ຮອງນາຍົກເນັ້ນກະຊວງສາທາ ເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນຢ່າງແຂງແຮງຮອບດ້ານ

ຮອງນາຍົກເນັ້ນກະຊວງສາທາ ເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນຢ່າງແຂງແຮງຮອບດ້ານ
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2023 ແລະ ແຜນການປີ 2024 ໃນວັນທີ 16 ກຸມພາຜ່ານມາ ທີ່ຖ້ຳຊ້າງລອດເມືອງວຽງໄຊ ແຂວງຫົວພັນ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳກະຊວງສາທາລະນະສຸກເອົາໃຈໃສ່ປັບປຸງວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານເພື່ອສຸມໃສ່ເຮັດໃຫ້ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດສືບຕໍ່ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ເປັນຕົ້ນ ພະນັກງານສະມາຊິກພັກໃນຂະແໜງສາທາລະນະສຸກຈຳນວນໜຶ່ງຍັງບໍ່ທັນກຳແໜ້ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ ຍ້ອນການນຳພາດ້ານການເມືອງແນວຄິດບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ປົກກະຕິ-ຕໍ່ເນື່ອງ, ການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນບໍ່ແທດເຖິງ, ກົນໄກການຊີ້ນຳ-ມອບວຽກຍັງບໍ່ທັນຈະແຈ້ງໂລ່ງລ່ຽນ ລວມທັງການຕິດຕາມກວດກາ ການເຄື່ອນໄຫວວຽກງານຂອງຂັ້ນລຸ່ມບໍ່ທັນເປັນປົກກະຕິແທດເຖິງເທົ່າທີ່ຄວນ.
    ພ້ອມກັນນີ້, ການກໍ່ສ້າງ ແລະ ການພັດທະນາບຸກຄະລາກອນດ້ານສາທາະລະນະສຸກຈາກໂຮງຮຽນ, ຈາກສະຖາບັນການສຶກສາຈຳນວນໜຶ່ງບໍ່ຮັບປະກັນຄຸນນະພາບ; ການປັບປຸງ, ຈັດວາງຕຳແໜ່ງງານ ຍັງບໍ່ທັນເປັນລະບົບບາງອັນຕິດພັນກັບຜົນປະໂຫຍດ; ການເຄື່ອນໄຫວວຽກງານຮັບໃຊ້ການບໍລິການຍັງບໍ່ມີປະສິດທິຜົນເທົ່າທີ່ຄວນຈໍານວນໜຶ່ງຍັງເນັ້ນການເຮັດວຽກບໍລິຫານ, ຖືເບົາວິຊາສະເພາະ ແລະ ຈັນຍາບັນ-ຈັນຍາທຳແພດໝໍ, ບາງດ້ານເອື່ອຍອີງໃສ່ກັນ ແລະ ຫວັງຜົນປະໂຫຍດເຮັດໃຫ້ເກີດມີຫາງສຽງຈົ່ມວ່າຂອງປະຊາຊົນຫຼາຍ ແລະ ອື່ນໆ.
    ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີທິດທາງຈຳນວນໜຶ່ງ ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງຢ່າງເດັດດ່ຽວ ແລະ ວາງແຜນການໃນແຕ່ລະໄລຍະໃຫ້ຖືກຕ້ອງສອດຄ່ອງ ເພື່ອເປັນຂໍ້ຄິດເຫັນນໍາໄປປັບປຸງໃນຕໍ່ໜ້າໂດຍສະເພາະວຽກພັກ ເພີ່ມທະວີການນຳພາຕົວຈິງທີ່ເຂັ້ມແຂງຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງຄະນະນະພັກໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ; ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ສຳຄັນກວ່າໝູ່ແມ່ນເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້ທິດສະດີການເມືອງ-ການປົກຄອງໂດຍສະເພາະແມ່ນທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຂອງສະມາຊິກພັກດ້ານຄຸນທາດການເມືອງຄຸນສົມບັດ-ສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຈົດຈໍ່ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາຂອງອົງຄະນະພັກ ເປັນຕົ້ນພັກນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກເຊັ່ນ: ປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບກົດໝາຍ, ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ການນຳພາແຫ່ງການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນ.
    ສຳລັບວຽກງານປັບປຸງກົງຈັກການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກໃຫ້ກະທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄປລວງດຽວກັນ; ສ້າງກົນໄກການປະສານງານພາຍໃນ ແລະ ພາຍນອກຢູ່ສູນກາງ, ໂຮງໝໍ ແລະ ຢູ່ພາກສະໜາມ ລວມເຖິງບັນດາກົມກອງຊ່ວຍໜູນອ້ອມຂ້າງກະຊວງໃຫ້ມີຄວາມເປັນເອກະພາບສູງ ຫຼີກລ່ຽງຫາງສຽງບໍ່ດີທີ່ເປັນຜົນກະທົບຕໍ່ວຽກງານຂະແໜງການ ກໍຄືຜົນປະໂຫຍດລວມຂອງປະເທດຊາດ; ອົງຄະນະພັກຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງຕໍ່ວຽກງານພະນັກງານ ຊຶ່ງເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງໃນທຸກຂອດຂອງວຽກງານພະນັກງານນັບແຕ່ຂອດສ້າງ ແລະ ປະຕິບັດແຜນກຳນົດຕໍາແໜ່ງງານ, ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ, ການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານຢ່າງຖືກຕ້ອງ ແລະ ມີຄວາມຍຸຕິທໍາ, ເປັນກຸນແຈແຫ່ງການປະຕິບັດບົດບາດນຳພາຂອງພັກຕໍ່ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ ກໍຄືຕໍ່ການນໍາພາທຸກວຽກງານໃນຂະແໜງສາທາລະນະສຸກ; ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ທົດລອງຈັດຕັ້ງປະຕິບັດຄວາມເປັນໄປໄດ້ ການຫັນໄປກຸ້ມຕົນເອງດ້ານງົບປະມານຢູ່ໃນບ່ອນທີ່ມີເງື່ອນໄຂຄົບຖ້ວນຈຶ່ງສາມາດຫັນພະນັກງານ-ລັດຖະກອນໄປເປັນພາລະກອນ ເພື່ອຫຼຸດຜ່ອນດ້ານງົບປະມານລັດ ທັງຮັບປະກັນຄຸນນະພາບດ້ານວຽກງານສາທາລະນະສຸກເທື່ອລະກ້າວ.     ສ່ວນການປັບປຸງວຽກງານພະນັກງານຕ້ອງໄປຕາມທິດລວມ ທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ໂດຍການຈັດວາງພະນັກງານຢູ່ໃນພາວະເຄື່ອນເໜັງມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຮັບປະກັນການປະຕິບັດວຽກງານຄຸ້ມຄອງພະນັກງານເປັນເອກະພາບ, ມີຄຸນນະພາບ, ການບັນຈຸລັດຖະກອນຕ້ອງປະຕິບັດຫຼັກການສະເໝີພາບ, ໂປ່ງໃສ, ຍຸຕິທຳ, ອີງໃສ່ຕຳແໜ່ງງານ ແລະ ໜ້າວຽກທີ່ຕ້ອງການ ທັງຮັບປະກັນການສ້າງ, ປະຕິບັດແຜນກຳນົດພະນັກງານຢ່າງເປັນລະບົບຕາມທິດຫັນເປັນໜຸ່ມ (ແໜ້ນ) ກົງຈັກກະທັດຮັດ, ຫຼຸດຜ່ອນຈຳນວນພົນຫຼີກເວັ້ນລະບົບອຸປະຖຳຄ້ຳຊູຄົນເຈົ້າຄົນຂ້ອຍ ແລະ ມີການຄົ້ນຄວ້າລົງວິໄນຕໍ່ຜູ້ກະທຳຜິດຢ່າງເດັດຂາດໂປ່ງໃສຍຸຕິທຳ, ປະກົດການເກີດຢູ່ບ່ອນໃດແມ່ນບ່ອນນັ້ນເປັນຜູ້ຄົ້ນຄວ້າແກ້ໄຂຢ່າງຂາດຕົວ; ຕ້ອງຮັບກັນການບັນຊາການຄືກັບບັນຊາບັ້ນຮົບ ເພື່ອຮັບປະກັນຄວາມຮັບຜິດຊອບຂອງພະນັກງານສະມາຊິກພັກ, ແພດໝໍໄປຕາມທິດຂອງພັກ ແລະ ລັດຖະບານວາງອອກ ເພື່ອໃຫ້ມີການຫັນປ່ຽນຢ່າງຮອບດ້ານ; ເອົາໃຈໃສ່ປະຕິບັດວຽກການແຂ່ງຂັນຍ້ອງຍໍໃຫ້ພະນັກງານນັກຮົບຊຸດຂາວຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ຜູ້ທີ່ເຮັດວຽກງານຢ່າງເອົາຈິງເອົາຈັງໃນພາກປະຕິບັດຕົວຈິງມີກຳລັງໃຈເຮັດວຽກງານຢ່າງສຸດກົກສຸດປາຍ.
    ສ່ວນວຽກງານວິຊາສະເພາະ ໃຫ້ສືບຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ; ຖືເອົາການບໍລິການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດ 7 ແຜນງານຄວບຄູ່ກັບການຈັດຕັ້ງປະຕິບັດແຜນປະຕິຮູບສາທາລະນະສຸກໄລຍະ III (2021-2025) ເພື່ອເປັນທິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກເປັນຕົ້ນ ຂະແໜງສາທາລະນະສຸກຕ້ອງປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າເຂົ້າໃນພາລະກິດລວມ ແຫ່ງການລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານເຮັດໃຫ້ປະຊາຊົນສ່ວນຫຼາຍສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບຂັ້ນພື້ນຖານມີຄຸນນະພາບ ແລະ ໄດ້ຮັບສະຫວັດດີການສັງຄົມ ໄປຄຽງຄູ່ກັບການຂະຫຍາຍລະບົບປະກັນສຸຂະພາບ ລວມທັງການປັບປຸງຄຸນນະພາບສ້າງການຫັນປ່ຽນເຮັດໃຫ້ປະຊາຊົນລາວບັນດາເຜົ່າເຂົ້າເຖິງຕາໜ່າງສາທາລະນະສຸກນັບມື້ນັບຫຼາຍຂຶ້ນ. ນອກນີ້, ຍັງຕ້ອງເອົາໃຈໃສ່ເຝົ້າລະວັງພະຍາດຕ່າງໆທີ່ອາດຈະເກີດຂຶ້ນ (ປັດຈຸບັນນະຄອນຫຼວງວຽງຈັນບາງເຂດໄດ້ພົບເຫັນການລະບາດຂອງພະຍາດໄຂຫວັດສັດປີກ (H5N1 ແລະ H9N2 ທັງສາຍພັນອື່ນທີ່ອາດຈະເກີດອາການຮຸນແຮງກັບຄົນ) ແລະ ພະຍາດອື່ນໆ; ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕາມມະຕິສະພາແຫ່ງຊາດວາງອອກ ໂດຍເລັ່ງໃສ່ບັນດາຄາດໝາຍທີ່ບໍ່ທັນສຳເລັດເປັນຕົ້ນ ແຜນປະຕິຮູບສາທາລະນະສຸກໄລຍະ III ເພື່ອບັນລຸເປົ້າໝາຍສຸຂະພາບທົ່ວປວງຊົນ, ເປົ້າໝາຍການພັດທະນາແບບຍືນຍົງໃນ 5 ຂົງເຂດຄື: ການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ຄຸນນະພາບການບໍລິການ, ການບໍລິຫານຈັດການ ແລະ ຂໍ້ມູນຂ່າວສານສາທາລະນະສຸກ ໂດຍເລີ່ມຈາກການສ້າງ, ປັບປຸງພະນັກງານດ້ານສາທາລະນະສຸກ ທັງສ້າງຈັນຍາບັນ-ຈັນຍາທຳ, ສ້າງສະຖານທີ່ບໍລິການຮັບປະກັນມາດຕະຖານສະອາດ, ອຸປະກອນການແພດຄົບຖ້ວນ-ທັນສະໄໝ ແລະ ຢາປົວພະຍາດພຽງພໍຕາມນະໂຍບາຍ 5 ດີ 1ພໍໃຈ ຕິດພັນກັບການສ້າງນັກຄົ້ນຄວ້າ, ຊ່ຽວຊານຜູ້ຊຳນານບໍ່ຄວນແລ່ນນຳປະລິມານ.
    ສຳລັບແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX ໃຫ້ສືບຕໍ່ຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ ແລະ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ເກີດໝາກຜົນຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະ 7 ແຜນງານໃຫຍ່ 47 ແຜນງານຍ່ອຍ ແລະ126 ໂຄງການໃນແຕ່ລະດ້ານ ແລະ ວຽກງານອື່ນໆຕາມຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສຳເລັດຢ່າງມີປະສິດທິພາບ.
ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ