ເຄື່ອນໄຫວຢ້ຽມຢາມດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ

ຮອງນາຍົກລັດຖະມົນຕີຊີ້ນຳໃຫ້ບໍລິສັດວຽງຈັນໂລຈິສຕິກພາກສຸມໃສ່ສ້າງພື້ນຖານອຸດສາຫະກໍາ-ກະສິກໍາ

ຮອງນາຍົກລັດຖະມົນຕີຊີ້ນຳໃຫ້ບໍລິສັດວຽງຈັນໂລຈິສຕິກພາກສຸມໃສ່ສ້າງພື້ນຖານອຸດສາຫະກໍາ-ກະສິກໍາ
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກພາກນະຄອນຫຼວງວຽງຈັນ ຫວ່າງມໍ່ມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດວຽງຈັນໂລຈິສຕິກພາກ ສຸມໃສ່ສ້າງພື້ນຖານອຸດສາຫະກໍາ,

 

ກະສິກໍາໂດຍສະເພາະເອົາໃຈໃສ່ຂອດການບໍລິການ, ອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກ-ນໍາເຂົ້າສິນຄ້າ, ສຸມໃສ່ສ້າງເສດຖະກິດເປັນເຈົ້າຕົນເອງ ຕິດພັນກັບການພົວພັນຮ່ວມມືກັບຕ່າງປະເທດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ດໍາເນີນທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ແລະ ປະສົບຜົນສໍາເລັດໃນທຸກດ້ານ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈິສຕິກພາກຈຳກັດ ໄດ້ນໍາສະເໜີຄວາມເປັນມາຂອງໂຄງການໂລຈິສຕິກພາກ ຊຶ່ງໂຄງການດັ່ງກ່າວເກີດຂຶ້ນໄດ້ເນື່ອງມາຈາກລັດຖະບານລາວໄດ້ມອບໃຫ້ກຸ່ມບໍລິສັດພົງສະຫວັນ ກໍຄືບໍລິສັດພີທີແອວໂຮນດິ້ງ, ການພັດທະນາໂຄງການດັ່ງກ່າວທີ່ຕິດພັນກັບການພັດທະນາພື້ນຖານໂຄງລ່າງວ່າດ້ວຍຫັນປະເທດລາວຈາກແລນລັອກເປັນແລນລິ້ງ ກໍຄື LLL ຫຼືລາວໂລຈິສຕິກລິ້ງ. ດັ່ງນັ້ນ, ລັດຖະບານລາວ ຈຶ່ງມີໂຄງການລາວໂລຈິສຕິກລິ້ງ ຊຶ່ງປະກອບມີທ່າເຮືອຫວຸ່ງອ່າງຢູ່ພາກກາງຂອງ ສສ ຫວຽດນາມ, ລັດຖະບານລາວ ແລະ ຫວຽດນາມໄດ້ພັດທະນາໂຄງການນີ້ເພື່ອໃຫ້ລາວມີປະຕູທາງອອກສູ່ທະເລ, ໂຄງການເສັ້ນທາງລົດໄຟລາວ-ຫວຽດນາມຈາກນະຄອນຫຼວງວຽງຈັນຈຸດເຊື່ອມໂຍງເສັ້ນທາງລົດໄຟລາວ-ຈີນຢູ່ທ່າບົກ-ທ່ານາແລ້ງເຊື່ອມໂຍງໄປຈົນຮອດແຂວງຄຳມ່ວນ ເປັນແຂວງພາກກາງຂອງປະເທດລາວຊຶ່ງກົງກັນຂ້າມກັບນະຄອນພະນົມປະເທດໄທ. ຈາກນັ້ນ, ກໍຕໍ່ໄປຮອດທ່າເຮືອຫວຸ່ງອ່າງ ຈາກນະຄອນຫຼວງວຽງຈັນຮອດແຂວງຄຳມ່ວນໃຊ້ໄລຍະທາງ 300 ກິໂລແມັດ ແລະ ຈາກແຂວງຄໍາມ່ວນ ຫາທ່າເຮືອຫວຸ່ງອ່າງໄລຍະທາງ 240 ກິໂລແມັດ ຖືວ່າເປັນໄລຍະທາງທີ່ສັ້ນທີ່ສຸດ, ຖ້າສິນຄ້າຈາກພາກອີສານຂອງໄທ ແລະ ສິນຄ້າຂອງລາວຕໍ່ໄປແມ່ນໃຊ້ທ່າເຮືອຫວຸ່ງອ່າງເພື່ອອອກໄປທ່າເຮືອປາຊີຟິກ ກໍຄືໄປ ສປຈີນຕອນໃຕ້, ຍີ່ປຸ່ນ, ສເກົາຫຼື, ໄຕ້ຫວັນ, ຣັດເຊຍ ແລະ ປະເທດອື່ນໆທີ່ອອກທາງທະເລປາຊີຟິກຈະໃຊ້ເວລາສັ້ນລົງໃນການຂົນສົ່ງສິນຄ້າ. ນອກນີ້, ຍັງມີໂຄງການເຂດໂລຈິສຕິກພາກຢູ່ໃນ 3 ເຂດຄື: ຢູ່ນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນແລະ ຢູ່ປາກຊັນ ແຂວງບໍລິຄໍາໄຊ ໂດຍລັດຖະບານມອບໃຫ້ກຸ່ມບໍລິສັດພັດທະນາບັນດາໂຄງການຕ່າງໆເພື່ອຫັນວິໄສທັດຂອງລັດຖະບານໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ກຸ່ມບໍລິສັດວຽງຈັນໂລຈິສຕິກໄດ້ລົງທຶນໃນການເຮັດໂຄງການດັ່ງກ່າວໃຫ້ປະກົດຜົນເປັນຈິງ ໂດຍສະເພາະໂຄງການທ່າບົກ-ທ່ານາແລ້ງໄດ້ເຊັນສັນຍາສຳປະທານໃນເດືອນກໍລະກົດ ແລະ ໄດ້ເລີ່ມກໍ່ສ້າງເດືອນທັນວາ 2020 ແລະ ສໍາເລັດເດືອນພະຈິກ 2021 ໃຊ້ເວລາກໍ່ສ້າງ 11 ເດືອນ, ໂຄງການທ່າບົກ-ທ່ານາແລ້ງ ແລະ ວຽງຈັນໂລຈິສຕິກພາກມີເນື້ອທີ່ທັງໝົດ 418 ເຮັກຕາ ລວມມູນຄ່າການກໍ່ສ້າງ 727 ລ້ານໂດລາ ຊຶ່ງປະກອບມີ8 ເຂດຄື: ເຂດສາງເກັບມ້ຽນນໍ້າມັນ, ເຂດຜະລິດສົ່ງອອກ (ເຂດອຸດສາຫະກຳເບົາ), ເຂດໂລຈິສຕິກພາກ(ເຂດສາງສິນຄ້າ ແລະ ສາງເຢັນ), ເຂດກັກກັນພືດ-ສັດ, ເຂດການຄ້າ, ເຂດເຕັກໂນໂລຊີ, ເຂດການເງິນ, ເຂດໂຮງງານກັ່ນ ແລະ ຫຼອມຄໍາ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຢ້ຽມຊົມລານຕູ້ສິນຄ້າຊີວາຍ, ສາງຄ່ຽນຖ່າຍສິນຄ້າ ແລະ ຈຸດຄ່ຽນຖ່າຍສິນຄ້າລະຫວ່າງລາງມາດຕະຖານ ແລະ ລາງໜຶ່ງແມັດພ້ອມທັງຢ້ຽມຊົມຈຸດເຊື່ອມຕໍ່ຂົວມິດຕະພາບລາວ-ໄທແຫ່ງທີ່ 1 ຕື່ມອີກ.

ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ