່າໄລ່), ຕັ້ງຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີເນື້ອທີ່ທັງໝົດ (350x450 ແມັດ) ເທົ່າກັບ 15 ເຮັກຕາ ປະກອບມີ 10 ແຜນວຽກ. ໂຄງການດັ່ງກ່າວໄດ້ຮັບອະນຸມັດເຂົ້າໃນແຜນການລົງທຶນຂອງລັດ ສົກປີ 2013-2014, ເປັນໂຄງການ ປະເພດ I, ລວມມູນຄ່າໂຄງການ 66.606 ລ້ານກີບ ໃນສົກປີ 2018-2022 ໂຄງການປະຕິບັດໄດ້ 65,83%, ຈົນມາເຖິງປັດຈຸບັນບໍລິສັດໄດ້ສືບຕໍ່ສຸມໃສ່ກໍ່ສ້າງບັນດາໜ້າວຽກທີ່ຍັງຄົງຄ້າງຢູ່ໃນຕຶກໃຫຍ່ຫ້ອງການ ສາມາດປະຕິບັດໜ້າວຽກໄດ້ 11,68% ຊຶ່ງມີບັນດາໜ້າວຽກທີ່ປະຕິບັດໄດ້ຄື: ອະນາໄມສະຖານທີ່, ເດີນລະບົບນໍ້າ-ລະບົບໄຟພາຍໃນອາຄານ, ວຽກຕິດຕັ້ງເພດານ, ທາສີຮອງພືນ, ປັບປຸງແປງຮອງລະບາຍນໍ້າອ້ອມອາຄານ ແລະ ເທກັນເປື້ອນອ້ອມອາຄານ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ  ໄດ້ມອບເຄື່ອງກິລາຈຳນວນໜຶ່ງ ແລະ ທ່ານ ອຸທິດ ນັນທະວົງ ປະທານບໍລິສັດ ເອັນທີວີ ( NTV) ໄດ້ມອບເງິນຈຳນວນ 150.000.000 ກີບ ໃຫ້ກອງບັນຊາການທະຫານເມືອງເມິງ ແຂວງບໍ່ແກ້ວ ເພື່ອເປັນການປະກອບສ່ວນສຸກຍູ້ເຂົ້າໃນວຽກງານການເຄື່ອນໄຫວຕ່າງໆ ແລະ ກິດຈະກຳກິລາຂອງກອງບັນຊາການທະຫານແຂວງບໍ່ແກ້ວຕື່ມອີກ.
ໃນໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ ຄະນະພັກ - ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົມຮົມ ການເມືອງ - ນໍາພາແນວຄິດໃຫ້ ພະນັກງານ - ນັກຮົບ ແລະ ຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ຕິດພັນກັບປັບປຸງເຮັດໜ້າທີ່ວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງກົມກອງໃຫ້ໄດ້ຮັບຜົນສໍາເລັດສູງ ເພື່ອພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.
ຂ່າວ: ຮ້ອຍຕີ ວໍລະສິດ ພິດສະຫາຍ, ພາບ: ຮ້ອຍເອກ ນາງ ສົມສະນິດ ໄຊຍະລາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ