ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ
ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫຄາປກສາກອນຖພາ ເປນບນຫາສາຄນຫາຍ - image 1
 

 

 ປັດຈຸບັນມີແມ່ຍິງມາໃຫ້ບໍລິການຝາກທ້ອງ ສະເລ່ຍ 1 ເດືອນ ປະມານ 20 ກວ່າຄົນ, ການວາງແຜນຄອບຄົວປະມານ 25 ຄົນ, ມີຜູ້ມາໃຫ້ຄໍາປຶກສາກ່ອນແຕ່ງງານ ປະມານ 20 ກວ່າຄູ່. ສ່ວນຜູ້ທີ່ມາໃຫ້ຄໍາປຶກສາຫຼາຍກວ່າໝູ່ແມ່ນໄລຍະເທດສະການ, ງານດອງ. ພ້ອມນັ້ນ, ມີການໃຫ້ຄໍາປຶກສາທາງອອນລາຍ, ໃນສະຖານທີ່ໃຫ້ບໍລິການ ກ່ຽວກັບສຸຂະພາບໄວໜຸ່ມ-ໄວຈະເລີນພັນ. ສ່ວນຫຼາຍມາປຶກສາເລື່ອງການປ້ອງກັນການຖືພາກ່ອນກໍານົດ, ວິທີການຄຸມກໍາເນີດ, ການນໍາໃຊ້ຖົງຢາງອະນາໄມ ແລະ ອື່ນໆ. ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ພວກເຮົາ ຍັງໄດ້ເນັ້ນລົງໄປເຄື່ອນໄຫວໃຫ້ຄໍາປຶກສາສຸຂະສຶກສາ ຢູ່ພາຍໃນໂຮງຮຽນ ມ ປາຍ. ພ້ອມນັ້ນ, ໄດ້ສ້າງທີມງານອາສາສະໝັກໃຫ້ຄໍາປຶກສາແບບເພື່ອນສອນເພື່ອນໄດ້ທັງໝົດ 10 ຄົນ. ປັດຈຸບັນພະຍາດຕິດຕໍ່ທາງເພດສໍາພັນມີຫຼາຍ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບຜົນດີຂຶ້ນ, ເຮັດໃຫ້ຜູ້ຕິດເຊື້ອທາງເພດສໍາພັນມີໜ້ອຍລົງເທື່ອລະກ້າວ. ສະນັ້ນ, ໃນຕໍ່ໜ້າຖ້າໂຄງການ ຫຼື ພະແນກສາທາ ລະນະສຸກມີງົບປະມານໃຫ້ ກໍຢາກຂະຫຍາຍອາສາສະໝັກເພື່ອນສອນເພື່ອນ ໃຫ້ໄດ້ຫຼາຍຂຶ້ນຕື່ມ ເນື່ອງຈາກວ່າເພື່ອນກັບເພື່ອນບອກກັນຕໍ່ໆກັນ ຈະໄດ້ດີກວ່າຜູ້ເປັນໝໍ. ຖ້າຂະຫຍາຍໄປໄດ້ຫຼາຍ ເຊື່ອວ່າໂຕເລກພະຍາດຕິດຕໍ່ ຫຼື ການສົ່ງຄວາມຮູ້ຈະດີຂຶ້ນກວ່າເກົ່າໃນອະນາຄົດ.

ການໃຫຄາປກສາກອນຖພາ ເປນບນຫາສາຄນຫາຍ - image 2
 

ທ່ານ ນາງ ມະນີວອນ ຜາຟອງ ໄດ້ກ່າວຕື່ມວ່າ: ທ່ານໃດ ຫຼື ຄູ່ຜົວເມຍ ກໍາລັງຈະສ້າງຄອບ ຄົວໃໝ່ ສາມາດມາໃຫ້ຄໍາປຶກສານໍາແພດໝໍ ຢູ່ສູນຂອງພວກເຮົາໄດ້ ເນື່ອງຈາກວ່າເລື່ອງສຸຂະພາບແມ່ຍິງ, ເດັກນ້ອຍ ໃນປັດຈຸບັນໜ້າເປັນຫ່ວງຫຼາຍ. ໃນນັ້ນ, ອັດຕາການເສຍຊີວິດຂອງແມ່ຍິງ-ເດັກນ້ອຍ ກໍຍັງສູງ. ຖ້າບໍ່ໄດ້ຮັບການໃຫ້ຄໍາປຶກສາຈາກແພດໝໍ ຍັງຈະສົ່ງຜົນກະທົບຕໍ່ເສດຖະກິດຂອງຄອບຄົວ, ການມີລູກຫຼາຍເກີນ ທີ່ຈະແຕະຕ້ອງເຖິງສຸຂະພາບຂອງແມ່ຕື່ມອີກ.

ຄໍາເຫັນ

ຂ່າວສາທະລະນະສຸກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

ໂຮງໝໍມິດຕະພາບໄດ້ຈັດພິທີສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ປາຖະກະຖາວັນສາທາລະນະສຸກ (ວັນແພດລາວ ຄົບ ຮອບ 60 ປີ) ຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະອໍານວຍການໂຮງໝໍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ເມືອງວຽງຄໍາ ແຂວງວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ ເພື່ອແກ້ໄຂບຸກຄະລາກອນທາງການແພດໃນຂົງເຂດວຽກງານສາທາລະນະສຸກ ກໍຄືພະຍາບານຜະດຸງຄັນໃນອະນາຄົດ. ທ່ານ ນາງ ແຜວຄໍາ ອິນທະວົງ ຫົວໜ້າໜ່ວຍງານຄຸ້ມຄອງນັກສຶກສາ ຄູສອນພະຍາບານ ແລະ ພະຍາບານຜະດຸງຄັນ ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ກໍລະກົດ ​ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວວ່າ: ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ປີ 2004 ມີໜ້າທີກໍ່ສ້າງບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງ ມີທັງພະນັກງານຮຽນເຊື່ອມຕໍ່ ແລະ ນັກສຶກສາສາຍກົງ ຫຼື ຮຽນຈົບ ມ7.
ເພີ່ມເຕີມ