ການແກ້ໄຂ ຄວາມທຸກຍາກ

ໂຮງງານປຸງແຕ່ງນ້ຳຢາງພາລາ ຈົງອູ ອຸດົມໄຊ ເອົາໃສ່ໃສ່ສົ່ງເສີມປະຊາຊົນ ມີອາຊີບທີ່ໝັ້ນຄົງ

ໂຮງງານປຸງແຕ່ງນ້ຳຢາງພາລາ ຈົງອູ ອຸດົມໄຊ ເອົາໃສ່ໃສ່ສົ່ງເສີມປະຊາຊົນ ມີອາຊີບທີ່ໝັ້ນຄົງ
ເພື່ອສົ່ງເສີມໃຫ້ປະຊາຊົນ ມີອາຊີບທີ່ໝັ້ນຄົງ ເປັນທ່າແຮງໃນການແກ້ໄຂ ຄວາມທຸກຍາກ ໂດຍສະເພາະການຢຸດຕິ ການຖາງປ່າເຮັດໄຮ່, ດ້ວຍການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນຢູ່ແຕ່ລະທ້ອງຖິ່ນ.

 ໃນນັ້ນ, ຢາງພາລາເປັນຕົ້ນໄມ້ ອຸດສາຫະກຳຊະນິດໜຶ່ງ ທີ່່ປະຊາຊົນນິຍົມກັນປູກຫຼາຍ ເພື່ອນຳເອົານ້ຳຢາງພາລາ ໄປແປຮູບເປັນຜະລິດຕະພັນ, ສ່ວນລຳຕົ້ນເມື່ອໝົດອາຍຸ 30-40 ປີ ກໍນຳໄປເຂົ້າເຟີນິເຈິ ເພື່ອແປຮູບເປັນຜະລິດຕະພັນອື່ນໆ. ການປູກຢາງພາລາ ໃນປັດຈຸບັນ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ເນື່ອງຈາກຄວາມຕ້ອງການ ຂອງຕະຫຼາດຢາງພາລາ ຢູ່ໃນໂລກ ທີ່ສົ່ງຜົນໃຫ້ມີຄວາມຕ້ອງການຢາງພາລາເພີ້ມຂຶ້ນ ແລະ ລາຄາກໍສູງຂຶ້ນພ້ອມໆກັນ. ຕົ້ນຢາງພາລາ ຍັງຊ່ວຍຮັກສາລະບົບນິເວດ ຂອງທຳມະຊາດ ດ້ວຍການປົກຫຸ້ມເນື້ອທີ່ຂອງປ່າ. ການປູກຢາງພາລາ ຢູ່ແຂວງ ອຸດົມໄຊປັດຈຸບັນມີເນື້ອທີ່ 29 ພັນກວ່າເຮັກຕາ ໄດ້ກາຍເປັນທ່າແຮງ ທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເວົ້າລວມ ເວົ້າສະເພາະການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ. ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງຄະນະພັກແຂວງ, ກໍຄືຄວາມເອົາໃຈໃສ່ໃກ້ຊິດຕິດແທດ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຊຸກຍູ້ ສົ່ງເສີມການປູກຢາງພາລາ ຕົ້ນໄມ້ອຸດສາຫະກຳມາທົດແທນການຖ່າງປ່າເຮັດໄຮ່ ໃນໄລຍະຜ່ານມາ ແລະ ຫັນມາປູກຢາງພາລາ ໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍໄດ້ຫຼັກໃຫ້ພໍ່ແມ່ປະຊາຊົນ.
ບໍລິສັດ ຈົງອູຢາງພາລາຈຳກັດ ເປັນບໍລິສັດໜຶ່ງທີ່ລົງທຶນປູກຢາງພາລາ ໂດຍການສົ່ງເສີມປະຊາຊົນປູກ ໃນເນື້ອທີ່ 5 ພັນກວ່າເຮັກຕາ ພ້ອມທັງສ້າງຕັ້ງໂຮງງານປຸງແຕ່ງນ້ຳຢາງພາລາ ຈົງອູອຸດົມໄຊ ຈຳກັດ ຜູ້ດຽວ ເພື່ອຜະລິດຢ່າງພາລາເຄິ່ງສຳເລັດຮູບສົ່ງອອກ. ໂຮງງານຕັ້ງຢູ່ບ້ານກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ.
ທ່ານ ເຊີງຢົງຟູ ອຳນວຍການໂຮງງານປຸງແຕ່ງນໍ້າຢາງພາລາຈົງອູ ອຸດົມໄຊ ຈໍາກັດ ຜູ້ດຽວ ໄດ້ໃຫ້ສຳພາດວ່າ: ເລີ່ມແຕ່ປີ 2004 ບໍລິສັດຈົງອຸຢາງພາລາໄດ້ມາລົງທຶນໃນການປູກຢາງພາລາຢູ່ແຂວງອຸດົມໄຊ ໂດຍເປັນໂຄງການປູກພືດເພື່ອທົດແທນການປູກຝິ່ນ, ບໍລິສັດຈົງອູຢາງພາລາ ແມ່ນບໍລິສັດທີ່ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມມື ແລະ ສົ່ງເສີມການລົງທຶນ, ບໍລິສັດ ຈົງອູຢາງພາລາ ໄດ້ປູກຢາງພາລະ ແລະ ສົ່ງເສີມປະຊາຊົນປູກ ໃນເນື່ອທີ່ 5 ພັນກວ່າເຮັກຕາ. ໃນນີ້, ສະເພາະບໍລິສັດປູກເອງມີເນື້ອທີ່ 2 ພັນກວ່າເຮັກຕາ. ຜ່ານການລົງທຶນ ແລະ ຈັດຕັ້ງປະຕິບັດຜ່ານມາ ປະຊາຊົນໄດ້ໃຫ້ຄວາມຮ່ວມມືກັບບໍລິສັດເປັນຢ່າງດີໃນການປູກຢາງພາລາ ແລະ ນຳເອົານ້ຳຢາງພາລາມາຂາຍໃຫ້ບໍລິສັດ ສະເລຍແຕ່ລະຄອບຄົວ ມີລາຍຮັບ 20ລ້ານກີບຂຶ້ນໄປ ຕໍ່ຄອບຄົວ. ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ສາມາດສ້າງພື້ນຖານໂຄ່ງລ່າງ, ເຮືອນຢູ່ອາໃສ ແລະ ສົງລູກຫຼານເຂົ້າໂຮງຮຽນໄດ້ຫຼາຍຂຶ້ນ,
ບໍລິສັດ ຈົງອູຢາງພາລາ ໄດ້ສົ່ງເສີມການປູກຢາງພາລາ ໃນຂອບເຂດເມືອງໄຊ ພ້ອມທັງເກັບຊື້ນ້ຳຢາງພາລາ ເພື່ອປ້ອນໂຮງງານ ຜະລິດເປັນຢາງພາລາເຄິ່ງສຳເລັດຮູບເພື່ອສົ່ງອອກ ໃນປີ 2023 ໂຮງງານໄດ້ເກັບຊື້ຢາງພາລາດິບທັງໝົດ 27 ພັນກວ່າໂຕນ ແລະ ສາມາດຜະລິດເປັນຢາງພາລາເຄິ່ງສຳເລັດຮູບໄດ້ທັງໝົດ 13,500 ໂຕນ ແລະ ໄດ້ສົ່ງອອກໄປ ສປ ຈີນ 13,000 ໂຕນ, ຂະບວນການສົ່ງອອກແມ່ນບັນຈຸໃສ່ຕູ້ຄອນເທັນເນີ ຂົນສົ່ງຜ່ານທາງລົດໄຟ.
ຄຽງຄູ່ກັບການສົ່ງເສີມປະຊາຊົນປຸກຢາງພາລາ, ເກັບຊື້ນ້ຳຢາງພາລາ ແລະ ຜະລິດຢາງພາລາເຄິ່ງສຳເລັດຮູບເພື່ອສົ່ງອອກ ບໍລິສັດຈົງອູຢ່າງພາລາ ກໍໄດ້ສ້າງສູນເຝິກອົບຮົມເພື່ອຝຶກອົບຮົມເຕັກນິກ ແລະ ທັກສະດ້ານຕ່າງໆໃຫ້ຊາວສວນຢາງພາລາ ແລະ ໄດ້ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫຼືອສັງຄົມຂອງແຂວງອຸດົມໄຊ ໄດ້ຢ່າງຫຼວງຫຼາຍບໍ່ວ່າຈະເປັນໄພພິບັດນ້ຳຖ້ວມ, ການສຶກສາ, ການແກ້ໄຂບັນຫາຢາເສບຕິດ ແລະກິດຈະກຳສຳຄັນຕ່າງໆຂອງແຂວງອຸດົມໄຊຈັດຂື້ນ. ຕະຫຼອດໄລຍະຜ່ານມາກໍໄດ້ມີການນໍາລະດັບຕ່າງໆໄດ້ເດີນທາງທ່ຽວຊົມ ແລະ ຢ້ຽມຢາມໂຮງງານປຸງແຕ່ງນ້ຳຢາງພາລາ ຈົງອູ ອຸດົມໄຊ ເປັນປະຈຳ.
ການປູກຢາງພາລາ ກໍ່ແມ່ນໂຄງການໜຶ່ງ ໃນການສົ່ງເສີີມ ການປູກຕົ້ນໄມ້ ອຸດສະຫະກຳ ທີ່ສາມາດຜະລິດ ເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນ ຈຳນວນຫຼວງຫຼາຍ ພ້ອມທັງຊ່ວຍປັບປຸງ ຊີວິດການເປັນຢູ່, ແກ້ໄຂຄວາມທຸກຍາກ ແລະ ພັດທະນາເສດຖະກິດຄອບຄົວຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.
(ໂດຍ: ຄຳພູສະຫວັນ ເພັນສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ