ຫ້ອງວ່າການແຂວງສາລະວັນ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ຂອງຄະນະພັກຮາກຖານ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ຈັນເພັງ ສາຍທຳມະວົງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ, ມີຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ 8 ຕົວເມືອງ, ສະ ມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ສົມໃຈ ບຸດສະຫານິມິດ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີຜ່ານມາ ຄະນະພັກ ໄດ້ສຸມໃສ່ສຶກສາອົບຮົມການເມືຶອງ ເພື່ອນຳພາແນວຄິດໃຫ້ພະນັກ ງານ-ສະມາຊິກພັກຢ່າງຕໍ່ເນື່ອງ ເປັນຕົ້ນຈັດຕັ້ງເຊື່ອມຊຶມມະຕິ 9 ຂອງແຂວງ ແລະ ສ້າງເງື່ອນໄຂໃຫ້ບັນດາສະມາຊິກພັກ-ພະນັງການຫຼັກແຫຼ່ງ ໄດ້ເຂົ້າຮ່ວມໃນການເຊື່ອມຊຶມຮັບຟັງປາຖະກະຖາເອກະສານສຳ ຄັນຕ່າງໆຂອງພັກ-ຂອງຊາດ, ເອົາໃຈໃສ່ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານຕໍ່ແນວຄິດພະນັກງານສະມາຊິກພັກ-ລັດຖະກອນ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄວາມສາມັກຄີ, ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງການເມືອງຂອງພັກ-ລະບຽບກົດໝາຍຂອງລັດ, ຖືສຳຄັນເອົາການດຳເນີນຊີວິດການເມືອງພາຍໃນພັກ ເປັນການຕຳນິສົ່ງຂ່າວ-ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານ, ບຸກຄົນມີຄວາມຮັບຜິດຊອບ, ປະຕິບັດການສ່ອງແສງລາຍງານທຸກໆເດືອນໄດ້ຢ່າງເປັນປົກກະຕິ. ນອກນັ້ນວຽກງານປະຕິບັດໜ້າທີ່ການເມືອງກໍຄືວຽກໜ່ວຍພັກ ກໍ່ສ້າງຮາກຖານການເມືອງ, ໜ່ວຍພັກຄົ້ນ ຄວ້າສັງລວມ, ໜ່ວຍພັກຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ, ໜ່ວຍພັກຈັດຕັ້ງ-ກວດກາ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນຄວາມຜິດຊອບຂອງແຕ່ລະໜ່ວຍພັກໄດ້ເປັນຢ່າງດີ ແລະ ມີປະສິດທິຜົນ. ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ອະນຸມັດເຂົ້າພັກສຳຮອງ 3 ສະຫາຍ, ອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ອົງການໄດ້ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງເປັນເຈົ້າການ ແລະ ບັນດາວຽກງານອື່ນໆກໍໄດ້ຮັບຜົນສຳເລັດ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການຜ່ານບົດສະຫຼຸບ 9 ເດືອນ ຂອງຫ້ອງວ່າການ, ຜ່ານບົດສະຫຼຸບກອງປະຊຸມແລກປ່ຽນບົດຮຽນຫ້ອງວ່າການ 5 ແຂວງ, ເຜີຍແຜ່ເອກະສານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2023, ດຳລັດວ່າດ້ວຍການປະເມີນການປະຕິບັດວຽກງານ ຂອງລັດຖະ ກອນ ເລກທີ 300 /ລບ, ເຜີຍແຜ່ຄຳແນະນຳການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກຂອງພະນັກງານ-ລັດຖະກອນ. ພ້ອມທັງໄດ້ຮ່ວມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງ ກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຕື່ມອີກ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)

ຄໍາເຫັນ