ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ສນປນປວ ແລະ ຮກສາສຂະພາບຕາ ຈດກດຈະກຳສະຫອງວນສາຍຕາໂລກ - image 1
 

 

ວັນສາຍຕາໂລກເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ, ວັນສາຍຕາໂລກແມ່ນເປັນເຫດການໜຶ່ງໃນແຕ່ລະປີ ທີ່ທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ ຊຶ່ງໄດ້ມຸ່ງເນັ້ນ ແລະ ເຈາະຈົງເຖິງບັນຫາຂອງຕາບອດຢູ່ໃນທົ່ວໂລກ ເພື່ອສ້າງຄວາມຮູ້ສຶກ, ສ້າງຄວາມຮັບຮູ້ ແລະ ເຫັນໄດ້ຄວາມສຳຄັນ ຂອງປະຊາກອນໂລກ ໃນການປ້ອງກັນ, ຮັກສາສຸຂະພາບຕາ ເພື່ອຊ່ວຍຫຼຸດຜ່ອນການເປັນຕາບອດ ແລະ ປ້ອງກັນບໍ່ໃຫ້ຕາບອດເກີດຂຶ້ນໃໝ່ ພ້ອມກັນນັ້ນກໍໄດ້ລະດົມທຸກພາກສ່ວນກໍຄືຜູ້ໃຈບຸນທັງຫຼາຍເຂົ້າມາມີສ່ວນຮ່ວມບໍລິຈາກ ເພື່ອເຮັດໃຫ້ການບໍລິການສຸຂະພາບຕາເຂົ້າເຖິງປະຊາຊົນທຸກທົ່ວໜ້າ ລວມເຖິງຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫຼີກ.

ສນປນປວ ແລະ ຮກສາສຂະພາບຕາ ຈດກດຈະກຳສະຫອງວນສາຍຕາໂລກ - image 2
 

ກິດຈະກຳໃນງານຄັ້ງນີ້ໄດ້ມີການບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ພິເສດຖ້າພົບຄົນເຈັບຕາມົວ, ຕາບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນພະຍາດຕາຂຸ້ນ ແມ່ນຈະໄດ້ບໍລິການຜ່າຕັດແກ່ນຕາຂຸ້ນໃຫ້ ໂດຍບໍ່ໄດ້ເສຍຄ່າ, ໝາຍຄວາມວ່າ ຄ່າໃຊ້ຈ່າຍໃນການຜ່າຕັດໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນ ພາຍໃນປະເທດ ແລະ ອົງການຈັດຕັ້ງສາກົນໄດ້ບິແບ່ງປັນນ້ຳໃຈເຮັດເປັນໂຄງການຜ່າຕັດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າ ເພື່ອຊ່ວຍເຫຼືອຄົນເຈັບຕາບອດຜູ້ທຸກຍາກ ແລະ ດ້ອຍໂອກາດໃນ ສປປລາວ.

ສນປນປວ ແລະ ຮກສາສຂະພາບຕາ ຈດກດຈະກຳສະຫອງວນສາຍຕາໂລກ - image 3
 

ພິທີສະເຫຼີມສະຫຼອງວັນສາຍຕາໂລກຄັ້ງນີ້ ໄດ້ຮັບການສະໜັບສະໜູນຂອງຄູ່ຮ່ວມພັດທະນາ ຂອງມູນນິທິອາຍແຄ, ມູນນິທີເຟລດໂຮໂລ, ອົງການ ຊິບິເອມ ໂກລໂບ, ອົງການໄຊຟໍອອນ, ໂຮງໝໍຕາແຫ່ງຊາດສິງກະໂປ, ມູນນິທິ ຈີເອັກ ສປ ຈີນ, ອົງການຈັດຕັ້ງ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ.

(ຂ່າວ ຕຸໄລເພັດ, ແຫຼງຂໍ້ມູນ: ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ທ່ານ ນາງ ວັນເພັງ ພັນທະນາໄລ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ວ່າ: ກ່ຽວກັບວຽກງານການຢອດຢາວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ.
ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ບໍລິຈາກເລືອດສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 163 ປີ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ຶອສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ຄົບຮອບ 163 ປີ (8/5/1863-8/5/ 20226), ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ເພື່ອມະນຸດສະທຳ” ຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ສູນ ການຄ້າລາວ-ໄອເຕັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການ ກາແດງແຫ່ງຊາດລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນ, ນັກສຶກສາເຂົ້າຮ່ວມ.
ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ທ່ານ ສົມດີ ວົງຈິນດາ ຮອງນາຍບ້ານແກ້ງຕາງານ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ພຶດສະພານີ້ ທີ່ບ້ານດັ່ງກ່າວວ່າ: ບ້ານແກ້ງຕາງານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການໂຄສະນາປະຊາສຳພັນ ແນະນຳໃຫ້ປະຊາຊົນເຂົ້າໃຈກ່ຽວກັບການນໍາພາລູກ-ຫຼານມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອ ກໍຄືການປ້ອງກັນບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ມີຄວາມເຂົ້າໃຈເປັນຢ່າງດີ.
ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ເລີ່ມຈັດຕັ້ງປະຕິບັດ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເບິ່ງແຍງສຸຂະພາບແມ່ ແລະ ເດັກແບບຕໍ່ເນື່ອງ ໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳ ເພື່ອສົ່ງເສີມທາງເລືອກດ້ານສຸຂະພາບໃນທາງບວກ ລະຫວ່າງ ພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ເພື່ອເພີ່ມອັດຕາຂອງແມ່ ແລະ ເດັກ ຜູ້ທີ່ໄດ້ຮັບບໍລິການເບິ່ງແຍງສຸຂະພາບຢ່າງຕໍ່ເນື່ອງ ເລີ່ມແຕ່ການຝາກທ້ອງຈົນເຖິງໄດ້ຮັບການສັກຢາກັນພະຍາດຮອດປົກກະຕິ. ສໍາລັບກິດຈະກຳດັ່ງກ່າວນີ້, ຈະຊ່ວຍສ້າງຄວາມສາມາດໃຫ້ບຸກຂະລາກອນຄູ່ຮ່ວມງານທາງດ້ານແນວຄວາມຄິດຈາກພຶດຕິກຳ, ສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບແມ່ ແລະ ເດັກ ຜ່ານການນໍາໃຊ້ແນວຄວາມຄິດຈາກພຶດຕິກຳໂດຍທີມງານແພດເຄື່ອນທີ່, ສົ່ງເສີມລະບົບຊຸມຊົນໂດຍການນໍາໃຊ້ແນວຄວາມຄິດຈາກພຶດຕິກຳຜ່ານການມີສ່ວນຮ່ວມຂອງທ້ອງຖິ່ນ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີເປີດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຜູ້ດ້ອຍໂອກາດ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ ນີ້ ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ⁠ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ, ທ່ານ ກີຣະຕິ ຈະເຣີນຊົນວານິດ ປະທານໂຄງການກ້າວຕາມຮອຍພະບໍຣົມມະສາສະດາ, ⁠ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບພ້ອມດ້ວຍພະນັກງານແພດໝໍຈາກໂຮງໝໍມິດຕະພາບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ຄອບຄົວ ໄຊສຸລິວົງ ຈະສືບຕໍ່ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ

ທ່ານ ນາງ ຂັນທອງ ໄຊສຸລິວົງ ຕາງໜ້າຄອບຄົວໄຊສຸລິວົງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ການຊ່ວຍເຫຼືອສັງຄົມເປັນຄວາມພາກພູມໃຈ, ນໍ້າໃຈມະນຸດສະທໍາ ຊຶ່ງກັນ ແລະ ກັນ ທີ່ສັງຄົມຕ້ອງມີ. ໃນຕະຫຼອດໄລຍະຜ່ານມາ ຄອບຄົວໄຊສຸລິວົງ ກໍໄດ້ຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະຊ່ວຍເຫຼືອໄພນໍ້າຖ້ວມ, ອັກຄີໄພ, ຊ່ວຍເຫຼືອຜູ້ທຸກຍາກ ທີ່ປະຊາຊົນຮຽກຮ້ອງຕ້ອງການ ແລະ ອື່ນໆ ໂດຍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ແລະ ຊ່ວຍເຫຼືອມາເລື້ອຍໆຈົນມາຮອດປັດຈຸບັນ. ເມື່ອບໍ່ດົນມານີ້, ທາງຄອບຄົວ ໄຊສຸລິວົງ ກໍຍັງໄດ້ນໍາເອົາເຄື່ອງຈັກຟອກໄຂ່ຫຼັງ ຈໍານວນ 3 ເຄື່ອງລຸ້ນ Full Option ຊຶ່ງມີມູນຄ່າ 71,100 ໂດລາ ໄປມອບໃຫ້ໂຮງໝໍມິດຕະພາບ (150 ຕຽງ) ຊຶ່ງເປັນເທື່ອທໍາອິດທີ່ຄອບຄົວໄຊສຸລິວົງ ໄດ້ນໍາເອົາເຄື່ອງມາມອບໃຫ້ໂຮງໝໍມິດຕະພາບໃນຄັ້ງນີ້.
ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ຫ້ອງການສາທາລະນະສຸກ ເມືອງພຽງ ແຂວງໄຊຍະບູລີ ໄດ້​ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026 ຂຶ້ນໃນວັນທີ 30 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມບ້ານ ເມືອງພຽງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ມີອົງການປົກຄອງບ້ານອ້ອມຂ້າງເຂດເມືອງພຽງ, ພະນັກງານແພດໝໍ, ພ້ອມດ້ວບປະຊາຊົນພາຍໃນບ້ານເມືອງພຽງ​ເຂົ້າ​ຮ່ວມ​.
ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ປັດຈຸບັນອາກາດຮ້ອນອົບເອົ້າ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ບາງມື້ອຸນຫະພູມເພີ່ມສູງຂຶ້ນເກືອບ 40 ອົງສາ. ອາກາດຮ້ອນເອົ້າ ສາມາດສົ່ງກະທົບຕໍ່ສຸຂະພາບຂອງຄົນເຮົາ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ເປັນຕົ້ນຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ. ສະນັ້ນ, ທຸກຄົນຕ້ອງຮູ້ວິທີປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
ເພີ່ມເຕີມ