ຫ້ອງວ່າການສຳນັກງານ ປະທານປະເທດ ເຜີຍແຜ່ເອກກະສານ ສຳຄັນ

ຫ້ອງວ່າການສຳນັກງານ ປະທານປະເທດ ເຜີຍແຜ່ເອກກະສານ ສຳຄັນ

ຫ້ອງວ່າການສຳນັກງານ ປະທານປະເທດ ເຜີຍແຜ່ເອກກະສານ ສຳຄັນ
ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກະສານປາຖະກະຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງຂອງ ພັກ ປປ ລາວ, ບົດສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຫານງານສູນກາງພັກ ປະທານປະເທດ ແຫ່ງ ສ ປ ປ ລາວ ຕໍ່ພິທີສະເຫຼີມສະຫຼອງ 70 ປີ ວັນກໍ່ຕັ້ງຄະນະຈັດຕັ້ງສູນກງພັກ, ວັນເດັກນ້ອຍສາກົນ 1 ມິຖຸນາ ຂຶ້ນໃນວັນທີ 27 ພຶດສະພານີ້ ທີ່ ຫສປທ; ເປັນປະທານ ແລະ ເຜີຍແຜ່ ເອກກະສານດັ່ງກ່າວ

 

 ໂດຍ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງ ຫສປທ, ມີຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.

ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ໄດ້ຂຶ້ນປາຖະກະຖາມູນເຊື້ອ 70 ປີ ວຽກງານຈັດຕັ້ງຂອງ ພັກ ປປ ລາວ ຊຶ່ງໄດ້ຍົກໃຫ້ເຫັນການກຳເນີດວຽກງານຈັດຕັ້ງຂອງ ພັກ ປປ ລາວ ວ່າ: ໃນວັນທີ 25 ມີນາ 1955 ຖືເປັນວັນສ້າງຕັ້ງຂະແໜງຈັດຕັ້ງຂອງພັກ ປປ ລາວ, ປີ 2025 ນີ້ ໄດ້ໝູນວຽນມາຄົບຮອບ 70 ປີ ຊຶ່ງ ບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຈັດຕັ້ງ ກໍຄືຂະແໜງຈັດຕັ້ງຂອງພັກ ປປ ລາວ ທີ່ສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ຕະຫຼອດໄລຍະ 70 ປີ ຜ່ານມາ ໄດ້ຜ່ານຄວາມຫຍຸ້ງຍາກ, ສັບສົນ, ລະອິດລະອ້ຽວ ແລະ ສິ່ງທົດສອບ, ທ້າທາຍ ຫຼາຍປະການ ໃນການເຄື່ອນໄຫວ ປະຕິບັດໜ້າທີ່ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນການນໍາພາຂອງພັກ ແຕ່ລະໄລຍະ. ຄະນະຈັດຕັ້ງສູນກາງພັກ ກໍຄືຂະແໜງຈັດຕັ້ງ ໄດ້ກຳເນີດເກີດຂຶ້ນ ໃນໄລຍະການປະຕິວັດຊາດປະຊາທິປະໄຕ, ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ທັງແບບເກົ່າ - ແບບໃໝ່ ແລະ ລະບອບສັກດີນາປະຕິການລາວ; ເວລານັ້ນ, ພັກໄດ້ກຳນົດແນວທາງການເມືອງຂອງຕົນ ແມ່ນ "ສຸມໃສ່ປຸກລະດົມ ແລະ ຈັດຕັ້ງກຳລັງມະຫາຊົນ ຕໍ່ສູ້ກັບສັດຕູ ເພື່ອປົດປ່ອຍປະເທດຊາດ”. ສະນັ້ນ, ວຽກງານ ຈັດຕັ້ງກໍ່ສ້າງພັກ ກໍຄືວຽກງານປັບປຸງກົງຈັກການຈັດຕັ້ງຂອງພັກ ພາຍໃຕ້ການຊີ້ນໍາໂດຍກົງ ຂອງ ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກ ໄດ້ເປັນເຈົ້າການຜັນຂະຫຍາຍ ແນວທາງຂອງພັກ ເປັນແນວທາງການຈັດຕັ້ງ, ເວລານັ້ນມີຊື່ເອີ້ນວ່າ: “ຫ້ອງການພະນັກງານ ທົ່ວປະເທດ” ຊຶ່ງໄດ້ຮັບການຕົກລົງສ້າງຕັ້ງ ໃນກອງປະຊຸມຄົບຄະນະ ຂອງຄະນະຊີ້ນຳສູນກາງພັກ ຄັ້ງທີ 2 (ສະໄໝທີ I) ຢູ່ເຂດທີ່ໝັ້ນຂອງການປະຕິວັດ ຖໍ້າບໍ່ຜາ, ບ້ານຄໍ້ຊຽງແມນ ຕາແສງ ຊຽງລວງ, ເມືອງວຽງໄຊ ແຂວງຫົວພັນ ພ້ອມທັງໄດ້ມີການແບ່ງງານ - ແບ່ງຄວາມຮັບຜິດຊອບ ໃນຄະນະ ນໍາພາໂດຍແມ່ນ ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກ ໃນເວລານັ້ນ.

ຈາກນັ້ນ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ໄດ້ສືບຕໍ່ເຜີຍແຜ່ບົດສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ຕໍ່ພິທີສະເຫຼີມສະຫຼອງ 70 ປີ ວັນກໍ່ຕັ້ງຄະນະຈັດຕັ້ງສູນຫາງພັກ ແລະ ເຜີຍແຜ່ວັນເດັກນ້ອຍສາກົນ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ