![]() |
ທ່ານ ຄໍາສິງ ຈັນທະວົງ ຜູ້ປະກອບການໂຮງງານກະເບື້ອງກາສິງ ໃຫ້ສໍາພາດຕໍ່ສື່ມວນແຂວງວ່າ: ໂຮງງານກະເບື້ອງກາສິງ ໄດ້ສ້າງຕັ້ງຂຶ້ນໃນ ປີ 2012, ມາຮອດປີ 2025 ໄດ້ຂະຫຍາຍການຜະລິດກະເບື້ອງເຣຊິນ ແລະ ເປີດໂຕຢ່າງເປັນທາງການ, ປັດຈຸບັນມີແຮງງານທັງໝົດ 49 ຄົນ ຍິງ 19 ຄົນ, ຊ່ຽວຊານຕ່າງປະເທດ 1 ຄົນ, ໄດ້ແຍກອອກເປັນ 4 ພາກສ່ວນໃຫຍ່ຄື: ຝ່າຍບໍລິຫານ ລວມມີ 3 ຂະ ແໜງການ (ຫ້ອງການບໍລິຫານ, ການຕະຫຼາດ ແລະ ບັນຊີ), ຝ່າຍການຜະລິດ ລວມມີ: ບົດເຈ້ຍ, ປະສົມ, ປ່ອຍວັດຖຸ, ຄຸມຂະໜາດ, ຄຸມເຄນ, ປົກຜ້າຢາງ ແລະ ທ້ອນກະເບື້ອງ, ຝ່າຍວິຊາການ: ມີໜ້າທີ່ໃນການຄຸ້ມຄອງການຜະລິດ, ຄຸ້ມຄອງເຄື່ອງຈັກ ແລະ ຄຸ້ມຄອງຄຸນນະພາບກະເບື້ອງ. ນອກນັ້ນ, ມີທີມຮັບ ເໝົາລວມມີ: ຂຶ້ນກະເບື້ອງ ແລະ ພົ່ນສີ. ປັດຈຸບັນ ໂຮງງານມີກະເບື້ອງຊີມັງ 2 ປະເພດຄື: ກະເບື້ອງ 2 ລອນ ແລະ ກະເບື້ອງ 4 ລອນ ປະລິມານການຜະລິດໂດຍສະເລ່ຍ 5,000 ແຜ່ນຕໍ່ມື້. ນອກນັ້ນ, ໄດ້ຜະລິດລົບແປຕື່ມອີກ.
![]() |
ທ່ານ ກ່າວອີກວ່າ: ໂຮງງານ ກະເບື້ອງກາສິງ ມີຕົວແທນຈຳໜ່າຍທັງໝົດ 221 ຮ້ານ ໃນ 7 ແຂວງພາກເໜືອ, ເຫັນວ່າຜົນຕອບຮັບຂອງສັງຄົມແມ່ນດີຫຼາຍ, ນັບແຕ່ຕັ້ງໂຮງງານມາເຖິງປັດຈຸບັດ ໄດ້ປະກອບສ່ວນ ຊ່ວຍເຫຼືອສັງຄົມແຕ່ຂັ້ນທ້ອງຖິ່ນເຖິງຂັ້ນສູນກາງລວມ 200 ກວ່າໃບ, ຍ້ອນເຫັນໄດ້ຄຸນນະພາບຂອງກະເບື້ອງກາສິງ ຈິ່ງເຮັດໃຫ້ໂຮງງານໄດ້ຮັບໂລ້ລາງວັນໃຫຍ່ເຖິງ 7 ລາງວັນຄື: ລາງວັນ ນັກທຸລະກິດໜຸ່ມດີເດັ່ນປະຈຳປີ 2019, ລາງວັນ ທຸລະກິດເອຊຽນດີເດັ່ນ ສາຂາການຂະຫຍາຍຕົວດີເດັ່ນ ປະຈຳປີ 2020, ລາງວັນ ນັກທຸລະກິດໜຸ່ມດີເດັ່ນປະຈຳປີ 2021, ລາງວັນ ທຸລະກິດດີເດັ່ນເອຊຽນ ປະເພດບູລິມະສິດ ດີເດັ່ນ-ຂະແໜງຄ້າຍົກ-ຄ້າຍ່ອຍປີ 2021, ລາງວັນ ທຸລະກິດເອຊຽນດີເດັ່ນ ສາຂານັກທຸລະກິດໜຸ່ມດີເດັ່ນ ປະຈຳປີ 2022, ລາງວັນ ນັກທຸລະກິດໝຸນດີເດັ່ນອາຊຽນ ປະຈຳປີ 2024, ລາງວັນ ຄຸນນະພາບແຫ່ງຊາດ ປະຈຳປີ 2024. ສຳລັບແຜນການໃນຕໍ່ໜ້າ ກຳລັງສຶກສາການເຮັດລົບຊີແພັກ ແລະ ຄາດວ່າຈະຜະລິດລົບຊີແພັກ ໃຫ້ຄຽງຄູ່ກັບກະເບື້ອງ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ແລະ ຜູ້ຊົມໃຊ້ກ່ຽວກັບວັດສະດຸມຸງຫຼັງຄາ ສາມາດຊື້ໄດ້ຄົບວົງຈອນໃນບ່ອນດຽວ.
![]() |
(ຂ່າວ: ດາວອນ ມະນີວັນ, ພາບ: ທະນູສີນ ອິດທິພົນ)
ຄໍາເຫັນ