![]() |
ການລົງເຄື່ອນໄຫວວຽກງານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ແມ່ນຈະໄດ້ລົງເຄື່ອນໄຫວຕິດຕາມ,ກວດກາ, ຊຸກຍູ້ໂຄງການ ຂອງບໍລິສັດ ໂຊກມະມີ ມາຍນີງ ຈຳກັດແລະ ຈະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໂດຍສະເພາະແມ່ນພະນັກງານ ບັນດາພະແນກການ, ອົງການຂັ້ນແຂວງ ແລະ 5 ເມືອງ ພາຍໃນແຂວງໄຊສົມບູນ. ຫຼັງຈາກນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳແຂວງ ຍັງໄດ້ເຂົ້າຢ້ຽມຢາມໂຮງງານ ຂອງບໍລິສັດ ໂຊກມະນີ ມາຍນີງ ຈຳກັດ ຢູ່ເມືອງລ້ອງແຈ້ງ ເຕີ່ມອິກ.
![]() |
(ພາບ-ຂ່າວ: ຫັດ ໄຊຍະວົງ)


ຄໍາເຫັນ