![]() |
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວ ໄປຍັງການນຳແຂວງເຈີຈ່ຽງ ແລະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ໃຫ້ແກ່ການຢ້ຽມຢາມແຂວງເຈີຈ່ຽງ ຂອງການນຳຂັ້ນສູງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເຈີຈ່ຽງ, ພ້ອມທັງສະເໜີບາງທັດສະນະຕໍ່ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນສະເໜີແຂວງເຈີຈ່ຽງ ຊ່ວຍຊຸກຍູ້ບັນດາວິສາຫະກິດເຂົ້າມາສຶກສາ ແລະ ການລົງທຶນ ໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ແລະ ແຂວງເຈີຈ່ຽງມີບົດຮຽນ ປະຕິບັດມີຜົນສໍາເລັດໃນໄລຍະຜ່ານມາ ໂດຍສະເພາະການຜະລິດກະສິກຳ, ການພັດທະນາການທ່ອງທ່ຽວ ແລະ ການພັດທະນາຂົງເຂດບໍ່ແຮ່ ທີ່ເນັ້ນໃສ່ການປົກປັກຮັກສາສິ່ງແວດ ລ້ອມ ໃຫ້ຍືນຍົງ, ໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ແຂວງເຈີຈ່ຽງ ສ້າງກົນໄກການປະສານງານ ແລະ ພົວພັນຮ່ວມມືກັນ ໃຫ້ກາຍເປັນຮູບປະທຳ.
ໃນໂອກາດດັ່ງກ່າວ, ທ່ານ ຊຸ ເຫວີນກໍວ່າງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງເຈີຈ່ຽງ. ນອກນັ້ນ, ໄດ້ສະເໜີສອງຝ່າຍ ເພີ່ມທະວີແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນຕ່າງໆ ຢ່າງເປັນປົກກະຕິ, ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການພັດທະນາສັງຄົມ-ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ການຮ່ວມມືດ້ານຊັບພະຍາກອນມະນຸດ ເພື່ອຍົກສູງການສຶກສາ ດ້ານເຕັກໂນໂລຊີ ແລະ ທັນສະໄໝ ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ