ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງ ລມຕ ກະຊວງການຕ່າງປະເທດຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງ ລມຕ ກະຊວງການຕ່າງປະເທດຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງ ລມຕ ກະຊວງການຕ່າງປະເທດຫວຽດນາມ
ໃນຕອນບ່າຍຂອງວັນທີ 8 ກໍລະກົດ ນີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກຳມະການສູນກາງພັກ ຮອງລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມພ້ອມ ດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງການຕ່າງ ປະເທດ ລາວ-ຫວຽດນາມ.​

 

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ຫງວຽນ ແມັງ ເກືອງ ພ້ອມດ້ວຍຄະນະໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ - ຫວຽດນາມ ຊຶ່ງເປັນກົນໄກທົບທວນ ຄືນການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ສອງລັດຖະບານ ທັງເປັນກົນໄກແລກປ່ຽນທັດສະນະ ແລະ ຄຳຄິດເຫັນຕໍ່ສະພາບການຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍ ມີຄວາມສົນໃຈ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຝາກຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ຫງວຽນ ຈີ້ ຢຸ້ງ ຮອງນາຍົກລັດຖະມົນຕີ ແລະ ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ສືບຕໍ່ປະສານສົມທົບກັນຢ່າງແໜ້ນ ແຟ້ນ, ໂດຍສະເພາະ ການແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສະພາບການຂອງພາກພື້ນ ແລະ ສາກົນທີ່ຜັນແປ ແລະ ປ່ຽນແປງແບບບໍ່ເຄີຍມີມາກ່ອນໃນປັດຈຸບັນ ເພື່ອຮັບມືກັບສິ່ງທ້າທາຍ ແລະ ອຸປະສັກຕ່າງໆ ຈຶ່ງມີ ຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ. ໃນຂົງເຂດເສດຖະກິດ-ການຄ້າ, ໃນຖານະຮອງນາຍົກລັດຖະມົນຕີທີ່ ຮັບຜິດຊອບຊີ້ນໍາຂົງເຂດເສດຖະກິດ ແລະ ເປັນປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ສະຫາຍກໍຈະ ເອົາໃຈຊີ້ນໍາຂະແໜງການຕ່າງໆທີ່ກ່ຽວຂ້ອງຢ່າງໃກ້ຊິດ ໃນການຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງໃຫ້ ມີຜົນສຳເລັດ ໂດຍສະເພາະແມ່ນໂຄງການໃຫຍ່ທີ່ສຳຄັນ ເປັນຕົ້ນ ໂຄງການສ້າງທາງລົດໄຟທ່າແຂກ-ຫວຸ້ງອານ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ ລວມທັງການອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດຫວຽດນາມ. ນອກຈາກນີ້, ກໍຈະເອົາໃຈໃສ່ຊີ້ນໍາທຸກຂະແໜງການທີ່ກ່ຽວຂ້ອງ ໃນການກະກຽມກອງປະຊຸມກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ການເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ ຂອງການນໍາຂັ້ນສູງຂອງຝ່າຍລາວ ຊຶ່ງຈະມີຂຶ້ນໃນທ້າຍປີ 2025 ນີ້.

ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ຊຶ່ງສືບຕໍ່ໄດ້ຮັບການຮັດ ແໜ້ນ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະສອງຝ່າຍໄດ້ມີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆຢ່າງເປັນປົກກະຕິ ຊຶ່ງເປັນການສະແດງເຖິງສາຍພົວພັນພິເສດຂອງສອງປະເທດ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດຖະບານ ຂອງສອງປະເທດລາວ-ຫວຽດນາມ ສາມາດຍາດມາໄດ້ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ແມັງ ເກືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະ ແລະ ເຮັດວຽກກັບ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ສະຫາຍ ໄດ້ຕີລາຄາສູງຕໍ່ການປະຕິບັດແນວທາງການຕ່າງປະເທດຂອງ ສປປ ລາວ ອັນໄດ້ຍົກບົດບາດຂອງ ສປປ ລາວ ໃຫ້ນັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ກໍໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ບຸຍ ແທັງ ເຊີນ ແລະ ສະຫາຍ ຫວຽນ ຈີ້ ຢຸ້ງ ມາຍັງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ກະຊວງການຕ່າງປະເທດ ສສ ຫວຽດນາມ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ເພີ່ມເຕີມ