ຮອງລມຕ ກະຊວງການຕ່າງປະເທດພ້ອມດ້ວຍຄະນະຢ້ຽມຢາມ ສສ.ຫວຽດນາມ

ຮອງລມຕ ກະຊວງການຕ່າງປະເທດພ້ອມດ້ວຍຄະນະຢ້ຽມຢາມ ສສ.ຫວຽດນາມ
ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ນາງ ເລ ທິ ຖູ່ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະຈາກກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ,ໄດ້ເດີນທາງໄປຢ້ຽມຢາມ ສສ. ຫວຽດນາມ,ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວຄົນເຊື້ອຊາດລາວຢູ່ຕ່າງປະເທດ,ເມື່ອບໍ່ດົນມານີ້, ເພື່ອສືບຕໍ່ຜັນຂະຫຍາຍ ແລະ ການຮ່ວມໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງຄະນະກຳມະການດັ່ງກ່າວໃຫ້ໄດ້ຮັບໝາກຜົນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນໂອກາດດັ່ງກ່າວ, ສະຫາຍ ຕິ່ງ ສຸກສັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ)ມາຍັງສະຫາຍ ນາງ ເລ ທິ ຖູ່ ຮັ່ງພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນທີ່ໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂອງ ສປປ ລາວ.
ກອງປະຊຸມປຶກສາຫາລື ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈຳປີ 2023, ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາໃນຫຼາຍບັນຫາທີ່ສຳຄັນ, ໂດຍສະເພາະແມ່ນວຽກງານການໂຄສະນາ ແລະ ເຜີຍແຜ່, ວຽກງານການຂົນຂວາຍ ແລະ ຍາດແຍ່ງ, ວຽກງານດ້ານນິຕິກຳແລະວຽກງານອື່ນທີ່ຕິດພັນກັບຄົນເຊື້ອຊາດຫວຽດນາມ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ພ້ອມທັງໄດ້ມີການທົບທວນຄືນເລື່ອງການຈັດຕັ້ງປະຕິບັດMOU ຂອງສອງຄະນະກໍາມະການ,ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດຂອງສອງຄະນະກຳມະການດັ່ງກ່າວ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່່ເຕັມໄປດ້ວຍໄມຕິຈິດມິດຕະພາບ ແລະ ສະໜິດສະໜົມຖານອ້າຍນ້ອງ, ຊຶ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ກໍຄື ສອງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.
ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສສ. ຫວຽດນາມ ຄັ້ງນີ້, ສະຫາຍ ຕິ່ງ ສຸກສັນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບສະຫາຍບຸຍ ແທັງ ເຊິນ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ. ຫວຽດນາມ, ເຂົ້າຢ້ຽມຂ່ຳນັບສະຫາຍ ຮວ່າງ ມິງ ເກືອງ, ຮອງປະທານສະພາປະຊາຊົນແຂວງຫາຍຟອງ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມພາຍໃຕ້ຫົວຂໍ້“ເສີມຂະຫຍາຍແຫຼ່ງກຳລັງແຮງຂອງຊາວຫວຽດນາມຢູ່ຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ”ນຳອີກດ້ວຍ.  ຂ່າວ-ພາບ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ” ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນາງ ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິ ຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນເເຕ່ວັນທີ 3-23 ກັນຍາ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຊຶ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີສໍາມະນາກອນຈາກ 5 ປະເທດຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 9 ທ່ານ.
ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ເມື່ອ​ຫວນ​ຄືນ​ໃນ​ເດືອນ​ສິງຫາ ປີ 2014, ອົງການ​ນິຕິບັນຍັດ​ຈີນ ໄດ້​ຜ່ານ​ມະ​ຕິ​ກຳນົດ​ເອົາ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເປັນ​ວັນ​ລະນຶກວິ ລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ແຫ່ງ​ຊາດ​ຈີນ. ຄື​ກ່ອນ​ວັນຊາດ​ຈີນ​ວັນ​ທີ 1 ຕຸລາ​ ພຽງ 1 ວັນ ​ແລະ​ ນັບ​ແຕ່​ມີ​ນິ ຕິບັນຍັດ​ນັ້ນ​ເປັນຕົ້ນ​ມາ, ລັດຖະ ບານ​ຈີນ​ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຈັດ​ກິດ ຈະກຳ​ລະນຶກ​ເຖິງ​ວິລະ​ຊົນ​ຈີນ​ຜູ້​ເສຍສະຫຼະ​ຊີວິດ ​ໃນ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເພື່ອ​ສະແດງ​ຄວາມ ເຄົາລົບ​ນັບຖື ແລະ ຮູ້​ບຸນຄຸນ​ຕໍ່​ວິລະ​ຊົນ​ນັກຮົບ​ຈີນ​ທີ່​ມີ​ນ້ຳໃຈສາກົນ​ກຳ​ ມາຊີບ​ເສຍສະຫຼະ​ຊີວິດ ​ເພື່ອ​ສັນຕິ ພາບ​ໃນ​ທົ່ວ​ໂລກ, ທັງ​ເປັນການຈາລຶກ ​ບຸນຄຸນ ແລະ ເຮັດ​ໃຫ້​ນ້ຳໃຈ​ວິລະ​ຊົນ​ສະຫຼັກໄວ້​ໃນ​ດວງ​ໃຈ​ຂອງ​ຊົນ​ຊາດ​ຈີນ​ ແລະ​ ປະຊາຊົນ​ຜູ້​ຮັກຫອມ​ສັນ ຕິພາບ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ.
ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເພີ່ມເຕີມ