ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ວຽກງານສົ່ງເສີມເດັກຍິງໃຫ້ມີບົດບາດໃນສັງຄົມ ແລະ ວຽກງານວາງແຜນຄອບຄົວ ບໍ່ແມ່ນວຽກຂອງບຸກຄົນໃດໜຶ່ງ ແຕ່ເປັນໜ້າທີ່ຂອງທຸກຄົນໃນສັງຄົມທີ່ຕ້ອງໄດ້ມີສ່ວນຮ່ວມໃນການເຮັດໃຫ້ເດັກຍິງ ແລະ ແມ່ຍິງໄວຈະເລີນພັນໄດ້ມີທ່າແຮງ ແລະ ມີສຸຂະພາບທີ່ດີ ເພື່ອເຮັດໃຫ້ການດຳລົງຊີວິດຂອງເຂົາເຈົ້າທຽບເທົ່າກັບເພດຊາຍ ແລະ ທຽບເທົ່າກັບທຸກຄົນໃນສັງຄົມ. ປີນີ້ເປັນປີທີ 9 ທີ່ໄດ້ມີການຈັດງານສະເຫຼີມ ສະຫຼອງວັນເດັກຍິງສາກົນ ຊຶ່ງນາງນ້ອຍກໍຄົບຮອບ 19 ປີ ແລະ ງານສະຫຼອງວັນຄຸມກຳເນີດໂລກໄດ້ຈັດໃນທຸກວັນທີ 26 ກັນຍາທຸກປີ.
ຂ່າວ: ວຽງຈັນໃໝ່
ຄໍາເຫັນ