ບໍລິສັດຄໍາມ່ວນຊີມັງຈຳກັດຖືກສ້າງຕັ້ງຂຶ້ນໃນປີ 2014 ທີ່ບ້ານໂພວາ ເມືອງມະຫາໄຊ

ໂຮງງານຄຳມ່ວນຊີມັງມີກຳລັງການຜະລິດ 1.8 ລ້ານໂຕ່ນຕໍ່ປີ

ໂຮງງານຄຳມ່ວນຊີມັງມີກຳລັງການຜະລິດ 1.8 ລ້ານໂຕ່ນຕໍ່ປີ
ບໍລິສັດຄໍາມ່ວນຊີມັງຈຳກັດຖືກສ້າງຕັ້ງຂຶ້ນໃນປີ 2014 ທີ່ບ້ານໂພວາ ເມືອງມະຫາໄຊ ແຂວງຄໍາມ່ວນ ດ້ວຍເງິນລົງທຶນ10,000 ລ້ານບາດ ເພື່ອຜະລິດຊີມັງຈໍາໜ່າຍໃນສປປລາວ ແລະ ສົ່ງອອກຕ່າງປະເທດ, ດໍາເນີນທຸລະກິດພາຍໃຕ້ອຸດົມການ 4 ປະການຄື: ຕັ້ງໝັ້ນໃນຄວາມເປັນທໍາ,

 ມຸ່ງໝັ້ນໃນຄວາມເປັນເລີດ, ເຊື່ອໝັ້ນ ໃນຄຸນຄ່າຂອງຄົນ ແລະ ມຸ່ງໝັ້ນໃນຄວາມຮັບຜິດຊອບຕໍ່ສັງຄົມ. ບໍລິສັດ ຄໍາມ່ວນຊີມັງ ຈຳກັດເປັນບໍລິສັດໃນເຄືອ ຂອງເອັສຊີຈີ (SCG) ຜູ້ຜະລິດ ແລະ ຈໍາໜ່າຍຊີມັງ, ວັດສະດຸກໍ່ສ້າງ, ວັດສະດຸຕົບແຕ່ງແບບຄົບວົງຈອນລາຍ ໃຫຍ່ໃນອາຊຽນ.

ທ່ານ ນົບປະດົນ ໄຕຣສັທ ຜູ້ອຳນວຍການບໍລິສັດ ຄຳມ່ວນຊີມັງ ຈຳກັດ ໄດ້ກ່າວວ່າ: ໂຮງງານຄໍາມ່ວນ ຊີມັງ ມີກຳລັງການຜະລິດ 1.8 ໂຕ່ນຕໍ່ປີ, ມີ 2 ຜະລິດຕະພັນຫຼັກໄດ້ແກ່ປູນຊີມັງສໍາລັບງານໂຄງສ້າງ ແລະ ປູນຊີມັງ ສຳລັບງານຕົບແຕ່ງ (ກໍ່, ໂບກ, ເທ) ໂດຍມີການຈໍາໜ່າຍຢູ່ພາຍໃນ ສປປ ລາວ ໃນອັດຕາສ່ວນ 30% ແລະ ປະເທດໄທ 70% ຊຶ່ງເປັນປູນທີ່ມີຄຸນນະພາບມາດຕະຖານດຽວກັນ. ດ້ານຂະບວນການຜະລິດໄດ້ນຳ ເທັກໂນໂລຊີໃໝ່ໆ ແລະ ທັນສະໄໝເຂົ້າໃນຂະບວນການຜະລິດໃນແຕ່ລະຂັ້ນຕອນ, ການຄວບຄຸມຄຸນນະພາບ ຜະລິດດ້ວຍເຄື່ອງມືວິເຄາະ ແລະ ທົດສອບທີ່ຖືກຕ້ອງ, ລະອຽດທີ່ສຸດມີປະສິດທິພາບສູງເຮັດໃຫ້ໝັ້ນໃຈໄດ້ເຖິງຄຸນ ນະພາບທີ່ໄດ້ມາດຕະຖານຂອງ ເອັສຊີຈີ ພ້ອມທັງນໍາໃຊ້ເທັກໂນໂລຊີທີ່ຊ່ວຍປະຢັດພະລັງງານ ແລະ ນໍາໃຊ້ ນໍ້າໜ້ອຍໂດຍຈະມີລະບົບການບໍາບັດນໍ້າເສຍເພື່ອໝູນວຽນນຳກັບມາໃຊ້ໃໝ່ ແລະ ບໍ່ມີການປ່ອຍນໍ້າເສຍອອກສູ່ແຫຼ່ງ ນໍ້າຕາມທຳມະຊາດ, ລວມໄປເຖິງການນຳຄວາມຮ້ອນທີ່ເຫຼືອຖິ້ມຈາກຂະບວນການຜະລິດ ຊີມັງມາຜະລິດເປັນ ກະແສໄຟຟ້າສາມາດທົດແທນການໃຊ້ກະແສໄຟຟ້າໄດ້ປະມານ 30% ຕໍ່ປີ, ມີລະບົບກໍາຈັດຝຸ່ນທີ່ມີປະສິດທິພາບສູງ ສາມາດກຳຈັດຝຸ່ນໄດ້ສູງສຸດເຖິງ 99.99% ເຮັດໃຫ້ການຜະລິດຊີມັງຄວບຄູ່ໄປກັບການຮັກສາຄຸນນະພາບອາກາດ. ບໍລິສັດໄດ້ຄັດເລືອກພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ເປັນຄົນດີ ແລະ ມີຄຸນນະທຳເຂົ້າຮ່ວມງານຕະຫຼອດ ເຖິງການຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດເພື່ອພັດທະນາທັກສະຄວາມສາມາດ, ບໍລິສັດ ຄຳມ່ວນ ຊີມັງ ຈໍາກັດ ໄດ້ຢືດໝັ້ນໃນການມີສ່ວນຮ່ວມພັດທະນາຊີວິດຂອງຊຸມຊົນເຊັ່ນ: ຊ່ວຍສະໜັບສະໜູນດ້ານການສຶກສາ ພາຍໃຕ້ໂຄງການ SCG Sharing The Dream ມອບທຶນການສຶກສາໃຫ້ກັບນັກຮຽນທີ່ຮຽນເກັ່ງແຕ່ຂາດ ທຶນການສຶກສາເພາະການສຶກສາຄືຮາກຖານສຳຄັນຂອງການພັດທະນາປະເທດຊາດ. ນອກນີ້, ຍັງໄດ້ມອບ ເງິນກອງທຶນພັດທະນາທ້ອງຖິ່ນ ແລະ ກອງທຶນສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງການຂອງລັດ ເພື່ອນໍາໄປຈັດສັນໂຄງການຍົກລະດັບຄຸນນະພາບຊີວິດໃຫ້ກັບຊຸມຊົນ ແລະ ປະກອບສ່ວນໃຫ້ແກ່ສັງຄົມໃນ ດ້ານຕ່າງໆເຊັ່ນ: ໂຄງການປັບປຸງສ້ອມແປງເສັ້ນທາງ, ໂຄງການກໍ່ສ້າງຫ້ອງການບ້ານ, ສ້າງສູນຟື້ນຟູຜູ້ຕິດຢາ ເສບຕິດ, ມອບອຸປະກອນການແພດໃຫ້ແກ່ໂຮງໝໍ, ອຸປະກອນການສຶກສາໃຫ້ໂຮງຮຽນ ແລະ ຮ່ວມສະໜັບສະໜູນ ໃນງານບຸນສຳຄັນຕ່າງໆ. ປັດຈຸບັນ ພາຍໃນບໍລິສັດມີພະນັກງານລວມທັງໝົດ 200 ກວ່າຄົນ. ໃນນັ້ນ, ພະ ນັກງານທີ່ເປັນຄົນລາວກວມເຖິງ 92%.

ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນໄດ້ ລາຍງານກ່ຽວກັບການຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງໃນແຂວງຄຳມ່ວນໂດຍສະເພາະແມ່ນການຄຸ້ມຄອງ ພາຍໃນໂຮງງານ ຄໍາມ່ວນຊີມັງ ຊຶ່ງທາງພະແນກອຸດສາຫະກຳ ແລະ ການຄ້າແຂວງໄດ້ສົມທົບ ກັບ ພະແນກການ ທີ່ກ່ຽວຂ້ອງຂອງແຂວງລົງມາຕິດຕາມການດຳເນີນການຜະລິດຂອງບໍລິສັດຢ່າງເປັນປົກກະຕິຊຶ່ງເຫັນໄດ້ວ່າໂຮງງານດັ່ງກ່າວແມ່ນໄດ້ດຳເນີນການຜະລິດຖືກຕ້ອງຕາມຂັ້ນຕອນ, ຜະລິດຕະພັນແມ່ນມີຄຸນນະພາບ ແລະ ມີມາດ ຕະຖານດຽວກັນໃນອາຊຽນ. ສະນັ້ນ, ຈຶ່ງສະເໜີມາຍັງບັນດາບໍລິສັດກໍຄືສັງຄົມທີ່ມີຄວາມຕ້ອງການ ຜະລິດຕະພັນດັ່ງກ່າວທັງພາຍໃນ ແລະ ຂອບເຂດທົ່ວປະເທດພ້ອມກັນຊົມໃຊ້ຜະລິດຕະພັນ ທີ່ຜະລິດຢູ່ພາຍໃນເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

(ຂ່າວ-ພາບ: ກອງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ