ຫ້ອງວ່າການກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານ 5 ປີ

ຫ້ອງວ່າການກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານ 5 ປີ
ໃນວັນທີ 5 ເມສານີ້ ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຈັດພິທີຍ້ອງຍໍຜົນງານ 5 ປີເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.
    ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ໂດຍອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 14/ກມສພ, ລົງວັນທີ 20 ມີນາ 2023 ວ່າດ້ວຍການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງກອນ 2024). ອີງຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3502/ກປທ, ລົງວັນທີ 21 ມິຖຸນາ 2023 ວ່າດ້ວຍການຄັດເລືອກຜົນງານ 5 ປີເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກມອບຫຼຽນໄຊພິລະອາດຫານຊັ້ນ I ມີ 4 ສະຫາຍ, ຊັ້ນ II ມີ 28 ສະຫາຍ, ຊັ້ນ III ມີ 166 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 37 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 16 ສະຫາຍ ຊຶ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຂ່າວ-ພາບ: ປູນາ ສຸດທະວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ໃນວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ ຄັ້ງທີ VIII ຮອບທີ I,
ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016
ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ
ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ
ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາ ຄັ້ງທີ 9 ໄດ້ສໍາເລັດລົງໃນວັນທີ 23 ເມສາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ,
ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ໃນວັນທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ, ແຂວງຄຳມ່ວນ
ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ໃນວັນທີ 22 ເມສາຜ່ານມານີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງໄຊຍະບູລີ.
ເພີ່ມເຕີມ