ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ
ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ງານສະຫອງວນຕບອກເສບໂລກ - image 1
 

ທ່ານ ຫວັງນະຄອນ ດິດຕະພົງ ກ່າວວ່າ: ໂຮງໝໍເຊດທາທິຣາດ ແລະ ບໍລິສັດ ວຽງທອງການຢາ ຮ່ວມຈັດງານສະຫຼອງວັນດັ່ງກ່າວ ແມ່ນເພື່ອສົ່ງເສີມການຮັກສາສຸຂະພາບ ໂດຍສະເພາະແມ່ນພະຍາດຕັບອັກເສບ. ອົງການອະນາໄມໂລກ WHO ໄດ້ກຳນົດເອົາວັນທີ 28 ສິງຫາ ຂອງທຸກໆປີ ເປັນວັນຕັບອັກເສບໂລກ (World Hepatiti Day) ສະຖິຕິອົງການອະນາໄມໂລກຕັບອັກເສບເປັນອັນດັບທີ່ສອງຂອງພະຍາດຊຶມເຊື້ອ, ທົ່ວໂລກມີຄົນເຈັບທີ່ຕິດເຊື້ອໄວຣັດຕັບອັກເສບເສຍຊີວິດ 1.3 ລ້ານຄົນຕໍ່ປີ, ຜູ້ຊາຍເສຍຊີວິດຫຼາຍກວ່າຜູ້ຍິງ, ນອກຈາກນີ້ມີຜູ້ຕິດເຊື້ອໃໝ່ 6 ພັນຄົນທຸກໆວັນ ຫຼື ປະມານ 25 ພັນຄົນຕໍ່ປີ. ຄະນະນຳໂຮງໝໍ ແລະ ພະແນກວິຊາການເຫັນວ່າພະຍາດນີ້ ເປັນໄພອັນຕະລາຍຕໍ່ຊີວິດ.

ດັ່ງນັ້ນ, ງານໃນຄັ້ງນີ້ໄດ້ອະທິບາຍຄວາມຮູ້ ແລະ ວິທີການຕິດຕາມປິ່ນປົວໃຫ້ຖືກຕ້ອງ ແລະ ທັນເວລາ, ພະຍາດຕັບອັກເສບເກີດຈາກເຊື້ອໄວຣັດເຂົ້າສູ່ຈຸລັງຕັບ ກໍ່ໃຫ້ເກີດການອັກເສບ ສົ່ງຜົນໃຫ້ມີການທຳລາຍຈຸລັງຕັບ ເຮັດໃຫ້ຈຸລັງຕັບເຮັດໜ້າທີ່ຜິດປົກກະຕິ ຊຶ່ງເຊື້ອໄວຣັດຕັບອັກເສບມີຫຼາຍຊະນິດເຊັ່ນ: A, B ,C, D ແລະ E ແຕ່ລະຊະນິດແມ່ນມີອາການສະແດງ, ການຂະຫຍາຍ, ອາການສົນ ແມ່ນມີຄວາມແຕກຕາງກັນ. ການຕິດເຊື້ອໄວຣັດຕັບອັກເສບຊະນິດ B ແລະ C ຖ້າບໍ່ໄດ້ຮັບການຮັກສາປິ່ນປົວອາດມີຜົນຮ້າຍຕ່າງໆຕໍ່ຕັບເຊັ່ນ :ພະຍາດຕັບແຂງ, ມະເຮັງຕັບ ແລະ ມີໂອກາດແຜ່ເຊື້ອໃຫ້ຄົນອື່ນໄດ້ຈາກການຕິດເຊື້ອຈາກເລືອດ, ນໍ້າເຫຼືອງ ຫຼື ນໍ້າຍ່ອຍຕ່າງໆຈາກຜູ້ຕິດເຊື້ອ, ເພດສຳພັນ ແລະ ແມ່ສູ່ລູກເປັນຕົ້ນ.

ສ່ວນການຕິດເຊື້ອໄວຣັດຕັບອັກເສບຊະນິດ A ແລະ E ແມ່ນມີການຕິດຕໍ່ແຜ່ເຊື້ອທາງອາຫານ, ນໍ້າດື່ມທີ່ມີການປົນເປື້ອນເຊື້ອພະຍາດ ຫຼື ຕິດຈາກການສຳຜັດອາຈົມ ສະນັ້ນທາງປ້ອງກັນທີ່ດີຄືຄວນດື່ມນໍ້າສະອາດ ໃຊ້ເຄື່ອງຂອງສ່ວນຕົວ, ບໍລິໂພກອາຫານສຸກ ລ້າງມືໃຫ້ສະອາດຢູ່ສະເໝີ ແລະ ເຊື້ອໄວຣັດຕັບອັກເສບຊະນິດ B, C, D ຕິດເຊື້ອຈາກເພດສຳພັນ ຈາກແມ່ຫາລູກ ຈາກການສຳຜັດເລືອດ.

ທ່ານ ນາງ ອາພອນ ວິຊາເທບ ໃຫ້ຮູ້ວ່າ: ອົງການອະນາໄມໂລກ ໄດ້ກຳນົດເອົາວັນທີ 8 ສິງຫາ ຂອງທຸກໆປີ ເປັນວັນຕັບອັກເສບໂລກຂອງທຸກໆປະເທດ ລວມທັງ ສປປ ລາວ ກໍໄດ້ຖືເອົາວັນດັ່ງກ່າວເປັນວັນທີ່ມີຄວາມໝາຍຄວາມສຳຄັນ ເພື່ອຕໍ່ສູ້ກັບພະຍາດຕັບອັກເສບທີ່ກຳລັງເປັນໄພຂົ່ມຂູ່ ຕໍ່ຊີວິດຂອງປະຊາຊົນ.

ງານສະຫອງວນຕບອກເສບໂລກ - image 2
 

ກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານປ້ອງກັນ, ຮັກສາສຸຂະພາບ ແລະ ເບິ່ງແຍງປິ່ນປົວພະຍາດໃຫ້ປະຊາຊົນບັນດາເຜົ່າ ໂດຍເອົາວຽກງານປ້ອງກັນພະຍາດເປັນຕົ້ນຕໍ ແລະ ການປິ່ນປົວພະຍາດເປັນສຳຄັນສຳລັບການປ້ອງກັນ ແລະ ປິ່ນປົວພະຍາດຕັບອັກເສບ ແລະ ໄດ້ຊີ້ນຳໃຫ້ໂຮງໝໍເອົາໃຈໃສ່ໃນການຕິດຕາມປິ່ນປົວ ໂດຍສະເພາະຜູ້ຍິງຖືພາ ຕ້ອງໄດ້ກວດເລືອດຊອກຫາເຊື້ອໄວຣັດຕັບອັກເສບ, ໄວຣັດ HIV, ເດັກນ້ອຍເກີດໃໝ່ໃຫ້ໄດ້ຮັບວັກຊິນປ້ອງກັນຕັບອັກເສບ B, ຜູ້ຕິດເຊື້ອ ແລະ ເປັນພະຍາດແລ້ວ ໃຫ້ໄດ້ຮັບການເບິ່ງແຍງປິ່ນປົວຖືກວິທີ ແລະ ການດຳລົງຊີວິດທີ່ຖືກຕ້ອງ.

ໃນງານດັ່ງກ່າວຍັງໄດ້ຮັບຟັງການອະທິບາຍ ໃຫ້ຄວາມຮູ້ກ່ຽວກັບວິທີປ້ອງກັນ ແລະ ປິ່ນປົວ ພະຍາດອັກເສບຕັບຈາກເຊື້ອໄວຣັດ ຈາກທີມງານຊ່ຽວຊານ ເພື່ອເຮັດໃຫ້ການຕິດເຊື້ອພະຍາດດັ່ງກ່າວຫຼຸດລົງ.

(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ