ຕີມໍແລັດສະຕິ ຕັ້ງຢູ່ທາງທິດຕາເວັນອອກສຸດຂອງໝູ່ເກາະຊູນດານ້ອຍຂອງອາຊີຕາເວັນອອກສ່ຽງໃຕ້, ໄດ້ຍື່ນຂໍເຂົ້າເປັນສະມາຊິກອາຊຽນໃນປີ 2011 ແລະ ໃນເດືອນພະຈິກ 2022, ບັນດາປະເທດສະມາຊິກອາຊຽນໄດ້ຕົກລົງເຫັນດີໃນຫຼັກການໃນການຮັບຕີມໍແລັດສະເຕເຂົ້າຮ່ວມເປັນສະມາຊິກໃໝ່ຂອງພາກພື້ນ. ອາຊຽນສ້າງຕັ້ງຂຶ້ນໃນປີ 1967, ປັດຈຸບັນອາຊຽນປະກອບມີບັນດາປະເທດສະມາຊິກຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ຕີມໍແລັດສະເຕ.
ມາເລເຊຍ, ໃນຖານະເປັນປະທານອາຊຽນໃນປີ 2025, ໄດ້ຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 26-28 ຕຸລາ ນີ້.
ຄໍາເຫັນ