ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ
ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ຜອາຍສງ ແລະ ຄນພການ ໃນແຂວງຫວງພະບາງໄດຮບອປະກອນຊວຍຟນຟ - image 1
 

ທ່ານ ເຈີນ ຊຽງຫົງ ເລຂາໜ່ວຍພັກ ສູນເຕັກໂນໂລຢີອຸປະກອນຊ່ວຍເຫຼືອຟື້ນຟູ ແຂວງຢຸນນານ ໄດ້ມີຄໍາເຫັນວ່າ: ການເປີດໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການດ້ວຍອຸປະກອນຊ່ວຍຟື້ນຟູລາວ ຢູ່ແຂວງຫຼວງພະບາງຄັ້ງນີ້ ປະກອບມີ: ລໍ້ເລື່ອນນັ່ງ, ແຂນ-ຂາທຽມ, ໄມ້ຄໍ້າເທົ້າ, ໄມ້ຄ້ອນເທົ້າ ແລະ ອຸປະກອນຊ່ວຍອື່ນໆ ໃຫ້ແກ່ຜູ້ຮັບຜິດຊອບການດູແລຜູ້ສູງອາຍຸ ແລະ ຄົນພິການ, ໂດຍມີເປົ້າໝາຍເພື່ອຍົກສູງຄຸນນະພາບຊີວິດ ແລະ ສົ່ງເສີມການມີສ່ວນຮ່ວມໃນສັງຄົມ.

ຜອາຍສງ ແລະ ຄນພການ ໃນແຂວງຫວງພະບາງໄດຮບອປະກອນຊວຍຟນຟ - image 2
 

ຈາກນັ້ນ, ທ່ານ ວົງສະຫວັນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານ ສປ ຈີນ ໃນການຊ່ວຍຍົກລະດັບ ວຽກງານສາທາລະນະສຸກຂອງແຂວງຫຼວງພະບາງ ຢ່າງມີປະສິດທິຜົນ, ທັງໄດ້ຕີລາຄາສູງ ຕໍ່ການຈັດພິທີເປີດໂຄງການ “ໃຈປະສານໃຈຢຸນນານ” ໃນຄັ້ງນີ້ ເປັນສັນຍາລັກ ແຫ່ງການເສີມສ້າງສາຍພົວພັນມິດຕະພາບ ຂອງປະຊາຊົນສອງປະເທດ. ການຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ຜູ້ສູງອາຍຸ ແລະ ຄົນພິການ ໄດ້ຮັບການຊ່ວຍເຫຼືອ ແບ່ງເບົາສິ່ງແບກຫາບຈຳນວນໜຶ່ງ, ທັງເປັນກິດຈະກໍາທີ່ສະແດງໃຫ້ເຫັນເຖິງ ໝາກຜົນຂອງການປະຕິບັດຕາມທິດ 4 ດີ ແລະ ຄູ່ຮ່ວມສະຕາກຳລາວ-ຈີນ ທີ່ການນຳຂອງປະເທດ ໄດ້ຕົກລົງຮ່ວມກັນໃຫ້ປະກົດຜົນເປັນຈິງ.

ຜອາຍສງ ແລະ ຄນພການ ໃນແຂວງຫວງພະບາງໄດຮບອປະກອນຊວຍຟນຟ - image 3
 

ໂຄງການນີ້, ໄດ້ຮັບການສະໜັບສະໜຸນຈາກ ສະມາຄົມມິດຕະພາບປະຊາຊົນ ແຂວງຢຸນນານ ກັບຕ່າງປະເທດ, ສູນເຕັກໂນໂລຢີອຸປະກອນຊ່ວຍເຫຼືອ ຟື້ນຟູແຂວງຢຸນນານ, ບໍລິສັດ ປັກກິ່ງ ຟູຢູທຽນຊຶ່ງ ຜະລິດເຄື່ອງມືການແພດ ຈໍາກັດ, ບໍລິສັດ ເທ້ຍນຈິນ ເທ້ສຕ໌ ອັນສະຕຣູເມນ ຈໍາກັດ, ບໍລິສັດ ຈັງຊາ ໂວຜິງ ອຸປະກອນການແພດ ຈໍາກັດ. ຕອນທ້າຍ ບັນດາຜູ້ເຂົ້າຮ່ວມ ໄດ້ເປີດໂຄງການຢ່າງເປັນທາງການ ແລະ ມອບອຸປະກອນ ໃຫ້ກັບຜູ້ອາຍຸສູງ ແລະ ຄົນພິການ ພ້ອມທັງຢ້ຽມຢາມ ການນຳໃຊ້ອຸປະກອນການແພດຂອງໂຮງໝໍ ຈີນ-ຫຼວງພະບາງ.

(ຂ່າວ-ພາບ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ເມື່ອບໍ່ດົນມານີ້, ກອງກວດກາອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດພິທິທຳລາຍສິນຄ້າປະ ເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ທີ່ສະໜາມຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ, ມີບັນດາຂະແໜງການ, ອົງການຈັດຕັ້ງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ແລະ ງານວາງສະແດງສິນຄ້າຜະລິດຕະພັນຂອງຜູ້ອອກແຮງງານລາວຢ່າງເປັນຂະບວນຟົດຟື້ນ ຂຶ້ນໃນວັນທີ 22 ມັງກອນນີ້, ທີ່ ສກລ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ, ມີຄະນະພັກ, ຫົວໜ້າກົມ, ຮອງກົມ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານບໍລິການສຸຂະພາບ ປະຈໍາປີ 2025 ແລະ ແຜນພັດທະນາປະຈໍາປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍດັ່ງກ່າວ, ມີທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍ ພະນັກງານແພດ-ໝໍເຂົ້າຮ່ວມ.
ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານ-ນັກຮົບ (ແພດ-ໝໍ) ຢູ່ໂຮງໝໍທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ໂດຍມີທ່ານ ພັທ ຈັນທາ ດວງໄພສີ ຫົວໜ້າອໍານວຍການໂຮງໝໍທະຫານແຂວງ ພ້ອມຄະນະ ເຂົ້າຮ່ວມ.
ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຫວ່າງບໍ່ດົນມານີ້, ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ ໄດ້ມອບເຄື່ອງສະໜັບສະໜູນໃຫ້ສູນນໍ້າສາດ ເພື່ອສົ່ງເສີມນໍ້າສະອາດ ແລະ ສຸຂາພິບານທີ່ປອດໄພໃນປະເທດລາວ.
ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ເພີ່ມເຕີມ