ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ
ໃນວັນທີ 13 ສິງຫາຜ່ານມາ,ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມໄຂ້ຍຸງລາຍປີ 2024

 

ແລະ ທິດທາງຕໍ່ໜ້າໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຮອງເຈົ້າແຂວງ, ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ຜູ້ຕາງໜ້າພະແນກສາທາລະນະສຸກປະຈຳແຂວງ ແລະ ນະຄອນຫຼວງວຽງຈັນພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ລາຍງານໂດຍຫຍໍ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືຖອດຖອນບົດຮຽນ ແລະ ວາງແຜນຮ່ວມມືກັນປະຕິບັດມາດຕະການຄວບຄຸມໄຂ້ຍຸງລາຍ ໂດຍສະເພາະການທໍາລາຍແຫຼ່ງເພາະພັນຍຸງລາຍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນໃນວຽກງານດັ່ງກ່າວ. ກອງປະຊຸມໄດ້ປຶກສາຫາລືຖອດຖອນບົດຮຽນ ການປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການໃນການກັນ ແລະ ຄວບຄຸມໄຂ້ຍຸງລາຍສະບັບເລກທີ 03/ນຍ, ລົງວັນທີ 22 ກຸມພາ 2024; ພ້ອມກັນນັ້ນ ກໍໄດ້ຖອດຖອນບົດຮຽນການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກຄື: ປິດຝາພາຊະນະບັນຈຸນໍ້າໃຊ້ໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນໍ້າໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນໍ້າ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າຍຸງລາຍ; ປັບປຸງໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ; ປະຕິບັດໃຫ້ເປັນນິໄສເປັນປະຈໍາທຸກໆອາທິດ.

ໂອກາດນີ້, ທ່ານກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມເພື່ອສືບຕໍ່ໃຫ້ເອົາໃຈໃສ່ບາງດ້ານສຳຄັນ ເປັນຕົ້ນໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນໂດຍສະເພາະກະຊວງສາທາລະນະສຸກຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໂດຍເລີ່ມຈາກການໂຄສະນາສຶກສາອົບຮົມນຳພາ-ຊີ້ນຳການວາງແຜນ ແລະ ກຽມຄວາມພ້ອມທຸກດ້ານມີມາດຕະການຄົບຊຸດໃນການກັນ, ຄວບຄຸມແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກຕາມທິດກັນດີກວ່າແກ້, ເອົາການກັນເປັນຕົ້ນຕໍ ເອົາການແກ້ເປັນສຳຄັນໃຫ້ແກ່ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງຂອງຜົນຮ້າຍ, ຄວາມອັນຕະລາຍຮ້າຍແຮງຂອງພະຍາດ ຊຶ່ງກະທົບເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ ແລະ ເປັນສ່ວນໜຶ່ງກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງປະເທດ; ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນເພີ່ມທະວີມາດຕະການສະກັດກັ້ນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ, ມີການແນະນຳຢ່າງລະອຽດຈະແຈ້ງກ່ຽວກັບວິທີການ ແລະ ຮູບແບບການຕ້ານພະຍາດໄຂ້ຍຸງລາຍຢ່າງທົ່ວເຖິງ ໂດຍການດຳເນີນການຈັດຕັ້ງປະຕິບັດຕາມ (5 ປ: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ) ທີ່ກະຊວງສາທາລະນະສຸກວາງອອກຢ່າງເອົາຈິງເອົາຈັງ; ສ້າງແຜນກຽມພ້ອມທາງດ້ານງົບປະມານທີ່ຈຳເປັນ (ອຸປະກອນ, ພາຫະນະ, ຢາ, ແພດໝໍ...) ໃນກໍລະນີທີ່ສຸກເສີນທີ່ອາດຈະເກີດຂຶ້ນເພື່ອຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກກັນ, ຄວບຄຸມ ແລະ ຕ້ານການລະບາດຂອງໄຂ້ຍຸງລາຍແລະ ຄວບຄຸມພະຍາດຕິດຕໍ່ອື່ນໆ ທີ່ອາດຈະເກີດຂຶ້ນໃຫ້ມີປະສິດທິຜົນ; ເອົາໃຈໃສ່ຈັດຕັ້ງການຝຶກອົບຮົມຕິດພັນກັບການອົບຮົມເຕັກນິກທາງດ້ານການແພດໃຫ້ແກ່ພະນັກງານແພດໝໍຂອງຂະແໜງການຂັ້ນແຂວງ, ຂັ້ນເມືອງ ແລະ ສຸກສາລາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ຄຸນນະພາບການປິ່ນປົວ ແລະ ຮັບປະກັນໃຫ້ການບໍລິການແກ່ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ ແລະ ທັນການພ້ອມທັງຕິດຕາມກວດກາ ການບົ່ງມະຕິພະຍາດປະເພດຕ່າງໆ ເປັນຕົ້ນພະຍາດຕາມລະດູການທີ່ມັກເກີດຂຶ້ນເລື້ອຍໆ ໃນໄລຍະລະດູຝົນ ເປັນຕົ້ນພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງ ແລະ ອື່ນໆ; ຖັນແຖວພະນັກງານນໍາພາຄຸ້ມຄອງທຸກຂັ້ນ, ສະມາຊິກພັກ-ພະນັກງານ, ເຈົ້າໜ້າທີ່ແພດໝໍຕ້ອງເປັນແບບເປັນຢ່າງນຳໜ້າຮ່ວມແຮງຮ່ວມໃຈປຸກລະດົມທຳລາຍແຫຼ່ງເພາະພັນຂອງຍຸງລາຍຢູ່ຕາມເຮືອນຊານບ້ານຊ່ອງ, ສໍານັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ອື່ນໆທີ່ເປັນຈຸດກຳເນີດ ແລະ ແຜ່ຂະຫຍາຍຂອງຍຸງ. ພ້ອມທັງປຸກລະດົມຂົນຂວາຍການສະໜັບສະໜູນເຂົ້າຮ່ວມຂອງທຸກພາກສ່ວນສັງຄົມໃນວຽກງານຕ້ານການລະບາດຂອງເຊື້ອພະຍາດໄດ້ຍຸງລາຍໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ເຮັດເປັນປົກກະຕິ; ໃຫ້ແຕ່ລະແຂວງ, ແຕ່ລະເມືອງ, ແຕ່ລະບ້ານ ຖືເອົາວຽກງານການສຳຫຼວດ ແລະ ທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເປັນກິດຈະກຳຫຼັກ ແລະ ເຮັດເປັນປົກກະຕິໃນເວລາລົງໄປສຳຫຼວດໜອນນໍ້າ, ຖ້າພົບເຫັນເຮືອນໃດ, ຄອບຄົວໃດ, ສະຖານທີ່ໃດມີໜອນນໍ້າ ກໍໃຫ້ເຮັດສຸຂະສຶກສາໄປພ້ອມ ແລະ ມອບໃຫ້ບ້ານເປັນເຈົ້າການໃນການຄຸ້ມຄອງ ແລະ ຕິດຕາມກວດກາ ທັງລາຍງານຂັ້ນເທິງເປັນປະຈໍາເພື່ອກັນບໍ່ໃຫ້ມີການລະບາດເກີດຂຶ້ນແລ້ວຈຶ່ງແກ້ໄຂ; ເອົາໃຈໃສ່ປັບປຸງຂອດການປະສານງານ, ແລກປ່ຽນຂໍ້ມູນຂ່າວສານໃຫ້ທັນເວລາ ແລະ ປະຕິບັດບັນດາມາດຕະການຕ່າງໆຢ່າງລະອຽດ, ກະທັດຮັດ, ເຂົ້າໃຈງ່າຍ ແລະ ມີຄາດໝາຍສູ້ຊົນອັນຈະແຈ້ງເພື່ອໃຫ້ທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນນຳໄປຈັດຕັ້ງປະຕິບັດ, ເຜີຍແຜ່ ແລະ ປຸກລະດົມໃຫ້ທົ່ວເຖິງ. ພ້ອມທັງປັບປຸງແບບແຜນນຳພາ-ຊີ້ນຳຂອງຕົນບົນຈິດໃຈທຸກວຽກຕ້ອງຊັດເຈນ, ຈະແຈ້ງ, ແບ່ງງານໃຫ້ລະອຽດ, ມອບວຽກຕ້ອງມີຄາດໝາຍສູ້ຊົນຕົວຈິງກຳນົດເວລາແຈ້ງ, ມີການກວດກາຕີລາຄາຊຸກຍູ້ວຽກງານທັນການ; ສືບຕໍ່ຂົນຂວາຍການຮ່ວມມື, ສະໜັບສະໜູນຂໍການຊ່ວຍເຫຼືອດ້ານຕ່າງໆຈາກບັນດາອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍບໍ່ໃຫ້ມີກໍລະນີເຈັບໄຂ້ຫຼາຍ ແລະ ເສຍຊີວິດໃນທົ່ວປະເທດ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວສາທະລະນະສຸກ

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ